ຂ່າວສານ

ກຳປູເຈຍ ໃຫ້ຄຳໝັ້ນສັນຍາປະຕິບັດການຄ້າເສລີ ພາຍຫຼັງກໍລະນີໂຈະການນຳເຂົ້າປາໜັງ 4 ຊະນິດ ຈາກ ຫວຽດນາມ

      ກຳປູເຈຍ ຈະພະຍາຍາມປຶກສາຫາລືຢູ່ພາຍໃນເພື່ອຊອກຫາມາດຕະການເໝາະສົມ ເພື່ອແກ້ໄຂບັນຫາ, ແນໃສ່ນຳການເຄື່ອນໄຫວການຄ້າສອງຝ່າຍ ກັບຄືນສູ່ເປັນປົກກະຕິ.
ການປຸງແຕ່ງປາໜັງສົ່ງອອກຂອງ ຫວຽດນາມ (ພາບ:  TTXVN)
      ວັນທີ 5 ມັງກອນ, ກະຊວງການຄ້າ ກຳປູເຈຍ  ໄດ້ສົ່ງໜັງສືຕອບຢ່າງເປັນທາງການກ່ຽວກັບເລື່ອງ ວັນທີ 8 ມັງກອນ 2021, ກະຊວງກະສິກຳ - ປາໄມ້ ແລະ ການປະມົງ ກຳປູເຈຍ ໄດ້ອອກແຈ້ງການໂຈະການນຳເຂົ້າປາໜັງ 4 ຊະນິດຈາກບັນດາປະເທດບ້ານໃກ້ເຮືອນຄຽງທີ່ມີຊາຍແດນຕິດຈອດກັນ, ໃນນັ້ນ ມີ ຫວຽດນາມ.
        ຕາມນັ້ນແລ້ວ, ໃນໜັງສືທາງການຂອງກະຊວງການຄ້າ ກຳປູເຈຍ ຊີ້ແຈ້ງວ່າ ຝ່າຍ ກຳປູເຈຍ ຈະພະຍາຍາມປຶກສາຫາລືຢູ່ພາຍໃນເພື່ອຊອກຫາມາດຕະການເໝາະສົມ ເພື່ອແກ້ໄຂບັນຫາ, ແນໃສ່ນຳການເຄື່ອນໄຫວການຄ້າສອງຝ່າຍ ກັບຄືນສູ່ເປັນປົກກະຕິ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ. ຝ່າຍ ກຳປູເຈຍ ກໍຢັ້ງຢືນຄຳໝັ້ນສັນຍາຄືນໃໝ່ວ່າ ຈະປະຕິບັດ ແລະ ສະໜັບສະໜູນ ຫວຽດນາມ ບົນຈິດໃຈ ຫັນການຄ້າເປັນເສລີ ໃນຂອບເຂດການຄ້າຫຼາຍຝ່າຍ ແລະ ປະຊາຄົມເສດຖະກິດ ອາຊຽນ./.
(ແຫຼ່ງຄັດຈາກ VOV)


top