ຂ່າວສານ

ກຳປູເຈຍ ແລະ ຫວຽດນາມ, ສືບຕໍ່ຮ່ວມມື, ສະໜັບສະໜູນເຊິ່ງກັນແລະກັນຢູ່ເວທີສາກົນ

      ເນື່ອງໃນໂອກາດທ່ານ ເວືອງດີງເຫ້ວ, ກຳມະການກົມການເມືອງ ໄດ້ຮັບການເລືອກຕັ້ງເປັນປະທານສະພາແຫ່ງຊາດ ຫວຽດນາມ, ວັນທີ 02 ເມສາ, ທ່ານ H.E. Sim Ka ຜູ້ຮັກສາການປະທານສະພາສູງລາຊະອານາຈັກ ກຳປູເຈຍ ໄດ້ສົ່ງຈົດໝາຍອວຍພອນ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດີງເຫ້ວ. ພາບ: TTXVN
      ເນື້ອໃນຈົດໝາຍອວຍພອນ, ທ່ານ H.E. Sim Ka ຜູ້ຮັກສາການປະທານສະພາສູງລາຊະອານາຈັກ ກຳປູເຈຍ ໄດ້ຢັ້ງຢືນວ່າ ພ້ອມແລ້ວທີ່ຈະຮ່ວມມືຢ່າງແໜ້ນແຟ້ນກັບທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດີງເຫ້ວ ແລະ ສະພາແຫ່ງຊາດ ຫວຽດນາມ ເພື່ອຄວາມກ້າວໜ້າ, ວັດທະນາຖາວອນລະຫວ່າງ 2 ປະເທດ ແລະ ປະຊາຊົນ 2 ປະເທດ. ພ້ອມທັງ ສືບຕໍ່ເພີ່ມພູນຄູນສ້າງການພົວພັນອັນດີງາມລະຫວ່າງບັນດາອົງການນິຕິບັນຍັດຂອງ ກຳປູເຈຍ ແລະ ຫວຽດນາມ, ສືບຕໍ່ຮ່ວມມື, ສະໜັບສະໜູນເຊິ່ງກັນແລະກັນຢູ່ພາກພື້ນ ແລະ ຢູ່ເວທີສາກົນ.
(ແຫຼ່ງຄັດຈາກ VOV)


top