ຂ່າວສານ

ກຳປູເຈຍ ສະເໜີໃຫ້ ມຽນມາ ແຕ່ງຕັ້ງ “ຜູ້ຕາງໜ້າປອດການເມືອງ” ເຂົ້າຮ່ວມກອງປະຊຸມຕ່າງໆຂອງ ອາຊຽນ

ກຳປູເຈຍ ໄດ້ສົ່ງຈົດໝາຍສະເໜີໃຫ້ ມຽນມາ ແຕ່ງຕັ້ງ “ຜູ້ຕາງໜ້າປອດການເມືອງ” ເຂົ້າຮ່ວມບັນດາກອງປະຊຸມ ອາຊຽນ ໃນໄລຍະຈະມາເຖິງ. ດ້ວຍຖານະເປັນປະທານໝູນວຽນ ອາຊຽນ
  ທ່ານ Prak Sokhonn, ຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີການຕ່າງປະເທດ (ພາບ: cambodiadaily.com)  

ໜັງສືພິມລາຍວັນ Khmer Times ໃຫ້ຂ່າວທີ່ການຖະແຫຼງຂ່າວເມື່ອວັນທີ 6 ກໍລະກົດ ກ່ຽວກັບໝາກຜົນຂອງການຢ້ຽມຢາມ ມຽນມາ, 3 ມື້ພາຍຫຼັງສິ້ນສຸດການເຮັດວຽກຄັ້ງທີ 2 ຢູ່ມຽນມາ, ທູດພິເສດຂອງ ອາຊຽນ, ທ່ານ Prak Sokhonn, ຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີການຕ່າງປະເທດ ໃຫ້ຮູ້ວ່າ: ກຳປູເຈຍ ໄດ້ສົ່ງຈົດໝາຍສະເໜີໃຫ້ ມຽນມາ ແຕ່ງຕັ້ງ “ຜູ້ຕາງໜ້າປອດການເມືອງ” ເຂົ້າຮ່ວມບັນດາກອງປະຊຸມ ອາຊຽນ ໃນໄລຍະຈະມາເຖິງ. ດ້ວຍຖານະເປັນປະທານໝູນວຽນ ອາຊຽນ, ກຳປູເຈຍ ຈະຈັດຕັ້ງກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ (AMM) ຄັ້ງທີ 55, ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ກັບບັນດາຄູ່ຮ່ວມມື, ກອງປະຊຸມ ອາຊຽນ +3, ກອງປະຊຸມລັດຖະມົນຕີການຕ່າງປະເທດຂັ້ນສູງ ອາຊີຕາເວັນອອກ, ເວທີປາໄສພາກພື້ນ ອາຊຽນ ຄັ້ງທີ 29 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໃນລະຫວ່າງວັນທີ 31 ກໍລະກົດ ຫາວັນທີ 6 ສິງຫາຢູ່ນະຄອນຫຼວງ.

ກໍ່ທີ່ການຖະແຫຼງເມື່ອວັນທີ 6 ກໍລະກົດ, ທ່ານລັດຖະມົນຕີ Prak Sokhonn ໄດ້ຢັ້ງຢືນວ່າ “ວິວັດການເຈລະຈາສັນຕິພາບຢູ່ ມຽນມາ ໄດ້ມຸ່ງໄປຂ້າງ” ເມື່ອສະພາບໍລິຫານປະເທດ (SAC) ມຽນມາ ເຫັນດີເປີດກ້ວາງເປົ້າໝາຍເຂົ້າຮ່ວມການເຈລະຈາ. ທ່ານລັດຖະມົນຕີ Prak Sokhonn ຕີລາຄາວ່າ: ນີ້ແມ່ນບາດກ້າວໃຫຍ່ສຳລັບວິວັດທະນາການເຈລະຈາສັນຕິພາບ.


top