ຂ່າວສານ

ກຳປູເຈຍ, ລາວ, ຫວຽດນາມ ລົງນາມໃນຖະແຫຼງການຮ່ວມ, ເຫັນດີເປັນເອກະພາບຈັດກອງປະຊຸມຂັ້ນສູງ ສະພາແຫ່ງຊາດ ເປັນປະຈຳ

ປະທານສະພາແຫ່ງຊາດ 3 ທ່ານໄດ້ເຫັນດີເປັນເອກະພາບຍົກລະດັບກົນໄກກອງປະຊຸມໃນປະຈຸບັນລະຫວ່າງບັນດາກຳມາທິການຂອງສະພາແຫ່ງຊາດ 3 ປະເທດເປັນ “ກອງປະຊຸມຂັ້ນສູງສະພາແຫ່ງຊາດ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ”
  ປະທານສະພາແຫ່ງຊາດ 3 ປະເທດ ລາວ - ກຳປູເຈຍ - ຫວຽດນາມ ລົງນາມຖະແຫຼງການຮ່ວມ (ພາບ:VOV)  

 

ຕອນບ່າຍວັນທີ 20 ພະຈິກ, ຢູ່ນະຄອນຫຼວງ ພະນົມເປັນ, ແຫ່ງລາຊະອານາຈັກ ກຳປູເຈຍ, ໃນຂອບເຂດ ກອງປະຊຸມສະມັດຊາໃຫຍ່ລັດຖະສະພາສະມາຄົມປະຊາຊາດອາຊີຕາເວັນອອກ ສ່ຽງໃຕ້ຄັ້ງທີ 43, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ພ້ອມກັບຄູ່ຕຳແໜ່ງ ກຳປູເຈຍ ທ່ານ Samdech Heng Samrin ແລະ ຄູ່ຕຳແໜ່ງ ສປປ ລາວ ທ່ານ ໄຊສົມພອນ ພົມວິຫານ ໄດ້ລົງນາມໃນຖະແຫຼງການຮ່ວມຂອງບັນດາປະທານສະພາແຫ່ງຊາດ ກຳປູເຈຍ - ລາວ - ຫວຽດນາມ, ເປັນຄັ້ງທຳອິດທີ່ໄດ້ສ້າງຕັ້ງກົນໄກກອງປະຊຸມຂັ້ນສູງສະພາແຫ່ງຊາດ 3 ປະເທດ.

ຕາມນັ້ນແລ້ວ, ປະທານສະພາແຫ່ງຊາດ 3 ທ່ານໄດ້ເຫັນດີເປັນເອກະພາບຍົກລະດັບກົນໄກກອງປະຊຸມໃນປະຈຸບັນລະຫວ່າງບັນດາກຳມາທິການຂອງສະພາແຫ່ງຊາດ 3 ປະເທດເປັນ “ກອງປະຊຸມຂັ້ນສູງສະພາແຫ່ງຊາດ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ”, ຈັດຂຶ້ນ 2 ປີເທື່ອໜຶ່ງໂດຍປະທານສະພາແຫ່ງຊາດ 3 ປະເທດໝູນວຽນກັນເປັນເຈົ້າພາບ. ຖະແຫຼງການຮ່ວມຢັ້ງຢືນວ່າ ການສ້າງຕັ້ງກົນໄກກອງປະຊຸມຂັ້ນສູງສະພາແຫ່ງຊາດ 3 ປະເທດແມ່ນເພື່ອແນໃສ່ເພີ່ມທະວີ ແລະ ປັບປຸງການພົວພັນມິດຕະພາບ, ຄວາມສາມັກຄີອັນແໜ້ນແຟ້ນ ແລະ ການຮ່ວມມືຮອບດ້ານ, ຈຸດສຸມແມ່ນການພັດທະນາເສດຖະກິດ - ສັງຄົມ, ການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການພົວພັນແລກປ່ຽນປະຊາຊົນ ເພື່ອການພັດທະນາແບບຍືນຍົງຂອງ 3 ປະເທດ ແລະ ຂອງພາກພື້ນ.


top