ຂ່າວສານ

ກຳປູເຈຍ ປະກາດບັນຊີລາຍຊື່ ບັນດາພັກເຂົ້າຮ່ວມການເລືອກຕັ້ງທົ່ວປະເທດ

      ຮອດເວລາ 17 ໂມງ 35 ນາທີ ຂອງວັນທີ 14 ພຶດສະພາ, ການກຳນົດເວລາສຸດທ້າຍເພື່ອໃຫ້ບັນດາພັກຈົດທະບຽນເຂົ້າຮ່ວມແຂ່ງຂັນການເລືອກຕັ້ງໃນການເລືອກຕັ້ງສະພາແຫ່ງຊາດ ຈະມາເຖິງ
ວັນທີ 14 ພຶດສະພາ, ຄະນະກຳມະການເລືອກຕັ້ງແຫ່ງຊາດ ກຳປູເຈຍ (NEC) ໄດ້ປະກາດບັນຊີລາຍຊື່ 20 ພັກການເມືອງຈົດທະບຽນເຂົ້າຮ່ວມການເລືອກຕັ້ງສະຫາແຫ່ງຊາດ ຊຸດທີ 6 ເຊິ່ງຄາດວ່າໄດ້ຈັດຕັ້ງໃນວັນທີ 29 ກໍລະກົດຈະມາເຖິງ.
        ໂຄສົກ NEC Dim Sovannarom ໃຫ້ຮູ້ເມື່ອວ່າ: ຮອດເວລາ 17 ໂມງ 35 ນາທີ ຂອງວັນທີ 14 ພຶດສະພາ, ການກຳນົດເວລາສຸດທ້າຍເພື່ອໃຫ້ບັນດາພັກຈົດທະບຽນເຂົ້າຮ່ວມແຂ່ງຂັນການເລືອກຕັ້ງໃນການເລືອກຕັ້ງສະພາແຫ່ງຊາດ ຈະມາເຖິງ, ມີ 20 ພັກການເມືອງຈົດທະບຽນເຂົ້າຮ່ວມການແຂ່ງຂັນເລືອກຕັ້ງຢູ່ອົງການນີ້ ໃນນັ້ນມີ 4 ພັກໂດຍ NEC ຮັບຮອງໄດ້ຈົດທະບຽນຖືກຕ້ອງ ແລະ ມີເອກະສານຢ່າງຄົບຖ້ວນ.
        ຄະນະກຳມະການເລືອກຕັ້ງແຫ່ງຊາດ ກຳປູເຈຍ ຈະສືບຕໍ່ເປີດປະຕູຕື່ມອີກ 5 ວັນເພື່ອໃຫ້ບັນດາພັກການເມືອງໄດ້ຈົດທະບຽນແລ້ວສ້າງສຳເນົາເອກະສານທີ່ຈຳເປັນ.
 (ແຫຼ່ງຄັດຈາກ VOV)


top