ຂ່າວສານ

ກຳປູເຈຍ ຊຸກຍູ້ສ້າງຕັ້ງສະພາປຶກສາຫາລືສູງສຸດລະຫວ່າງລັດຖະບານກັບບັນດາພັກການເມືອງ

      ວັນທີ 21 ສິງຫາ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hun Sen ໄດ້ຈັດຕັ້ງເວທີປາໄສປຶກສາຫາລືກັບການນຳຂອງ 16 ພັກການເມືອງຢູ່ປະເທດນີ້ ພາຍຫລັງພັກປະຊາຊົນ ກຳປູເຈຍ (CPP) ຍາດໄດ້ໄຊຊະນະໃນການເລືອກຕັ້ງສະພາແຫ່ງຊາດຊຸດທີ 6 ຜ່ານມາ.
      ມີ 20 ພັກການເມືອງ, ລວມມີພັກ CPP,  ເຂົ້າຮ່ວມການເລືອກຕັ້ງເມື່ອວັນທີ 29 ກໍລະກົດ ຜ່ານມາ. ກ່າວຄຳເຫັນທີ່ເວທີປາໄສ, ທ່ານ Hun Sen ຊີ້ແຈ້ງວ່າ: ທ່ານຈັດຕັ້ງການປຶກສາຫາລືນີ້ ໃນນາມເປັນນາຍົກລັດຖະມົນຕີ, ບໍ່ແມ່ນໃນນາມເປັນປະທານ CPP, ພ້ອມທັງສະແດງໃຫ້ເຫັນເຈດຈຳນົງສ້າງຕັ້ງສະພາປຶກສາຫາລືສູງສຸດລະຫວ່າງລັດຖະບານ ແລະ ບັນດາພັກການເມືອງ ແນໃສ່ຊອກຫາແນວຄວາມຄິດທີ່ມີລັກສະນະກໍ່ສ້າງ, ຊຸກຍູ້ການພັດທະນາຂອງປະເທດຊາດ. ທ່ານເນັ້ນໜັກວ່າ ການເຂົ້າຮ່ວມຂອງບັນດາພັກການເມືອງນັ້ນ ແມ່ນຄວາມສຳຄັນສຳລັບການພັດທະນາຂອງປະເທດຊາດຢ່າງແທ້ຈິງ.
 (ແຫຼ່ງຄັດຈາກ VOV)

top