ຂ່າວສານ

ກຳປູເຈຍ ຊຸກຍູ້ການຮ່ວມມືສາກົນກ່ຽວກັບການປົກປັກຮັກສາມໍລະດົກວັດທະນະທຳພາກພື້ນ ອາຊີຕາເວັນອອກສ່ຽງໃຕ້

ເຂົ້າຮ່ວມເຫດການນີ້ມີເຈົ້າໜ້າທີ່ລັດຖະບານ, ນັກຊ່ຽວຊານດ້ານນະໂຍບາຍວັດທະນະທຳ, ປະຕິບັດກົດໝາຍ, ຫໍພິພິທະພັນ ແລະ ຕະຫຼາດສິລະປະໃນທົ່ວໂລກ
  ພາບປະກອບ  

ຕາມແຈ້ງການສື່ມວນຊົນຂອງກະຊວງວັດທະນະທຳ ແລະ ສິລະປະ ກຳປູເຈຍ ໃນວັນທີ 2 ກັນຍາ, ກະຊວງດັ່ງກ່າວຈະຮ່ວມມືກັບສະຫະພັນວັດຖຸບູຮານ ຈັດກອງປະຊຸມສາກົນກ່ຽວກັບການປົກປັກຮັກສາມໍລະດົກວັດທະນະທຳຢູ່ແຂວງ ຊຽມຣຽບ ໃນອາທິດໜ້າ. ຄາດວ່າ, ກອງປະຊຸມຈະດຳເນີນໃນລະຫວ່າງວັນທີ 5 – 8 ກັນຍາ, ໃນນັ້ນສຸມໃສ່ການປົກປັກຮັກສາ ແລະ ສະກັດກັ້ນການເຄື່ອນໄຫວຊື້ຂາຍຊັບສິບວັດທະນະທຳຢ່າງຜິດກົດໝາຍ, ທີ່ພວມນາບຂູ່ເຖິງມໍລະດົກທີ່ອຸດົມສົມບູນຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ບັນດາວົງຄະນະຍາດຢູ່ທ້ອງຖິ່ນ ແລະ ບັນດາພື້ນຖານເສດຖະກິດແຫ່ງຊາດ. ເຂົ້າຮ່ວມເຫດການນີ້ມີເຈົ້າໜ້າທີ່ລັດຖະບານ, ນັກຊ່ຽວຊານດ້ານນະໂຍບາຍວັດທະນະທຳ, ປະຕິບັດກົດໝາຍ, ຫໍພິພິທະພັນ ແລະ ຕະຫຼາດສິລະປະໃນທົ່ວໂລກ.


top