ຂ່າວສານ

ກຳປັ່ນນຳຂອງຂວັນບຸນປີໃໝ່ໄປ ເຈື່ອງຊາ

      ເລື່ອງສົ່ງສິນຄ້າຂຶ້ນກ່ຳປັ່ນຍິ່ງມີຄວາມຫຍຸ້ງຍາກ, ແຕ່ບັນດາພະນັກງານ, ນັກຮົບໄດ້ຕັດສິນໃຈຮັບປະກັນໃຫ້ຖືກຕ້ອງຕາມຄວາມຄືບໜ້າ.
 
     
(ສົ່ງສິນຄ້າຂຶ້ນກ່ຳປັ່ນ)
      ໂດຍໄດ້ກາຍເປັນປະເພນີແລ້ວ, ແຕ່ລະປີກ່ອນທີ່ຈະຮອດບຸນປີໃໝ່ປະຈຳຊາດ ຫວຽດນາມ (ບຸນເຕັດ) ກ່ຳປັ່ນຂອງກອງທັບເຮືອ ແລະ ກ່ຳປັ່ນກວດກາການປະມົງຫຼາຍລຳ ພັດອອກສູ່ທະເລ ນຳເອົາຂອງຂວັນບຸນເຕັດໄປໃຫ້ພະນັກງານ, ນັກຮົບ, ປະຊາຊົນຢູ່ເກາະແຫ່ງຕ່າງໆໃນທົ່ວທຸກແຫ່ງຂອງປະເທດຊາດ. ກອງກ່ຳປັ່ນທະຫານເຮືອເລກ 4 ແລະ ກອງກວດກາຊາວປະມົງເຂດ 4 ຫາກໍ່ນຳເອົາຂອງຂວັນບຸນເຕັດໄປໃຫ້ທະຫານ, ປະຊາຊົນທີ່ພວມປະຕິບັດໜ້າທີ່ຢູ່ເກາະແຫ່ງຕ່າງໆທີ່ຂຶ້ນກັບໝູ່ເກາະ ເຈື່ອງຊາ ຂອງຫວຽດນາມ.
        ກ່ຳປັ່ນຂອງກອງທັບເຮືອ ແລະ ກ່ຳປັ່ນກວດກາການປະມົງຫຼາຍລຳ ທີ່ພວມນຳເອົາສິນຄ້າ, ທັນຍາຫານ ແລະ ຂອງຂວັນບຸນເຕັດ ໄປໝູ່ເກາະ ເຈື່ອງຊາ ນັ້ນ, ມີກ່ຳປັ່ນບາງລຳໄດ້ໄປຮອດເກາະແຫ່ງຕ່າງໆທີ່ຂຶ້ນກັບເມືອງເກາະ ເຈື່ອງຊາ, ແຂວງ ແຄງຮ່ວາ ແລ້ວ. ຍ້ອນໂລກລະບາດໂຄວິດ-19, ເລື່ອງສົ່ງສິນຄ້າຂຶ້ນກ່ຳປັ່ນຍິ່ງມີຄວາມຫຍຸ້ງຍາກ, ແຕ່ບັນດາພະນັກງານ, ນັກຮົບໄດ້ຕັດສິນໃຈຮັບປະກັນໃຫ້ຖືກຕ້ອງຕາມຄວາມຄືບໜ້າ. ທ່ານພັນເອກ ຫງວຽນທຽນກວນ, ຮອງຜູ້ບັນຊາການທະຫານເຮືອເຂດ 4, ໃຫ້ຮູ້ວ່າ:
        “ເຄື່ອງຂອງຕ້ອນຮັບບຸນເຕັດທຸກປະເພດໄດ້ຄັດເລືອກຢ່າງລະອຽດ, ຈາກແຫຼ່ງຜະລິດຮັບປະກັນຫຼັກອະນາໄມດ້ານສະບຽງອາຫານ. ພວກຂ້າພະເຈົ້າໄດ້ດຳເນີນການກວດໂຄວິດ-19 ແລະ ແຍກຕົວກຳລັງເຂົ້າຮ່ວມການຂົນສົ່ງສິນຄ້າ ເພື່ອຮັບປະກັນຄວາມປອດໄພ. ເຖິງວ່າໄດ້ປະສົບກັບຄວາມຫຍຸ້ງຍາກກໍ່ຕາມ, ແຕ່ພວກຂ້າພະເຈົ້າກໍ່ໄດ້ເອົາໃຈໃສ່ທີ່ສຸດ ແລະ ຮັບປະກັນໃນການດຳລົງຊີວິດ ແລະ ເຄື່ອງຂອງທີ່ຈຳເປັນໃຫ້ແກ່ທະຫານ, ປະຊາຊົນ ເຈືອງຊາ ໄດ້ຕ້ອນຮັບບຸນເຕັດປີຂານ 2022 ດ້ວຍຄວາມເບີກບານມ່ວນຊື່ນ, ອົບອຸ່ນຄົບຖ້ວນ, ປອດໄພ”.
        ເລື່ອງເບິ່ງແຍງອ້າຍນ້ອງພະນັກງານ, ນັກຮົບທີ່ພວມປະຕິບັດໜ້າທີ່ວຽກງານຢູ່ເກາະແນວໜ້າແຫ່ງຕ່າງໆຂອງທະຫານເຮືອເຂດ 4 ໃນຍາມບຸນເຕັດ ຍາມໃດກໍ່ໄດ້ຮັບການກຳນົດຈາກກອງບັນຊາການທະຫານເຂດວ່າແມ່ນໜຶ່ງໃນບັນດາໜ້າທີ່ສຳຄັນ, ຕ້ອງດຳເນີນໄປຢ່າງຮອບຄອບ. ທ່ານພັນເອກ ລ້າວັນຮຸ່ງ, ຮອງຫົວໜ້າການເມືອງກອງບັນຊາການທະຫານເຮືອເຂດ 4, ໃຫ້ຮູ້ວ່າ:
        “ທັນຍາຫານ, ອາຫານຄື: ຜັກ, ຊີ້ນ, ເຂົ້າສານ, ງ່າດອກເໝີຍ, ດອກຄາຍ, ຕົ້ນໝາກແປ້ນ, ເຂົ້າຕົ້ມ, ເຂົ້າໜົມ… ແລະ ບັນດາເຄື່ອງຂອງຮັບໃຊ້ແຕ່ງຄາບເຂົ້າໃນຊຸມມື້ໃຫ້ບຸນເຕັດ. ກອງບັນຊາການທະຫານເຮືອເຂດ 4 ໄດ້ຊີ້ນຳອົງການຈັດຕັ້ງ, ພະແນກ, ຂະແໜງການກະກຽມຢ່າງລອບຄອບຖີຖ້ວນ, ລະອຽດທີ່ສຸດ ເພື່ອສົ່ງໃຫ້ບັນດາກ່ຳປັ່ນ, ໝູ່ເກາະແຫ່ງຕ່າງໆຢ່າງທັນການ ແລະ ຮັບປະກັນມີຄຸນນະພາບດີທີ່ສຸດ. ພະນັກງານ, ນັກຮົບທີ່ພວມປະຕິບັດໜ້າທີ່ຢູ່ແນວໜ້າຂອງປະເທດຊາດ ມີເງື່ອນໄຂຢ່າງພຽງພໍເພື່ອຕ້ອນຮັບບຸນເຕັດດ້ວຍຄວາມມ່ວນຊື່ນ, ອົບອຸ່ນ ແລະ ມີຄົບທຸກຢ່າງທີ່ເອົາມາຈາກເຂດດິນຕໍ່ແຜ່ນ, ບ້ານເກີດເມືອງນອນ.”

(ກ່ຳປັ່ນນຳເອົາສິນຄ້າ, ທັນຍາຫານ ແລະ ຂອງຂວັນບຸນເຕັດ ໄປໝູ່ເກາະ ເຈື່ອງຊາ)
      ໂດຍແມ່ນໜຶ່ງໃນບັນດານັກຮົບທີ່ປະຕິບັດໜ້າທີ່ນຳເອົາຂອງຂວັນບຸນເຕັດຈາກເຂດດິນຕໍ່ແຜ່ນໄປໃຫ້ໝູ່ເກາະ ເຈື່ອງຊາ, ຮ້ອຍໂທ ຫງວຽນຈູງແທ່ງ, ຜູ້ຮັບຜິດຊອບວຽກງານການເມືອງກ່ຳປັ່ນເລກທີ 561, ແບ່ງປັນວ່າ:
        “ພວກຂ້າພະເຈົ້າແຕ່ລະຄົນມີຄວາມຮັບຜິດຊອບຢ່າງໃຫຍ່ຫຼວງ, ທິຄວາມເປັນກຽດ ແລະ ເອກອ້າງທະນົງໃຈ. ສຳລັບບັນດາຂອງຂວັນນີ້ ພວກຂ້າພະເຈົ້າສັບຊ້ອນ ແລະ ຮັກສາເປັນຢ່າງດີທີ່ສຸດ. ພາຍຫຼັງກ່ຳປັ່ນເລີ່ມອອກເດີນທາງຈາກດິນຕໍ່ແຜ່ນມຸ່ງໜ້າໄປຍັງໝູ່ເກາະ, ພວກຂ້າພະເຈົ້າຈະມອບຂອງຂວັນນີ້ໃຫ້ທະຫານ ແລະ ປະຊາຊົນຢູ່ໝູ່ເກາະ ເຈື່ອງຊາ. ນັ້ນບໍ່ພຽງແຕ່ແມ່ນຂອງຂວັນທາງດ້ານວັດຖຸເທົ່ານັ້ນ ຫາກຍັງແມ່ນຂອງຂວັນທາງດ້ານຈິດໃຈສຳລັບທະຫານ, ປະຊາຊົນໃນເກາະອີກດ້ວຍ. ການເດີນທາງໄດ້ນຳເອົາຄວາມເຊື່ອໝັ້ນ, ຮັກແພງຂອງຍາດຕິພີ່ນ້ອງ, ປະຊາຊົນໃນທົ່ວປະເທດ ມາໃຫ້ບັນດາພະນັກງານ, ນັກຮົບ ແລະ ປະຊາຊົນຢູ່ເຂດໝູ່ເກາະທີ່ຫ່າງໄກ.”
        ບັນດາພະນັກງານ, ນັກຮົບທີ່ພວມປະຕິບັດໜ້າທີ່ຂົນສົ່ງຂອງຂວັນບຸນເຕັດ ໄປຍັງ ເຈື່ອງຊາ ໄດ້ຕັດສິນໃຈປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ. ອ້າຍ ເຈິ່ນວັນເຍິດ, ກັບຕັນກ່ຳປັ່ນກວດກາການປະມົງເລກທີ 490, ໃຫ້ຮູ້ວ່າ:
        “ພະນັກງານ, ລູກເຮືອມີຄວາມເປັນກຽດ ແລະ ເອກອ້າງທະນົງໃຈທີ່ສຸດທີ່ໄດ້ປະຕິບັດໜ້າທີ່ນຳເອົາຄວາມອົບອຸ່ນ, ນ້ຳໃຈ ກໍຄືເປັນສາຍໄຍເຊື່ອມຕໍ່ລະຫວ່າງເຂດດິນຕໍ່ແຜ່ນກັບໝູ່ເກາະທີ່ຫ່າງໄກ. ຍ້ອນເຫດນັ້ນ, ພະນັກງານ, ລູກເຮືອໝົດທຸກຄົນຂອງກ່ຳປັ່ນລ້ວນແຕ່ມີເຈດຈຳນົງຕັດສິນໃຈສູງສຸດ, ມານະພະຍາຍາມເສີມຂະຫຍາຍນ້ຳໃຈຄວາມຮັບຜິດຊອບຂອງຕົນຈົນສຸດຄວາມສາມາດ ເພື່ອປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ.”
        ກ່ຳປັ່ນລຳຕ່າງໆທີ່ຂົນສົ່ງຂອງຂວັນບຸນເຕັດໄປຍັງໝູ່ເກາະ ເຈື່ອງຊາ ປີນີ້ແມ່ນມີຄວາມໝາຍພິເສດ ຍ້ອນວ່າໄດ້ດຳເນີນໄປໃນສະພາບໂລກລະບາດພວມມີການຜັນແປຢ່າງສັບສົນ. ນີ້ແມ່ນແຫຼ່ງລະດົມກຳລັງໃຈຢ່າງໃຫຍ່ຫຼວງ ຊ່ວຍໃຫ້ພະນັກງານ, ນັກຮົບຮັບມືຕໍ່ສິ່ງຫຍຸ້ງຍາກ, ລຳບາກ, ປົກປັກຮັກສາອະທິປະໄຕທີ່ສັກກະລະບູຊາຂອງປະເທດຊາດທັງເວັນ ແລະ ຄືນຢ່າງໝັ້ນຄົງໜັກແໜ້ນ.
(ແຫຼ່ງຄັດຈາກ VOV)


top