ຂ່າວສານ

ກຳປັ່ນກອງທັບເຮືອ ຫວຽດນາມ ເຂົ້າຮ່ວມບັນດາການເຄື່ອນໄຫວຫຼາຍຝ່າຍສາກົນ

ໃນການເດີນທາງ 5.000 ໄມ້ທະເລ, ພະນັກງານ ແລະ ນັກຮົບກຳປັ່ນໄດ້ສົມທົບກັນຝຶກຊ້ອມການເດີນທະເລໄລຍະຍາວ.
  ກຳປັ່ນເລກ 20 ຂຶ້ນກັບກອງພັນນ້ອຍ 172  

ຕອນເຊົ້າວັນທີ 14 ພຶດສະພາ, ກຳປັ່ນເລກ 20 ຂຶ້ນກັບກອງພັນນ້ອຍ 172, ເຂດ 3 ກອງທັບເຮືອປະຊາຊົນ ຫວຽດນາມ ໂດຍທ່ານພັນເອກ ຫວຽນກວກກວາງ, ຮອງຜູ້ບັນຊາການໃຫຍ່ທະຫານເຮືອເຂດ 3, ເປັນຫົວໜ້າຄະນະ, ໄດ້ເດີນທາງອອກຈາກນະຄອນ ດ່ານັ້ງ ເຂົ້າຮ່ວມບັນດາການເຄື່ອນໄຫວຫຼາຍຝ່າຍສາກົນຢູ່ ມາເລເຊຍ ແລະ ອິນໂດເນເຊຍ. ການເດີນທາງນີ້ປະຕິບັດຕາມຄຳເຊີນຂອງກອງທັບເຮືອ ມຽນມາ ແລະ ອິນໂດເນເຊຍ ເພື່ອແນໃສ່ປັບປຸງ ແລະ ເພີ່ມທະວີສາຍພົວພັນມິດຕະພາບ, ການຮ່ວມມືອັນດີງາມພວມມີຢູ່ລະຫວ່າງກອງທັບ ແລະ ກອງທັບເຮືອ ຫວຽດນາມ ກັບກອງທັບ ແລະ ກອງທັບເຮືອບັນດາປະເທດ.

ໃນການເດີນທາງ 5.000 ໄມ້ທະເລ, ພະນັກງານ ແລະ ນັກຮົບກຳປັ່ນໄດ້ສົມທົບກັນຝຶກຊ້ອມການເດີນທະເລໄລຍະຍາວ, ຍົກສູງກຳລັງຈັດຕັ້ງການຮ່ວມບັນຊາ, ຄວາມສາມາດກ່ຽມພ້ອມການສູ້ຮົບ; ຈັດການລາດຕາເວັນ, ໄປສືບກຳແໜ້ນສະພາບການຢູ່ບັນດາເຂດທະເລໃນການເດີນທະເລ.

ຕາມແຜນການແລ້ວ, ຢູ່ ມາເລເຊຍ, ກຳປັ່ນເລກ 20 ແລະ ຄະນະປະຕິບັດງານຈະເຂົ້າຮ່ວມການເຄື່ອນໄຫວຫຼາຍຢ່າງໃນຂອບເຂດງານວາງສະແດງການບິນອາວະກາດ ແລະ ການເດີນເຮືອສາກົນ Langkawi (LIMA); ເຂົ້າຮ່ວມການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ກິລາຢູ່ ມຽນມາ ແລະ ອິນໂດເນເຊຍ.

 


top