ຂ່າວສານ

ກຳປັ່ນກອງທັບເຮືອ ຫວຽດນາມ ເຂົ້າຮ່ວມ LIMA 2023 ຢູ່ ມາເລເຊຍ

ງານວາງສະແດງຈັດຂຶ້ນແຕ່ວັນທີ 23-27 ພຶດສະພາ, ດ້ວຍການເຂົ້າຮ່ວມຂອງຫຼາຍກວ່າ 1.200 ບໍລິສັດປ້ອງກັນຊາດໃນໂລກ, ພ້ອມກັບຮ້ານວາງສະແດງ 600 ຮ້ານ.
  ກຳປັ່ນໝາຍເລກ 20 (ພາບ: qdnd.vn)  

ຕອນບ່າຍວັນທີ 23 ພຶດສະພາ, ກຳປັ່ນໝາຍເລກ 20 ກອງພົນນ້ອຍ 172, ທະຫານເຮືອເຂດ 3 ຫວຽດນາມ, ພ້ອມກັບກຳປັ່ນຂອງ 11 ປະເທດອື່ນ, ໄດ້ເຂົ້າຮ່ວມການເຄື່ອນໄຫວຕ່າງໆນອນໃນຂອບເຂດງານວາງສະແດງ ການບິນ - ການເດີນເຮືອສາກົນ 2023 (LIMA 2023), ຢູ່ Langkawi, ປະເທດ ມາເລເຊຍ. ກຳປັ່ນໝາຍເລກ 20 ພ້ອມກັບຄະນະປະຕິບັດງານໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວ, ຄື: ວາງສະແດງກຳປັ່ນກອງທັບເຮືອ, ງານວາງສະແດງແນະນຳກາລະໂອກາດເຂົ້າອາຊີບເປັນທະຫານເຮືອ ມາເລເຊຍ, ການຝຶກຊ້ອມທາງທະເລ LIMA. ພາຍຫຼັງສິ້ນສຸດເຫດການຢູ່ Langkawi, ກຳປ່ັນໝາຍເລກທີ 20 ຈະສືບຕໍ່ເຂົ້າຮ່ວມການສະແດງກຳລັງກຳປັ່ນສາກົນ ແລະ ການຝືກຊ້ອມ LIMA ພ້ອມກັບກຳປັ່ນກອງທັບເຮືອບັນດາປະເທດ ອາຊຽນ. ນີ້ເປັນຄັ້ງທີ 3 ກອງທັບເຮືອປະຊາຊົນ ຫວຽດນາມ ຈັດສົ່ງກຳປັ່ນເຂົ້າຮ່ວມ LIMA.

ແລະກໍ່ໃນວັນດຽວກັນ, LIMA 2023 ໄດ້ໄຂຂຶ້ນຢ່າງເປັນທາງການ. ງານວາງສະແດງຈັດຂຶ້ນແຕ່ວັນທີ 23-27 ພຶດສະພາ, ດ້ວຍການເຂົ້າຮ່ວມຂອງຫຼາຍກວ່າ 1.200 ບໍລິສັດປ້ອງກັນຊາດໃນໂລກ, ພ້ອມກັບຮ້ານວາງສະແດງ 600 ຮ້ານ.


top