ຂ່າວສານ

ກາ​ນ​ຮ​່ວມ​ມື​ດ້ານ​ພະ​ລັງ​ງານ, ນ້ຳ​ມັນ​ອາຍ​ແກັດ ແມ່ນ​ເສົາຫຼັກ​ສຳ​ຄັນ​ໃນ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ລັດ​ເຊຍ

ທ່ານ Vitaly Markelov ມີຄວາມປາດຖະໜາຢາກເປັນຄູ່ຮ່ວມມືທີ່ໜ້າໄວ້ເນື້ອເຊື່ອໃຈຂອງວິສາຫະກິດນ້ຳມັນອາຍແກັດ ຫວຽດນາມ ແລະ ການພົວພັນຮ່ວມມືນີ້ຈະນັບມື້ນັບພັດທະນາກ່ວາອີກ.

ທ່ານ ຫງວຽນວັນບິ່ງ ຫົວໜ້າຄະນະເສດຖະກິດສູນກາງ ພັກຄອມມູນິດຫວຽດນາມ ຕ້ອນຮັບທ່ານ Vitaly Markelov ຮອງປະທານ ບໍລິຫານກຸ່ມບໍລິສັດ Gazprom (ສະຫະພັນ ລັດເຊຍ)  (ພາບ: TTXVN)

ການຮ່ວມມືດ້ານພະລັງງານ, ນ້ຳມັນອາຍແກັດ ແມ່ນເສົາຫຼັກສຳຄັນໃນການພົວພັນລະຫວ່າງ ຫວຽດນາມ - ລັດເຊຍ ນີ້ແມ່ນຄຳຢັ້ງຢືນຂອງ ທ່ານ ຫງວຽນວັນບິ່ງ ຫົວໜ້າຄະນະເສດຖະກິດສູນກາງ ພັກຄອມມູນິດ ຫວຽດນາມ ທີ່ການຕ້ອນຮັບທ່ານ Vitaly Markelov ຮອງປະທານ ບໍລິຫານກຸ່ມບໍລິສັດ Gazprom (ສະຫະພັນ ລັດເຊຍ) ໃນຕອນບ່າຍວັນທີ 19 ທັນວາ, ຢູ່ຮ່າໂນ້ຍ. ທ່ານ ຫງວຽນວັນບິ່ງ ຢັ້ງຢືນວ່າ ພັກ ແລະ ລັດ ຫວຽດນາມ ຖືເປັນສຳຄັນ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ກັບ ສະຫະພັນລັດເຊຍເວົ້າລວມ ແລະ ກັບກຸ່ມບໍລິສັດ Gazprom ເວົ້າສະເພາະ. ທ່ານ ຫງວຽນວັນບິ່ງ ໄດ້ສະເໜີໃຫ້ກຸ່ມບໍລິສັດ Gazprom ສືບຕໍ່ເປີດກ້ວາງການຮ່ວມມືລົງທຶນຢູ່ ຫວຽດນາມ ໃນບັນດາຂົງເຂດສຳຫຼວດ, ຂຸດຄົ້ນນ້ຳມັນອາຍແກັດ,ສະໜອງນ້ຳມັນດິບ…

ສ່ວນທ່ານ Vitaly Markelov ມີຄວາມປາດຖະໜາຢາກເປັນຄູ່ຮ່ວມມືທີ່ໜ້າໄວ້ເນື້ອເຊື່ອໃຈຂອງວິສາຫະກິດນ້ຳມັນອາຍແກັດ ຫວຽດນາມ ແລະ ການພົວພັນຮ່ວມມືນີ້ຈະນັບມື້ນັບພັດທະນາກ່ວາອີກ.

(ແຫຼ່ງຄັດຈາກ VOV)


top