ຂ່າວສານ

ກາ​ນາ​ດາ​ຢັ້ງ​ຢືນ​ຖື​ເປັນ​ສຳ​ຄັນ​ກາ​ນ​ພົວ​ພັນ ກັບ ຫວຽດ​ນາມ

ກາ​ນາ​ດາ​ໄດ້​ຕີ​ລາ​ຄາ​ສູງ ການ​ພົວ​ພັນລະ​ຫວ່າງ​ສອງ​ປະ​ເທດ​ບົນ​ພື້ນ​ຖານ​ການ​ຮ່ວມ​ມືກວ້າງ​ຂວາງ ແລະ ຍາວ​ນານ, ການ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ, ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ແລະ ການ​ຄ້າ​ນັບ​ມື້​ນັບ​ພັດ​ທະ​ນາ.
ແຈ້ງ​ການ​ສື່ມວນ​ຊົນ​ໄດ້​ເອົາ​ລົງ​ໃນ​ເວັບ​ໄຊ​ຂອງ ຫ້ອງວ່​າການ ຜູ້ສຳເລັດລາດຊະການແຫ່ງການາດາ (ພາບ: VNA)
ໃນ​ແຈ້ງ​ການ​ຂອງ​ຫ້ອງວ່​າການ ຜູ້ສຳເລັດລາດຊະການແຫ່ງການາດາ ​ຕໍ່​ໜ້າ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ກາ​ນາ​ດາ​ຂອງ ທ່ານ​ ໂຕ​ເລິມເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ, ທ່ານ Louise Arbour ຜູ້ສຳເລັດລາດຊະການແຫ່ງການາດາ ໃຫ້​ຮູ້​ວ່າ​ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຈະ​ມີ​ບັນ​ດາ​ການ​ເຄື່ອນ​ໄຫວ​ຢູ່​ນະ​ຄ​ອນຫຼວງ Ottawa ເພື່ອ​ແນ​ໃສ່​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ. ແຈ້ງ​ການ ໄດ້​ຢັ້ງ​ຢືນ ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ຂອງ​ກາ​ນາ​ດາ​ໃນ​ພາກ​ພື້ນ​ມະ​ຫາ​ສະ​ໝຸດ​ອິນ​ເດຍ - ປາ​ຊີ​ຟິກ. ກາ​ນາ​ດາ​ໄດ້​ຕີ​ລາ​ຄາ​ສູງ ການ​ພົວ​ພັນລະ​ຫວ່າງ​ສອງ​ປະ​ເທດ​ບົນ​ພື້ນ​ຖານ​ການ​ຮ່ວມ​ມືກວ້າງ​ຂວາງ ແລະ ຍາວ​ນານ, ການ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ, ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ແລະ ການ​ຄ້າ​ນັບ​ມື້​ນັບ​ພັດ​ທະ​ນາ; ກໍ່​ຄື​ການ​ປະ​ສານ​ສົມ​ທົບ​ໃນ​ບັນ​ດາ​ຂົງ​ເຂດ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ ແລະ ການ​ຮັບ​ມື​ກັບ​ການ​ປ່ຽ​ນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.

top