ຂ່າວສານ

ກາ​ນາ​ດາ ມີ​ຄວາມ​ປາດ​ຖະ​ໜາ​ຢາກ​ຮ່ວມ​ມື​ດ້ານ​ພະ​ລັງ​ງານ​ທົດ​ແທນ ແລະ ຂຸດ​ຄົ້ນ​ແຮ່​ທາດ​ກັບ ຫວຽດ​ນາມ

ທາງແຂວງ Saskatchewan ມີຄວາມສົນໃຈເປັນພິເສດເຖິງການຊຸກຍູ້ການຮ່ວມມືກັບ ຫວຽດນາມ ໃນຂົງເຂດພະລັງງານທົດແທນ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ແລະ ນະວັດຕະກຳ.
ການຕ້ອນຮັບທ່ານ Warren Kaeding, ລັດຖະມົນຕີກະຊວງການຄ້າ ແລະ ພັດທະນາການສົ່ງອອກແຂວງ Saskatchewan ຂອງ ການາດາ (ພາບ: ກະຊວງອຸດສາຫະກຳ ແລະ ການຄ້າ)

ວັນທີ 17 ກຸມພາ, ຢູ່ສຳນັກງານກະຊວງອຸດສາຫະກຳ ແລະ ການຄ້າ, ເມື່ອກ່າວຄຳເຫັນໃນການຕ້ອນຮັບທ່ານ Warren Kaeding, ລັດຖະມົນຕີກະຊວງການຄ້າ ແລະ ພັດທະນາການສົ່ງອອກແຂວງ Saskatchewan ຂອງ ການາດາ, ທ່ານຮອງລັດຖະມົນຕີ ຫງວຽນຮວ່າງລອງ ຫວັງວ່າ ການພົວພັນທາງດ້ານເສດຖະກິດລະຫວ່າງ ຫວຽດນາມ - ການາດາ ເວົ້າລວມ ແລະ ກັບ Saskatchewan ເວົ້າສະເພາະ ຈະຕ້ອງພັດທະນາຢ່າງແຮງກວ່າໃນໄລຍະຈະມາເຖິງ. ສອງຝ່າຍຕ້ອງຍູ້ແຮງການຮ່ວມມືດ້ານການຄ້າ, ການລົງທຶນ ທັງຢູ່ລະດັບລັດຖະບານ ແລະ ລະດັບແຂວງ.

        ສ່ວນທ່ານລັດຖະມົນຕີ Warren Kading ມີຄວາມປາດຖະໜາຢາກຊຸກຍູ້ການຮ່ວມມືແບບພິເສດໃນບັນດາຂົງເຂດການຄ້າ, ກະສິກຳ, ພະລັງງານສີຂຽວ, ຂຸດຄົ້ນບໍ່ແຮ່ແບບຍືນຍົງ ແລະ ບຳລຸງສ້າງວິຊາຊີບ. ໄປຄຽງຄູ່ກັບບັນດາຂົງເຂດທີ່ເປັນມູນເຊື້ອ, ທາງແຂວງ Saskatchewan ມີຄວາມສົນໃຈເປັນພິເສດເຖິງການຊຸກຍູ້ການຮ່ວມມືກັບ ຫວຽດນາມ ໃນຂົງເຂດພະລັງງານທົດແທນ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ແລະ ນະວັດຕະກຳ.


top