ຂ່າວສານ

ກາວບັ່ງຮັບນາມະຍົດສວນສາທາລະນະທໍລະນີສາດທົ່ວໂລກ UNESCO

      ຕອນຄ່ຳວັນທີ 24 ພະຈິກ, ໄດ້ດຳເນີນພິທີຮັບນາມມະຍົດສວນສາທາລະນະທໍລະນີສາດທົ່ວໂລກ UNESCO ເຂດກາວບັ່ງ ແລະ ປະກາດເຂດປູຊະນີຍະສະຖານໄຊຊະນະເຂດຊາຍແດນປີ 1950 ຢູ່ເມືອງ ແທັກອານ ແມ່ນເຂດປູຊະນີຍະສະຖານ ແຫ່ງຊາດພິເສດ.
ສວນສາທາລະນະທໍລະນີສາດທົ່ວໂລກ UNESCO ເຂດກາວບັ່ງ ແມ່ນເຂດດິນແດນມີວັດທະນະທຳ, ປະຫວັດສາດມາແຕ່ດົນນານ, ດ້ວຍກວ່າ 215 ມໍລະດົກວັດທະນະທຳ, ປະຫວັດສາດຖືກຈັດອັນດັບ, ໃນນັ້ນມີ 3 ເຂດປູຊະນີຍະສະຖານແຫ່ງຊາດພິເສດຂອງຫວຽດນາມ.
        ເນື່ອງໃນໂອກາດນີ້, ຢູ່ ກາວບັ່ງ ຍັງດຳເນີນລາຍການທ່ອງທ່ຽວ “ຜ່ານບັນດາເຂດປູຊະນີຍະສະຖານຫວຽດບັກ” ປີ 2018 ດ້ວຍການເຄື່ອນໄຫວທີ່ອຸດົມສົມບູນຄື: ສັບປະດາວັດທະນະທຳ, ກິລາ, ທ່ອງທ່ຽວເຂດກາວບັ່ງ; ບັນດາການເຄື່ອນໄຫວແຂ່ງຂັນກິລາ, ອາຫານການກິນ… ອີກດ້ວຍ.
(ແຫຼ່ງຄັດຈາກ VOV)

top