ຂ່າວສານ

ກາລະໂອກາດ ແລະ ສິ່ງທ້າທາຍໃຫ້ແກ່ ຫວຽດນາມ ໃນສະພາບການ EVFTA ໄດ້ຮັບຮອງເອົາໂດຍໄວ

      ຕອນບ່າຍວັນທີ 24 ກໍລະກົດ, ຢູ່ນະຄອນ ເກິ່ນເທີ, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ, ສາຂາ ເກິ່ນເທີ (VCCI ເກິ່ນເທີ) ແລະ ສູນກຳມະການສາກົນ ປະຈຳ ຫວຽດນາມ (VIAC) ໄດ້ສົມທົບກັນຈັດຕັ້ງກອງປະຊຸມສຳມະນາ ຮັບຮູ້ກາລະໂອກາດດຳເນີນທຸລະກິດໃນສະພາບການສັນຍາ ການຄ້າເສລີ ຫວຽດນາມ - EU (EVFTA) ໄດ້ຮັບຮອງເອົາໂດຍໄວ”.

ພາບປະກອບ (ພາບ: TTXVN) 
      ກອງປະຊຸມສຳມະນາແນໃສ່ສະໜອງບັນດາຂໍ້ມູນຂ່າວສານທີ່ມີປະໂຫຍດໃຫ້ແກ່ບັນດາວິສາຫະກິດ, ນັກລົງທຶນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ກ່ຽວກັບກາລະໂອກາດ ແລະ ສິ່ງທ້າທາຍຈາກ ສັນຍາ EVFTA, ແງ່ຫວັງດຶງດູດການລົງທຶນຈາກສະຫະພາບ ເອີລົບ (EU) ກໍ່ຄືຍົກອອກວິທີການແກ້ໄຂ, ສະເໜີຄຳກ່າວເຕື່ອນໃຫ້ແກ່ບັນດາວິສາຫະກິດສົ່ງອອກ, ພ້ອມທັງຊຸກຍູ້ການພັດທະນາການຄ້າ ແລະ ການລົງທຶນລະຫວ່າງ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ ຫວຽດນາມ - EU ເວົ້າສະເພາະ ແລະ ຫວຽດນາມ - EU ເວົ້າລວມໃນໄລຍະຈະມາເຖິງ.
 (ແຫຼ່ງຄັດຈາກ VOV)


top