ຂ່າວສານ

ການ​ໃຊ້​ຈ່າຍ​ໃຫ້​ແກ່​ຂົງ​ເຂດ​ປ້ອງ​ກັນ​ຊ​າດ​ຂອງ EU ໃນ​ປີ 2025 ບັນ​ລຸ​ລະ​ດັບ​ສະ​ຖິ​ຕິ

ວັນທີ 02 ກັນຍາ, ອົງການປ້ອງກັນຊາດ ເອີຣົບ (EDA) ໃຫ້ຮູ້ວ່າ ການໃຊ້ຈ່າຍໃຫ້ແກ່ຂົງເຂດປ້ອງກັນຊາດຂອງ ສະຫະພາບເອີຣົບ (EU) ຄາດວ່າບັນລຸລະດັບສະຖິຕິ 381 ຕື້ ເອີໂຣ (ກວ່າ 443 ຕື້ USD) ໃນປີ 2025 ເມື່ອບັນດາປະເທດໄດ້ເພີ່ມງົບປະມານຢ່າງແຮງ.
ສຳນັກງານຄະນະກຳມະການເອີຣົບ ປະຈຳ ບຣຸກແຊນ, ແບນຊິກ (ພາບ: THX/TTXVN)

ຕາມ EDA ແລ້ວ, ໃນຍອດຈຳນວນລາຍຈ່າຍປີ 2025, ເກືອບ 130 ຕື້ ເອີໂຣ ໄດ້ຮັບການລົງທຶນເຂົ້າບັນດາລາຍການຄື ອາວຸດໃໝ່. ບັນດາປະເທດ ເອີຣົບ ໄດ້ຍູ້ແຮງລາຍຈ່າຍນັບແຕ່ເມື່ອ ລັດເຊຍ ປຸກລະດົມບັ້ນການທະຫານຢູ່ ຢູແກຼນ ໃນປີ 2022.

        ທ່ານ Andre Denk ຜູ້ອຳນວຍການ EDA ໃສ່ໃຈວ່າ: “ເພື່ອຕອບສະໜອງເປົ້າໝາຍໃໝ່ຂອງອົງການສົນທິສັນຍາອັດລັງຕິກເໜືອ (NATO) ແມ່ນ 3,5% GDP ນັ້ນ, ຕ້ອງມານະພະຍາຍາມຫຼາຍກວ່າອີກ, ດ້ວຍຍອດລາຍຈ່າຍກວ່າ 630 ຕື້ ເອີໂຣ ຕໍ່ປີ.

        ຕາມຄະນະກຳມະການເອີຣົບແລ້ວ, ບ້ວງເງິນກູ້ 150 ຕື້ ເອີໂຣ ຂອງ EU ເພື່ອແນໃສ່ໜູນຊ່ວຍບັນດາປະເທດເພີ່ມງົບປະມານດ້ານປ້ອງກັນຊາດທີ່ໄດ້ຈົດທະບຽນ, ດ້ວຍ 19 ໃນຈຳນວນ 27 ປະເທດສະມາຊິກ ຍື່ນໃບຄຳຮ້ອງຂໍທຶນ. ກົນໄກ SAFE (ໂຄງການເຄື່ອນໄຫວດ້ານຄວາມໝັ້ນຄົງໃຫ້ແກ່ ເອີຣົບ) ອະນຸຍາດໃຫ້ບັນດາປະເທດກູ້ດ້ວຍດອກເບ້ຍຕ່ຳກວ່າ ຍ້ອນໄດ້ຮັບການຄ້ຳປະກັນຈາກງົບປະມານສູນກາງ EU.


top