ຂ່າວສານ

ການ​ໂອ​້​ລົມສົນ​ທະ​ນາ​ປະ​ກອບ​ຄຳ​ເຫັນ​ຮ່​າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​​ຄັ້ງທີ 13 ຂອງ​ພັກ

ຕອນເຊົ້າວັນທີ 19 ຕຸລາ, ຢູ່ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງ, ໜັງສືພິມເອເລັກໂຕນິກ ພັກກອມມູນິດ ຫວຽດນາມໄດ້ຈັດຕັ້ງການໂອ້ລົມສົນທະນາທາງອອນລາຍ “ປະກອບຄຳເຫັນໃສ່ຮ່າງເອກະສານ ກອງປະຊຸມໃຫຍ່ ຄັ້ງທີ 13 ຂອງພັກ”.

ທ່ານ ສາດສະດາຈານ, ປອ ຟຸ່ງຫຶວຝູ, ຮອງປະທານສະພາທິດສະດີສູນກາງ 

ບັນດາຜູ້ແທນໄດ້ແລກປ່ຽນກ່ຽວກັບບັນດາເນື້ອໃນຈຸດສຸມໃນວຽກງານເຜີຍແຜ່ໂຄສະນາ ປະກອບຄຳເຫັນໃສ່ຮ່າງເອກະສານຢືນສະເໜີຕໍ່ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ. ບັນດາເນື້ອໃນພື້ນຖານໃນຮ່າງເອກະສານຕ້ອງຮັບເອົາຄຳເຫັນຂອງປະຊາຊົນລວມມີ: ບັນດາເນຶ້ອໃນພື້ນຖານໃນຮ່າງບົດລາຍງານດ້ານການເມືອງ, ໝາກຜົນໃນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 12 ແລະ ໂສມໜ້າຂອງປະເທດພາຍຫຼັງ ການປ່ຽນແປງໃໝ່ມາເປັນເວລາ 35 ປີ…ທ່ານ ສາດສະດາຈານ, ປອ ຟຸ່ງຫຶວຝູ, ຮອງປະທານສະພາທິດສະດີສູນກາງໃຫ້ຮູ້ວ່າ:

        ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ ກ່ອນນີ້ ເຮົາເຄີຍເວົ້າວ່າ “ສ້າງ, ປັບປຸງພັກໃຫ້ປອດໃສ ແລະ ເຂັ້ມແຂງ”. ໃນຄັ້ງນີ້, ຫົວຂໍ້ຂອງກອງປະຊຸມໃຫຍ່ໄດ້ສະເໜີແມ່ນ “ກໍ່ສ້າງພັກ ແລະ ລະບົບການເມືອງໃຫ້ປອດໃສ ແລະ ເຂັ້ມແຂງ”, ແນວນັ້ນແມ່ນ ມີການເພີ່ມເຕີມປັດໄຈ “ລະບົບການເມືອງ”.

(ແຫຼ່ງຄັດຈາກ VOV)


top