ຂ່າວສານ

ການ​ໂອ້​ລົມ​ສົນ​ທະ​ນາ​ນະ​ໂຍ​ບາຍ​ດ້ານ​ປ້ອງ​ກັນ​ຊາດລະ​ຫວ່າງ ຫວຽດ​ນາມ - ກຳ​ປູ​ເຈຍ​ຄັ້ງ​ທີ 5

ຕອນບ່າຍວັນທີ 14 ພຶດສະພາ, ຢູ່ບິ່ງເຟືອກ, ແຂວງໜຶ່ງນອນຢູ່ເຂດທາງທິດຕາເວັນອອກສ່ຽງໃຕ້ (ຫວຽດນາມ) ມີເສັ້ນຊາຍແດນເກືອບ 260 ກິໂລແມັດຕິດກັບ ກຳປູເຈຍ, ໄດ້ດຳເນີນການໂອ້ລົມສົນທະນານະໂຍບາຍດ້ານປ້ອງກັນຊາດ ຫວຽດນາມ - ກຳປູເຈຍຄັ້ງທີ 5.

ການໂອ້ລົມສົນທະນານະໂຍບາຍດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ - ກຳປູເຈຍຄັ້ງທີ 5 (ພາບ: TTXVN)

ທ່ານພົນໂທ ຮ່ວາງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ - ຫົວໜ້າຄະນະຜູ້ແທນ ຫວຽດນາມ ພ້ອມກັບທ່ານພົນເອກ Neang Phat ລັດຖະມົນຕີກະຊວງປ້ອງກັນປະເທດ - ຫົວໜ້າຄະນະຜູ້ແທນ ກຳປູເຈຍ ເປັນປະທານຮ່ວມການໂອ້ລົມສົນທະນາ.

    ທີ່ການໂອ້ລົມສົນທະນາ, ສອງຝ່າຍໄດ້ເນັ້ນໜັກວ່າ ຄວນເພີ່ມທະວີການຮ່ວມມື ພ້ອມກັນແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ. ສອງຝ່າຍໄດ້ແບ່ງປັນຄວາມຮັບຮູ້ລວມກ່ຽວກັບການຜັນແປຢ່າງສັບສົນຂອງພະຍາດໂຄວິດ - 19, ການເກີດຂຶ້ນຂອງສິ່ງທ້າທາຍຄວາມໝັ້ນຄົງແບບເກົ່າ ແລະ ແບບໃໝ່ ທີ່ພວມກໍ່ຂຶ້ນສິ່ງທ້າທາຍທີ່ໃຫຍ່ຫຼວງ ຕໍ່ສັນຕິພາບ, ສະຖຽນລະພາບ ໃນພາກພື້ນ ແລະໂລກ. ໃນສະພາບການນັ້ນ, ອາຊຽນ ສືບຕໍ່ເສີມຂະຫຍາຍບົດບາດເປັນໃຈກາງໃນໂຄງປະກອບຄວາມໝັ້ນຄົງໃນພາກພື້ນ, ຊຸກຍູ້ການໂອ້ລົມສົນທະນາ ແລະ ການຮ່ວມມືລະຫວ່າງບັນດາປະເທດພາຍໃນກຸ່ມ ກໍ່ຄືຄູ່ຮ່ວມມືພາຍນອກ ເພື່ອສັນຕິພາບ, ສະຖຽນລະພາບໃນພາກພື້ນ.

(ແຫຼ່ງຄັດຈາກ VOV)

top