ຂ່າວສານ

ການ​ແກ້​ໄຂ​ບັນ​ຫາ ໄຕ້​ຫວັນ ແມ່ນ​ເລື່ອງ​ຂອງ ຈີນ, ບໍ່​ມີ​ອິດ​ທິກຳ​ລັງ​ປໍ​ລະ​ປັກ​ໃດ​ຢູ່​ພາຍ​ນອກ​ມີ​ສິດ​ແຊກ​ແຊງ

“ການແກ້ໄຂບັນຫາ ໄຕ້ຫວັນ ແມ່ນເລື່ອງຂອງ ຈີນ, ບໍ່ມີອິດທິກຳລັງປໍລະປັກໃດຢູ່ພາຍນອກມີສິດແຊກແຊງ”. ນີ້ແມ່ນຄຳຢັ້ງຢືນຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ເວີຍເຟີ້ງເຫີ ໃນວັນທີ 22 ພະຈິກ, ໃນການພົບປະເຈລະຈາກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Lloyd Austin ຢູ່ນອກກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ເປີດກວ້າງຢູ່ ນະຄອນຫຼວງພະນົມເປັນ, ປະເທດ ກຳປູເຈຍ.
  ການພົບປະເຈລະຈາລະຫວ່າງສອງຝ່າຍ (ພາບ: ສຳນັກຂ່າວສານ ຊິນຮວາ)  

ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ກໍໄດ້ເນັ້ນໜັກວ່າ ກອງທັບ ຈີນ ມີກຳລັງແຮງທັງກາຍ ແລະ ໃຈ, ມີຄວາມເຊື່ອໝັ້ນ ແລະ ມີຄວາມສາມາດເດັດດ່ຽວປົກປັກຮັກສາຄວາມເປັນເອກະພາບຂອງປະເທດຊາດ. ຈີນ ຖືເປັນສຳຄັນການພັດທະນາສາຍພົວພັນລະຫວ່າງສອງປະເທດ ແລະ ກອງທັບ 2 ປະເທດ, ແຕ່ ອາເມລິກາ ຕ້ອງເຄົາລົບຜົນປະໂຫຍດຫຼັກແຫຼ່ງຂອງ ຈີນ ແລະ ມີຄວາມຮັບຜິດຊອບຕໍ່ສະພາບການປັດຈຸບັນໃນສາຍພົວພັນລະຫວ່າງ ຈີນ - ອາເມລິກາ  ແມ່ນຂຶ້ນກັບ ອາເມລິກາ. ທ່ານ ເວີຍເຟີ້ງເຫີ ຫວັງວ່າ ອາເມລິກາ ຈະປະຕິບັດຄຳໝັ້ນສັນຍາເຊິ່ງປະມຸກລັດສອງປະເທດ ບັນລຸໄດ້, ນຳການພົວພັນລະຫວ່າງ ຈີນ - ອາເມລິກາ ກັບຄືນສູ່ວົງໂຄຈອນແຫ່ງການພັດທະນາຢ່າງປອດໃສ ແລະ ມີສະຖຽນລະພາບ.

ໃນການເຈລະຈານີ້, ລັດຖະມົນຕີ 2 ທ່ານກໍເຫັນດີເປັນເອກະພາບວ່າ ກອງທັບສອງປະເທດ ຄວນຮັກສາການຕິດຕໍ່ພົວພັນ ແລະ ພົບປະກັນເປັນປະຈຳ, ເພີ່ມທະວີການຄຸ້ມຄອງ ແລະ ຄວບຄຸມຄວາມສ່ຽງ, ມານະພະຍາຍາມຮັກສາຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ພາກພື້ນ.


top