ວັນທີ 24 ມີນາ, ກອງປະຊຸມຄັ້ງທີ 2 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ສະໄໝທີ XIV ສືບຕໍ່ເຮັດວຽກມື້ທີ 2.
ບັນຍາກາດຂອງກອງປະຊຸມ (ພາບ: VOV)
ໃນຕອນເຊົ້າ, ສູນກາງ ແລະ ບັນດາຜູ້ແທນໄດ້ເຮັດວຽກຢູ່ຫໍປະຊຸມ, ປຶກສາຫາລືກ່ຽວກັບບັນດາເນື້ອໃນຄື: ຂໍ້ກຳນົດຂອງຄະນະບໍລິຫານງານສູນກາງພັກກ່ຽວກັບການປະຕິບັດກົດລະບຽບພັກ; ຂໍ້ກຳນົດຂອງຄະນະບໍລິຫານງານສູນກາງພັກກ່ຽວກັບວຽກງານກວດກາ, ຕິດຕາມກວດກາ ແລະ ປະຕິບັດລະບຽບວິໄນຂອງພັກ; ກົດລະບຽບເຮັດວຽກຂອງຄະນະກຳມະການກວດກາສູນກາງພັກສະໄໝທີ XIV; ຂໍ້ກຳນົດກ່ຽວກັບວຽກງານການເມືອງ, ແນວຄິດພາຍໃນພັກ.
ໄລຍະເວລາທີ່ຍັງເຫຼືອຂອງຕອນເຊົ້າ ແລະ ຕອນບ່າຍ, ສູນກາງ ແລະ ບັນດາຜູ້ແທນໄດ້ເຮັດວຽກຕາມໜ່ວຍງານ, ປຶກສາຫາລື ແລະ ປະກອບຄຳເຫັນຕໍ່ບັນດາເນື້ອໃນ: ແຜນການພັດທະນາເສດຖະກິດ - ສັງຄົມ ໄລຍະ 05 ປີ 2026 – 2030; ແຜນການການເງິນແຫ່ງຊາດ ໄລຍະ 05 ປີ 2026 – 2030; ແຜນການລົງທຶນພາກລັດໄລຍະກາງ 2026 – 2030; ແຜນການກູ້ຢືມ, ຊຳລະໜີ້ສາທາລະນະ 5 ປີ 2026 – 2030; ໃບສະເໜີກ່ຽວກັບເລື່ອງສ້າງຕັ້ງນະຄອນ ດົງນາຍ ເປັນນະຄອນຂຶ້ນກັບສູນກາງ; ສະຫຼຸບ 20 ປີປະຕິບັດມະຕິກອງປະຊຸມສູນກາງພັກຄັ້ງທີ 5 ສະໄໝທີ X ກ່ຽວກັບການເພີ່ມທະວີວຽກງານກວດກາ, ຕິດຕາມກວດກາຂອງພັກ ແລະ ສະຫຼຸບ 20 ປີປະຕິບັດມະຕິກອງປະຊຸມສູນກາງພັກຄັ້ງທີ 3 ສະໄໝທີ X ກ່ຽວກັບການເພີ່ມທະວີການຊີ້ນຳນຳພາຂອງພັກຕໍ່ກັບວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຟຸມເຟືອຍ.