ຂ່າວສານ

ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິບ​ໍ​ດີ ອິີ​ຣານ: ຜູ້​ສະ​ໝັກ​ເລືອກ​ຕັ້ງ​ຕາມ​ແນວ​ທາງ​​ປະ​ຕິ​ຮູບ Masoud Peshikian ຍາດ​ໄດ້​ໄຊ​ຊະ​ນະ

ໃນຈຳນວນບັດເລືອກຕັ້ງກວ່າ 30 ລ້ານບັດ ທີ່ໄດ້ນັບມານັ້ນ, ທ່ານ Pezeshkian ຍາດໄດ້ກວ່າ 16 ລ້ານບັດ, ໃນຂະນະ ທ່ານ Jalili ຍາດໄດ້ປະມານ 13 ລ້ານບັດ.
ທ່ານ Masoud Pezeshkian (ພາບ: Reuters)

ວັນທີ 6 ກໍລະກົດ, ກະຊວງພາຍໃນ ອີຣານ ໄດ້ແຈ້ງໃຫ້ຊາບວ່າ ຜູ້ສະໝັກເລືອກຕັ້ງຕາມແນວທາງປະຕິຮູບ, ທ່ານ Masoud Pezeshkian ຍາດໄດ້ໄຊຊະນະໃນການເລືອກຕັ້ງປະທານາທິບໍດີ ຮອບທີ 2 ຢູ່ ອີຣານ, ເອົາຊະນະທ່ານ Saeed Jalili ຜູ້ສະໝັກເລືອກຕັ້ງທີ່ເດີນຕາມແນວທາງແຂງກະດ້າງ. ໃນຈຳນວນບັດເລືອກຕັ້ງກວ່າ 30 ລ້ານບັດ ທີ່ໄດ້ນັບມານັ້ນ, ທ່ານ Pezeshkian ຍາດໄດ້ກວ່າ 16 ລ້ານບັດ, ໃນຂະນະ ທ່ານ Jalili ຍາດໄດ້ປະມານ 13 ລ້ານບັດ.    

ກ່ອນນັ້ນ 1 ວັນ, ຜູ້ມີສິດເລືອກຕັ້ງ ອີຣານ ໄດ້ໄປປ່ອນບັດເລືອກຕັ້ງປະທານາທິບໍດີຮອບທີ 2.   ການເລືອກຕັ້ງປະທານາທິບໍດີຄັິ້ງທີ 14 ຂອງ ອີຣານ, ໃນເບື້ອງຕົ້ນ ໄດ້ກຳນົດວ່າ ຈະຈັດຂຶ້ນໃນປີ 2025, ແຕ່ໄດ້ຈັດໄວກວ່າ 1 ປີ ພາຍຫຼັງທີ່ທ່ານປະທານາທິບໍດີ Ebrahim Raisi ເສຍຊີວິດໃນອຸປະຕິເຫດເມື່ອວັນທີ 19 ພຶດສະພາ.   


top