ຂ່າວສານ

ການ​ເຕີບ​ໂຕ​ສີ​ຂຽວ ໃນ​ສັງ​ກາດ​ດີ​ຈີ​ຕອນ​ແມ່ນ​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ຂອງ ຫວຽດ​ນາມ

ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດມີຫົວຄິດປະດິດສ້າງຕ້ອງແມ່ນຄວາມຮຽກຮ້ອງຕ້ອງການໂດຍພາວະວິໄສ, ແມ່ນການຄັດເລືອກຍຸດທະສາດ ແລະ ບຸລິມະສິດແຖວໜ້າຂອງ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ເວທີປາໄສ

ຕອນບ່າຍວັນທີ 10 ພະຈິກ, ຢູ່ຮ່າໂນ້ຍ, ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມປະຈຳປີ ດ້ວຍຫົວຂໍ້ “ວິສາຫະກິດ FDI ນຳໜ້າໃນການປະຕິບັດຍຸດທະສາດການເຕີບໂຕສີຂຽວ ໃນສັງກາດດີຈີຕອນ”, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດມີຫົວຄິດປະດິດສ້າງຕ້ອງແມ່ນຄວາມຮຽກຮ້ອງຕ້ອງການໂດຍພາວະວິໄສ, ແມ່ນການຄັດເລືອກຍຸດທະສາດ ແລະ ບຸລິມະສິດແຖວໜ້າຂອງ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງຊີ້ແຈ້ງວ່າ ຫົວຂໍ້ຂອງເວທີປາໄສປີນີ້ ມີລັກສະນະສະຖານະການ ແລະ ມີຄວາມໝາຍເລິກເຊິ່ງ, ເມື່ອໄດ້ວາງອອກໃນສະພາບການໂລກ ແລະ ຫວຽດນາມ ພວມຖືການຫັນເປັນສີຂຽວ ແລະ ຫັນເປັນດີຈີຕອນແມ່ນໜຶ່ງໃນບັນດາກຳລັງໜູນຫຼັກແຫຼ່ງໃຫ້ແກ່ການພັດທະນາໂດຍໄວ ແລະ ຍືນຍົງ. ທ່ານໃຫ້ຮູ້ວ່າ:

ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດມີຫົດຄິດປະດິດສ້າງແມ່ນຄວາມຮຽກຮ້ອງທີ່ພາວະວິໄສ, ແມ່ນການຄັດເລືອກຍຸດທະສາດ ແລະ ບຸລິມະສິດແຖວໜ້າຂອງ ຫວຽດນາມ, ເພື່ອປະກອບສ່ວນເຮັດໃຫ້ສະພາບການລົງທຶນດຳເນີນທຸລະກິດມີຄວາມໂປງໄສ, ການສຳຜັດຂອງວິສາຫະກິດມີຄວາມສະດວກກ່ວາ, ຈະແຈ້ງກ່ວາ. ການພັດທະນາສີຂຽວແມ່ນຄວາມຮຽກຮ້ອງຕ້ອງການໂດຍພາວະວິໄສ, ພວກເຮົາຕ້ອງພັດທະນາສີຂຽວເພື່ອຫຼຸດຜ່ອນການປ່ອຍ ກາກບອນລົງລະດັບ 0 ໃນປີ 2050.


top