ຂ່າວສານ

ການ​ເຕີບ​ໂຕ GDP ປີ 2022 ຂອງ ຫວຽດ​ນາມ ບັນ​ລຸກວ່າ 8%, ສູງ​ສຸດ​ໃນ​ຮອບ​ເວ​ລາ 12 ປີ​ຜ່ານ​ມາ

ການເຕີບໂຕເສດຖະກິດປີ 2022 ບັນລຸ 8,02% ເມື່ອທຽບໃສ່ປີ 2021. ນີ້ແມ່ນລະດັບເຕີບໂຕສູງສຸດໃນໄລຍະ 2011 – 2022, ໃນນັ້ນ, ຂົງເຂດກະສິກຳ, ປ່າໄມ້ ແລະ ສິນໃນນ້ຳສືບຕໍ່ແມ່ນພື້ນຖານຂອງເສດຖະກິດ.
  ທ່ານນາງ ຫງວຽນທິເຮືອງ ຫົວໜ້າກົມໃຫຍ່ສະຖິຕິ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ  

ເມື່ອກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວ ປະກາດຕົວເລກສະຖິຕິເສດຖະກິດ - ສັງຄົມ ໄຕມາດ III ປີ 2022, ຕອນເຊົ້າວັນທີ 29 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາງ ຫງວຽນທິເຮືອງ ຫົວໜ້າກົມໃຫຍ່ສະຖິຕິ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໃຫ້ຮູ້ວ່າ: “ການເຕີບໂຕເສດຖະກິດປີ 2022 ບັນລຸ 8,02% ເມື່ອທຽບໃສ່ປີ 2021. ນີ້ແມ່ນລະດັບເຕີບໂຕສູງສຸດໃນໄລຍະ 2011 – 2022, ໃນນັ້ນ, ຂົງເຂດກະສິກຳ, ປ່າໄມ້ ແລະ ສິນໃນນ້ຳສືບຕໍ່ແມ່ນພື້ນຖານຂອງເສດຖະກິດ.  ຂົງເຂດດັ່ງກ່າວເພີ່ມຂຶ້ນ 3,36%, ປະກອບກວ່າ 5,1% ເຂົ້າໃນລະດັບຄວາມໄວການເຕີບໂຕມູນຄ່າເພີ່ມຂຶ້ນຂອງພື້ນຖານເສດຖະກິດ. ກໍຕາມທ່ານນາງແລ້ວ, ປີ 2022, ເສດຖະກິດມະຫາພາກຂອງ ຫວຽດນາມ ສືບຕໍ່ມີສະຖຽນລະພາບ, ໄພເງິນເຟີ້ໄດ້ຮັບການຄວບຄຸມ, ບັນດາຄວາມດຸ່ນດ່ຽງໃຫຍ່ໄດ້ຮັບປະກັນ; ສະພາບແວດລ້ອມການລົງທຶນ, ດຳເນີນທຸລະກິດໄດ້ຮັບການປົວແປງ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ການສະໜັບສະໜູນຂອງປະຊາຊົນ ແລະ ປະຊາຄົມວິສາຫະກິດ. ບາງຂະແໜງການໄດ້ມີການເຕີບໂຕສູງກວ່າ ເມື່ອທຽບໃສ່ປີທີ່ຍັງບໍ່ທັນເກີດໂລກລະບາດໂຄວິດ - 19.


top