ທ່ານລັດຖະມົນຕີ ເລຮ່ວາຍຈຸງ ໃຫ້ຮູ້ວ່າການຢ້ຽມຢາມປະກອບສ່ວນສ້າງພື້ນຖານໃໝ່ໃຫ້ແກ່ການພົວພັນຍຸດທະສາດ, ຫັນຄູ່ຮ່ວມມືເປັນຫຼາຍຮູບຫຼາຍແບບ, ເປິດກວ້າງເຂດພັດທະນາໃຫ້ແກ່ວິສາຫະກິດ ແລະ ທ້ອງຖິ່ນ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ (ພາບ: TTXVN)
ການເດີນທາງໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສ້າງພື້ນຖານຍຸດທະສາດ, ເປີດເຂດພັດທະນາໃໝ່ຢູ່ພາກພື້ນຕາເວັນອອກກາງ - ອາຟະລິການັ້ນແມ່ນການຢັ້ງຢືນຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດ ເລຮ່ວາຍຈຸງ ກ່ຽວກັບໝາກຜົນຂອງການຢ້ຽມຢາມ ກູເວດ ແລະ ອານເຊຣີຢ່າງເປັນທາງການ, ເຂົ້າຮ່ວມກອງປະຊຸມສຸດຍອດ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ (G20) ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ. ທ່ານລັດຖະມົນຕີ ເລຮ່ວາຍຈຸງ ໃຫ້ຮູ້ວ່າການຢ້ຽມຢາມປະກອບສ່ວນສ້າງພື້ນຖານໃໝ່ໃຫ້ແກ່ການພົວພັນຍຸດທະສາດ, ຫັນຄູ່ຮ່ວມມືເປັນຫຼາຍຮູບຫຼາຍແບບ, ເປິດກວ້າງເຂດພັດທະນາໃຫ້ແກ່ວິສາຫະກິດ ແລະ ທ້ອງຖິ່ນ. ຫວຽດນາມ ແລະ ສາມປະເທດຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດ, ນຳກູເວດ, ອານເຊຣີ ແລະ ອາຟະລິກາໃຕ້ກາຍເປັນສາມຄູ່ຮ່ວມມືຍຸດທະສາດທຳອິດຂອງ ຫວຽດນາມ ໃນຈຳນວນ 70 ປະເທດ ໃນພາກພື້ນຕາເວັນອອກກາງ - ອາຟະລິກາ ແລະ ນຳຫວຽດນາມກາຍເປັນຕາໂສ້ສຳຄັນໃນເຄືອຂ່າຍຄູ່ຮ່ວມມືຍຸດທະສາດ ບຸລິມະສິດຂອງສາມປະເທດ. ຫວຽດນາມ ແລະ ສາມປະເທດໄດ້ເຊັ່ນຂໍ້ຕົກລົງ 10 ສະບັບວ່າດ້ວຍການຮ່ວມມືໃນບັນດາຂົງເຂດຕ່າງໆ.