ຂ່າວສານ

ການ​ເຈ​ລະ​ຈາ​ນະ​ໂຍ​ບາຍ​ຊ່ອງ 1,5 ຄູ່​ຮ່ວມ​ມື ແມ່​ນ້ຳ​ຂອງ - ອາ​ເມ​ລິ​ກາ ກ່ຽວ​ກັບ​ຫົວ​ຂໍ້ ພະ​ລັງ​ງານ ແລະ ໂຄງ​ລ່າງ

ພິທີໄຂການເຈລະຈານະໂຍບາຍຊ່ອງ 1,5 ຄູ່ຮ່ວມມື ແມ່ນ້ຳຂອງ - ອາເມລິກາ ດ້ວຍຫົວຂໍ້ “ພະລັງງານ ແລະ ໂຄງລ່າງ” ຖືກດຳເນີນໃນວັນທີ 18 ຕຸລາ (ຕາມເວລາ ອາເມລິກາ) ຕາມຮູບການທາງໄກ ດ້ວຍການເຂົ້າຮ່ວມຂອງຜູ້ແທນກວ່າ 130 ທ່ານ ທີ່ມາຈາກອົງການລັດຖະບານ, ສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ ແລະ ອົງການຈັດຕັ້ງສັງຄົມຂອງບັນດາປະເທດເຂດແມ່ນ້ຳຂອງ, ອາເມລິກາ ແລະ ຄູ່ຮ່ວມມືຈຳນວນໜຶ່ງ.
(ພາບປະກອບ:Hanoi Times)

ກ່າວຄໍາເຫັນໄຂການເຈລະຈາ, ທ່ານ Daniel Kritenbrink ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ອາເມລິກາ ຈະສືບຕໍ່ສົມທົບກັບບັນດາປະເທດເຂດແມ່ນໍ້າຂອງ ແລະ ຄູ່ຮ່ວມມື ເພື່ອຜັນຂະຫຍາຍບັນດາແຜນການ, ໂຄງການທີ່ໄດ້ເຫັນດີເປັນເອກະພາບ. ອາເມລິກາກໍຈະສົມທົບກັບ ຍີ່ປຸ່ນ ໜູນຊ່ວຍດ້ານເຕັກນິກພັດທະນາພະລັງງານຜະລິດຄືນໃໝ່, ການຄ້າກ່ຽວກັບໄຟຟ້າຂ້າມຊາຍແດນ ແລະ ປົວແປງຕະຫຼາດພະລັງງານ, ຊຸກຍູ້ໂຄງການທົດລອງໃນການສ້າງລະບົບສະສົມພະລັງງານຢູ່ ຫວຽດນາມ, ພັດທະນາລົດໄຟຟ້າຢູ່ ໄທ. ພ້ອມດຽວກັນນັ້ນ, ອາເມລິກາ ຈະສືບຕໍ່ໜູນຊ່ວຍໃນການແບ່ງປັນຂໍ້ມູນຮັບໃຊ້ການຕີລາຄາການກະທົບຕໍ່ສິ່ງແວດລ້ອມ, ສ້າງມາດຕະຖານສູງໃຫ້ແກ່ໂຄງການພື້ນຖານໂຄງລ່າງ, ດຳເນີນການເຄື່ອນໄຫວຂົນສົ່ງ, ການຄ້າຂ້າມຊາຍແດນໃຫ້ມີປະສິດທິຜົນທີ່ສຸດ.

         ການເຈລະຈານະໂຍບາຍຊ່ອງ 1,5 ຄູ່ຮ່ວມມື ແມ່ນ້ຳຂອງ - ອາເມລິກາ (MUSP) ກ່ຽວກັບຫົວຂໍ້ພະລັງງານ ແລະ ໂຄງລ່າງ ແມ່ນການເຄື່ອນໄຫວທີສອງໃນ 7 ວາລະເຈລະຈານະໂຍບາຍ ເຊິ່ງຄາດວ່າຈະຈັດຂຶ້ນໃນໄລຍະ 2021 – 2023. ພາຍຫຼັງພິທີໄຂ, ໃນຊຸມວັນຈະມາເຖິງ, ຜູ້ແທນຈະປຶກສາຫາລືກ່ຽວກັບສິ່ງທ້າທາຍ ແລະ ມາດຕະການ ແນໃສ່ພັດທະນາພະລັງງານ ແລະ ໂຄງລ່າງ, ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງຢູ່ອະນຸພາກພື້ນແມ່ນ້ຳຂອງ.

(ແຫຼ່ງຄັດຈາກ VOV)


top