ຂ່າວສານ

ການ​ເຈ​ລະ​ຈາ​ກ່ຽວ​ກັບ​ການ​ຄ້າ​ສົມ​ທົບ​ລະ​ຫວ່າງ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າ​ຢ່າງ​ຕັ້ງ​ໜ້າ

ຫວຽດນາມ ແລະ ອາເມລິກາ ກໍ່ບັນລຸໄດ້ຄວາມຄືບໜ້າຢ່າງຕັ້ງໜ້າ, ກຳນົດໄດ້ບັນດາໝວດບັນຫາທີ່ບັນລຸໄດ້ຄວາມເຫັນດີເຫັນພ້ອມ ຫຼື ທັດສະນະຄ້າຍຄືກັນ, ບັນດາຫມວດບັນຫາທີ່ຕ້ອງສືບຕໍ່ປຶກສາຫາລືເພື່ອຕົກລົງກັນໃນເວລາຈະມາເຖິງ.
ການເຈລະຈາລະຫວ່າງສອງຝ່າຍ (ພາບ: VOV)

ຮອບເຈລະຈາຄັ້ງທີ 2 ສັນຍາສອງຝ່າຍກ່ຽວກັບການຄ້າສົມທົບລະຫວ່າງ ຫວຽດນາມ ແລະ ອາເມລິກາ ໄດ້ຮັບການຈັດຂຶ້ນແຕ່ວັນທີ 19 ພຶດສະພາ - 22 ພຶດສະພາ ຢູ່ນະຄອນຫຼວງ ວໍຊິງຕັນ D.C, ອາເມລິກາ. ຄະນະເຈລະຈາຂອງ ຫວຽດນາມ ໂດຍທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ຫົວໜ້າຄະນະເຈລະຈາລັດຖະບານ ຫງວຽນຮົ່ງຢຽນ ນຳໜ້າ.  

ຄະນະເຈລະຈາສອງປະເທດໄດ້ແລກປ່ຽນກ່ຽວກັບບັນດາເນື້ອໃນທັງໝົດທີ່ໄດ້ຍົກອອກມາໃນເວລາກ່ອນດຳເນີນການເຈລະຈາບົນຈິດໃຈເຈດຕະນາດີ, ກົງໄປກົງມາ, ກົມກຽວ ແລະ ດຸ່ນດ່ຽງຜົນປະໂຫຍດ ກໍຄືເໝາະສົມກັບຄຳໝັ້ນສັນຍາສາກົນ ແລະ ລະດັບການພັດທະນາຂອງແຕ່ລະປະເທດ.

ເມື່ອສິ້ນສຸດການເຈລະຈາ, ຫວຽດນາມ ແລະ ອາເມລິກາ ກໍ່ບັນລຸໄດ້ຄວາມຄືບໜ້າຢ່າງຕັ້ງໜ້າ, ກຳນົດໄດ້ບັນດາຫມວດບັນຫາທີ່ບັນລຸໄດ້ຄວາມເຫັນດີເຫັນພ້ອມ ຫຼື ທັດສະນະຄ້າຍຄືກັນ, ບັນດາກຸ່ມບັນຫາທີ່ຕ້ອງສືບຕໍ່ປຶກສາຫາລືເພື່ອຕົກລົງກັນໃນເວລາຈະມາເຖິງ. ນອກຈາກນັ້ນ, ສອງຝ່າຍກໍວາງອອກບັນດາຂອບເຂດກຳນົດເວລາ ເພື່ອຕອບກັບກ່ຽວກັບຮ່າງສັນຍາ, ສະເໜີລາຍລັກອັກສອນ ກໍຄື ຈັດຕັ້ງກອງປະຊຸມທາງໄກ ເພື່ອແນໃສ່ກະກຽມໃຫ້ແກ່ວາລະເຈລະຈາຕໍ່ໄປ.


top