ຂ່າວສານ

ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງວັນ​ຄ້າຍ​ວັນ​ເກີດ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ພັກ​ຄອມ​ມູ​ນິດ ຫວຽດ​ນາມ ຫງວຽນ​ວັນ​ກື່​ ຄົບ​ຮອບ 110 ປີ

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຝຸກ ໄດ້ສະແດງຄວາມເຄົາລົບອາໄລຫາ ສະແດງຄວາມຮູ້ບຸນຄຸນຕໍ່ທ່ານເລຂາທິການໃຫຍ່ ຫງວຽນວັນກື, ນັກຮົບຄອມມູນິດທີ່ດີເດັ່ນ, ການນຳດີເລີດຂອງພັກ ແລະ ການປະຕິວັດ ຫວຽດນາມ, ຜູ້ມີວິໄສທັດຍຸດທະສາດ, ເປັນແວ່ນແຍງອັນສູງສົ່ງ, ສະຫວ່າງສະຫໄຫວທາງດ້ານຄຸນສົມບັດປະຕິວັດ ແລະ ນ້ຳໃຈຮ່ຳຮຽນ, ຝຶກຝົນດ້ວຍຕົນເອງ ແລະ ເຕີບໃຫຍ່ຂະຫຍາຍຕົວຜ່ານພຶດຕິກຳຕົວຈິງແຫ່ງການຕໍ່ສູ້ປະຕິວັດ.
  ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ນຳໜ້າຄະນະການນຳພັກ, ລັດ ໄປຈູບທູບທຽນ, ວາງພວງມາລາ ຢູ່ເຂດອະນຸສອນສະຖານ ທ່ານເລຂາທິການໃຫຍ່ ຫງວຽນວັນກື ຢູ່ແຂວງ ບັກນິງ (ພາບ: TTXVN)  

ຕອນເຊົ້າວັນທີ 9 ກໍລະກົດ, ຢູ່ນະຄອນ ບັກນິງ, ແຂວງ ບັກນິງ ໄດ້ຈັດພິທີສະເຫຼີມສະຫຼອງວັນຄ້າຍວັນເກີດຂອງທ່ານເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ ຫງວຽນວັນກື່ (9/7/1912 – 9/7/2022), ດ້ວຍການເຂົ້າຮ່ວມຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ.

ກ່ອນເຂົ້າຮ່ວມພິທີສະເຫຼີມສະຫຼອງ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ນຳໜ້າຄະນະການນຳພັກ, ລັດ ໄປຈູບທູບທຽນ, ວາງພວງມາລາ ຢູ່ເຂດອະນຸສອນສະຖານ ທ່ານເລຂາທິການໃຫຍ່ ຫງວຽນວັນກື ຢູ່ແຂວງ ບັກນິງ. ເມື່ອຂຽນປຶ້ມໄວ້ອາໄລ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຝຸກ ໄດ້ສະແດງຄວາມເຄົາລົບອາໄລຫາ ສະແດງຄວາມຮູ້ບຸນຄຸນຕໍ່ທ່ານເລຂາທິການໃຫຍ່ ຫງວຽນວັນກື, ນັກຮົບຄອມມູນິດທີ່ດີເດັ່ນ, ການນຳດີເລີດຂອງພັກ ແລະ ການປະຕິວັດ ຫວຽດນາມ, ຜູ້ມີວິໄສທັດຍຸດທະສາດ, ເປັນແວ່ນແຍງອັນສູງສົ່ງ, ສະຫວ່າງສະໄຫວທາງດ້ານຄຸນສົມບັດປະຕິວັດ ແລະ ນ້ຳໃຈຮ່ຳຮຽນ, ຝຶກຝົນດ້ວຍຕົນເອງ ແລະ ເຕີບໃຫຍ່ຂະຫຍາຍຕົວຜ່ານພຶດຕິກຳຕົວຈິງແຫ່ງການຕໍ່ສູ້ປະຕິວັດ.


top