ຂ່າວສານ

ການ​ເຄື່ອນ​ໄຫວ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມ​ຕີ ລາວ ຢ່າງ​ເປັນ​ທາງ​ການຂອງ​ທ່ານປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ພ້ອມກັບ ພັນລະຍາ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງໄປຢ້ຽມຢາມລາວຢ່າງເປັນທາງການໃນລະຫວ່າງວັນທີ 9 – 10 ສິງຫາ 2021.
ການເຈລະຈາຂັ້ນສູງລະຫວ່າງ ຫວຽດນາມ - ລາວ

ຕອນເຊົ້າວັນທີ 9 ສິງຫາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານເລຂາທິການໃຫຍ໋, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ພັນລະຍາ ດ້ວຍພິທີສູງສຸດ ທີ່ສະຫງວນໃຫ້ແກ່ປະມຸກລັດ. ພາຍຫຼັງພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ດຳເນີນການເຈລະຈາ.

ການນຳສອງທ່ານໄດ້ແລກປ່ຽນກ່ຽວກັບບັນດາມາດຕະການຊຸກຍູ້ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ ລາວ ໃຫ້ພັດທະນາເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ແທດຈິງ.

ການນຳສອງທ່ານໄດ້ສະຫຼະເວລາ ເພື່ອແລກປ່ຽນກ່ຽວກັບບັນດາມາດຕະການເພື່ອໜູນຊ່ວຍເຊິ່ງກັນແລະກັນ, ແກ້ໄຂບັນດາຄວາມຫຍຸ້ງຍາກໂດຍໂລກລະບາດໂຄວິດ - 19 ກໍ່ຂຶ້ນໃຫ້ແກ່ແຕ່ລະປະເທດ ແລະ ສຳລັບການພົວພັນຮ່ວມມື ຫວຽດນາມ - ລາວ, ເປັນຕົ້ນແມ່ນພ້ອມກັນຊຸກຍູ້ການພົວພັນຮ່ວມມືໃນທຸກຂົງເຂດ ເພື່ອພ້ອມກັນຜ່ານຜ່າບັນດາສິ່ງທ້າທາຍ, ຍາດແຍ່ງບັນດາກາລະໂອກາດໂດຍການປະຕິວັດອຸດສາຫະກຳ 4.0 ນຳມາໃຫ້. ສອງຝ່າຍໄດ້ເນັ້ນໜັ້ກຕ້ອງສືບຕໍ່ນຳການພົວພັນທາງດ້ານການເມືອງເຂົ້າສູ່ລວງເລິກ, ການຮ່ວມມືຢ່າງແໜ້ນແຟ້ນໃນບັນດາບັນຫາຍຸດທະສາດທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງ ແລະ ການພັດທະນາຂອງແຕ່ລະປະເທດ, ຮັກສາບັນດາການຢ້ຽມຢາມຂັ້ນສູງລະຫວ່າງການນຳສອງພັກ, ສອງລັດ ດ້ວຍຫຼາຍຮູບແບບ.

ພາຍຫຼັງການເຈລະຈາ, ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໄດ້ເປັນສັກຂີພະຍານ ພິທີລົງນາມ ແລະ ມອບບັນດາເອກະສານຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ ແລະ ວິສາຫະກິດສອງປະເທດ.

(ແຫຼ່ງຄັດຈາກ VOV)


top