ຂ່າວສານ

ການ​ເຄື່ອນ​ໄຫວ​ພົບ​ປະ​ແລກ​ປ່ຽນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ດ້ານ​ວັດ​ທະ​ນະ​ທຳ ລະ​ຫວ່າງ​ຊາວ​ໜຸ່ມ​ສອງ​ປະ​ເທດ ຫວຽດ​ນາມ - ລາວ

ປີ 2022 ຄະນະຊາວໜຸ່ມ 2 ປະເທດ ຈະສືບຕໍ່ສາມັກຄີ, ສູ້ຊົນປະຕິບັດບັນດາໜ້າທີ່. ຕາມນັ້ນແລ້ວ, ປີ 2022 ຄະນະຊາວໜຸ່ມ 2 ປະເທດ ຈະສຸມໃສ່ຜັນຂະຫຍາຍບາງການເຄື່ອນໄຫວ, ລະອຽດຄື: ສືບຕໍ່ແລກປ່ຽນຄະນະຜູ້ແທນຂັ້ນສູງລະຫວ່າງຄະນະຊາວໜຸ່ມ 2 ປະເທດ; ກໍ່ສ້າງບັນດາໂຄງການຊາວໜຸ່ມປະກອບສ່ວນເຂົ້າຮ່ວມການແກ້ໄຂບັນຫາພັດທະນາເສດຖະກິດ - ສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບຂອງ 2 ປະເທດ.

ປີ 2022 ຄະນະຊາວໜຸ່ມ 2 ປະເທດ ຈະສືບຕໍ່ສາມັກຄີ, ສູ້ຊົນປະຕິບັດບັນດາໜ້າທີ່. ຕາມນັ້ນແລ້ວ, ປີ 2022 ຄະນະຊາວໜຸ່ມ 2 ປະເທດ ຈະສຸມໃສ່ຜັນຂະຫຍາຍບາງການເຄື່ອນໄຫວ, ລະອຽດຄື: ສືບຕໍ່ແລກປ່ຽນຄະນະຜູ້ແທນຂັ້ນສູງລະຫວ່າງຄະນະຊາວໜຸ່ມ 2 ປະເທດ; ກໍ່ສ້າງບັນດາໂຄງການຊາວໜຸ່ມປະກອບສ່ວນເຂົ້າຮ່ວມການແກ້ໄຂບັນຫາພັດທະນາເສດຖະກິດ - ສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບຂອງ 2 ປະເທດ.

   

ທ່ານ ຫງວຽນແອັງຕວັນມອບຂອງຂວັນໃຫ້ແກ່ທ່ນາເລຂາສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ (ພາບ: thanhnien.vn)

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບຈົດໝາຍ, ອີແມວ 403 ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ບັນດາປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ…ໃນນັ້ນ, ທ່ານຜູ້ຟັງ ລາວ ຫລາຍຄົນໄດ້ສົ່ງຈົດໝາຍເຖິງລາຍການດ້ວຍເນື້ອໃນຢາກຊອກຮູ້ກ່ຽວກັບການເຄື່ອນໄຫວພົບປະແລກປ່ຽນມິດຕະພາບ, ການຮ່ວມມືດ້ານວັດທະນະທຳ, ຊາວໜຸ່ມລະຫວ່າງ 2 ປະເທດ ຫວຽດນາມ - ລາວ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາ VOV5 ແລະ ລາຍການພາກພາສາລາວ ໃນອາທິດຜ່ານມາ.

ເພື່ອນ Hokamura Fumito ຢູ່ຍີ່ປຸ່ນ ໄດ້ຂຽນວ່າ: ເຊິ່ງແມ່ນຜູ້ຟັງຜູ້ອ່ານມາແຕ່ດົນນານຂອງ VOV5, ຂ້າພະເຈົ້າຮູ້ສຶກພາກພູມໃຈ ເມື່ອເຫັນປະຈັກຕາການປ່ຽນແປງ ແລະ ພັດທະນາຜ່ານແຕ່ລະໄລຍະຂອງລາຍການກະຈາຍສຽງ ຂອງຫວຽດນາມ. ດ້ວຍການພັດທະນາຂອງສັງຄົມໃນຍຸກດີຈີຕອນ, ຫວັງວ່າ VOV ຈະຮັກສາໄດ້ບັນດາຄຸນຄ່າທີ່ດີງາມໃນຫຼາຍປີມານີ້ ແລະ ມີການປ່ຽນແປງເພື່ອນຳທັນທ່າອ່ຽງຂອງສັງຄົມ.

ເພື່ອນ Hirano Seichi ມາຈາກແຂວງ Gifu, ປະເທດ ຍີ່ປຸ່ນ ກໍ່ແບ່ງປັນວ່າ: ຂ້າພະເຈົ້າຮູ້ວ່າ ຫວຽດນາມ ມີອັດຕາການສັກວັກຊິນກັນໂຄວິດ - 19 ໃຫ້ແກ່ປະຊາຊົນຢູ່ໃນລະດັບສູງ. ລັດຖະບານ ຫວຽດນາມ ມີບັນດາມາດຕະການປ້ອງກັນປະຊາຊົນຢ່າງທັນການ. ຂໍສະແດງຄວາມຍິນດີນຳພວກເພື່ອນ, ຂ້າພະເຈົ້າຫວັງວ່າ ຈະກັບໄປຫວຽດນາມ ໃນໃກ້ໆນີ້.

ເພື່ອນ José Moacir Portera de Melo ມາຈາກປະເທດ ບຣາຊິນ ຂຽນວ່າ: ຂ້າພະເຈົ້າຟັງລາຍການຂອງວິທະຍຸກະຈາຍສຽງຫວຽດນາມເປັນປະຈຳ. ຂ້າພະເຈົ້າມັກລາຍການກະຈຽງສຽງຂອງພວກເພື່ອນຢ່າງແທ້ຈິງ. ຫວັງວ່າ ຂ້າພະເຈົ້າຈະໄດ້ຟັງຫຼາຍລາຍການມ່ວນຂອງວິທະຍຸກະຈາຍສຽງ ຫວຽດນາມ ຫຼາຍກ່ວາອີກໃນໄລຍະຈະມາເຖິງ.

ໃນຈົດໝາຍຂອງ ເພື່ອນ ເພັດສະຫວັນ ຢູ່ແຂວງ ອັດຕະປື ສົ່ງມາຍັງລາຍການໂດຍຂຽນວ່າ: ປີ 2021 ຜ່ານມາ, ເຖິງວ່າຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19 ກໍ່ຕາມ, ແຕ່ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ແລະ ສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດລາວຍັງໄດ້ຈັດຫຼາຍກອງປະຊຸມ, ຫຼາຍການເຄື່ອນໄຫວທີ່ແທດຈິງທັງອອນລາຍ ແລະ ໂດຍກົງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນານ້ຳໃຈມິດຕະພາບແບບພິເສດຂອງປະຊາຊົນ ແລະ ຊາວໜຸ່ມ 2 ປະເທດ. ດັ່ງນັ້ນ ໃນປີ 2022 ມີຈະມີການເຄື່ອນໄຫວພົ້ນເດັ່ນໃດແດ່.

ເພື່ອນ ເພັດສະຫວັນ ທີ່ຮັກແພງ! ຄືເພື່ອນໄດ້ຮັບຮູ້ມານັ້ນ, ປີ 2021, ຫວຽດນາມ ແລະ ລາວໄດ້ຍູ້ແຮງວຽກງານໂຄສະນາ, ສຶກສາກ່ຽວກັບມູນເຊື້ອການພົວພັນແບບພິເສດລະຫວ່າງສອງປະເທດ ຫວຽດນາມ - ລາວ, ລາວ - ຫວຽດນາມ ໃຫ້ລຸ້ນໜຸ່ມສອງປະເທດ, ສືບຕໍ່ຈັດຕັ້ງການພົບປະຊາວໜຸ່ມ, ນັກສຶກສາ, ຈັດຕັ້ງການບຳລຸງສ້າງພະນັກງານລະຫວ່າງສອງປະເທດ, ແລະ ມີຄວາມສຳຄັນກ່ວາສິ່ງໃດໝົດແມ່ນການກະກຽມໃຫ້ແກ່ການລົງນາມໂຄງການຮ່ວມມືໄລຍະ 2022 – 2027, ໃນຂອບເຂດໂຄງການພົບປະປີ 2022.

ປີ 2022 ຄະນະຊາວໜຸ່ມ 2 ປະເທດ ຈະສືບຕໍ່ສາມັກຄີ, ສູ້ຊົນປະຕິບັດບັນດາໜ້າທີ່. ຕາມນັ້ນແລ້ວ, ປີ 2022 ຄະນະຊາວໜຸ່ມ 2 ປະເທດ ຈະສຸມໃສ່ຜັນຂະຫຍາຍບາງການເຄື່ອນໄຫວ, ລະອຽດຄື: ສືບຕໍ່ແລກປ່ຽນຄະນະຜູ້ແທນຂັ້ນສູງລະຫວ່າງຄະນະຊາວໜຸ່ມ 2 ປະເທດ; ກໍ່ສ້າງບັນດາໂຄງການຊາວໜຸ່ມ ປະກອບສ່ວນເຂົ້າຮ່ວມການແກ້ໄຂບັນຫາພັດທະນາເສດຖະກິດ - ສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບຂອງ 2 ປະເທດ; ສະໜັບສະໜູນກັນໃນການເຄື່ອນໄຫວສາກົນ; ເພີ່ມທະວີການເຄື່ອນໄຫວບຳລຸງກໍ່ສ້າງພະນັກງານຂອງທັງ 2 ຝ່າຍ; ຍູ້ແຮງການເຄື່ອນໄຫວຮ່ວມມື, ການພົບປະແລກປ່ຽນລະຫວ່າງຄະນະຊາວໜຸ່ມບັນດາທ້ອງຖິ່ນ, ແຂວງ, ນະຄອນຂອງ 2 ປະເທດ

ທ່ານຜູ້ຟັງທີ່ເຄົາລົບດັ່ງທີ່ກ່າວມາຂ້າງເຖິງແມ່ນຂໍ້ມູນຈຳນວນໜຶ່ງຂ່າວກ່ຽວກັບແຜນການເຄື່ອນໄຫວຂອງຊາວໜຸ່ມ 2 ປະເທດ ຫວຽດນາມ ແລະ ລາວ ປີ 2022. ຫວັງວ່າ ພວກເພື່ອນຈະສະຫລະເວລາຕິດຕາມ ແລະ ເຂົ້າຮ່ວມການເຄື່ອນໄຫວທີ່ມີຄວາມໝາຍນີ້.

ເພື່ອນບູນມີ ຢູ່ແຂວງວຽງຈັນ ໄດ້ສົ່ງຂໍ້ຄວາມມາຍັງລາຍການດ້ວຍເນື້ອໃນຢາກຊອກຮູ້ກ່ຽວກັບເຫດການຄະນະກຳມະການປະຊາຊົນແຂວງ ເງະອານ, ກອງບັນຊາການທະຫານແຂວງເງະອານໄດ້ມອບເຮືອນຢູ່ໃຫ້ພະນັກງານພາລະກອນກອງຮ້ອຍສືບສອດແນມຂອງກອງບັນຊາການທະຫານແຂວງ ຊຽງຂວາງ

ເພື່ອນບຸນມີທີ່ຮັກແພງ! ອາທິດຜ່ານມາ, ຢູ່ເມືອງແປກແຂວງ ຊຽງຂວາງ, ປະເທດລາວ ໂດຍໄດ້ຮັບການມອບສິດຈາກຄະນະກຳມະການປະຊາຊົນແຂວງ ເງະອານ, ກອງບັນຊາການທະຫານແຂວງເງະອານໄດ້ດຳເນີນການມອບຮັບເຮືອນຢູ່ໃຫ້ແກ່ພະນັກງານ, ພາລະກອນກອງຮ້ອຍສືບສອບແນມຂອງກອງບັນຊາການທະຫານແຂວງ ຊຽງຂວາງ ປະເທດລາວ ທີ່ໄດ້ກໍ່ສ້າງຢູ່ເມືອງແປກ ແຂວງຊຽງຂວາງ ໂດຍເປັນອາຄານ 1 ຊັ້ນ,ກໍ່ສ້າງໃນເນື້ອທີ່ 150 ຕາແມັດ ດ້ວຍເງິນລົງທຶນກໍ່ສ້າງທັງໝົດແມ່ນ 1,5 ຕື້ດົ່ງ ໂດຍກອງບັນຊາການທະຫານ ແຂວງ ເງະອານເປັນເຈົ້າຂອງໂຄງການ.

ໂຄງການກໍ່ສ້າງ “ເຮືອນຢູ່ໃຫ້ພະນັກງານ, ພາລະກອນກອງຮ້ອຍສືບສອດແນມ” ຂອງກອງບັນຊາການທະຫານແຂວງຊຽງຂວາງ ທີ່ກອງບັນຊາການທະຫານແຂວງເງະອານມອບໃຫ້ກອງບັນຊາການທະຫານແຂວງຊຽງຂວາງ ໄດ້ສະແດງໃຫ້ເຫັນນ້ຳສາມັກຄີຮັກແພງ, ສາຍພົວພັນແບບພິເສດຂອງພະນັກງານ, ນັກຮົບກຳລັງປະກອບອາວຸດແຂວງ ເງະອານທີ່ມີຕໍ່ພະນັກງານ, ນັກຮົບກຳລັງປະກອບອາວຸດແຂວງຊຽງຂວາງ, ຜ່ານນັ້ນຍິ່ງສະແດງໃຫ້ເຫັນການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ລະຫວ່າງອົງຄະນະພັກທຸກຂັ້ນ, ອຳນາດການປົກຄອງ, ປະຊາຊົນ ແລະ ກຳລັງປະກອບອາວຸດ 2 ແຂວງ ເງະອານ - ຊຽງຂວາງຢ່າງມີຊີວິດຊີວາ ໂດຍປະກອບສ່ວນຍົກສູງຊີວິດດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ພະນັກງານ, ນັກຮົບແຂວງຊຽງຂວາງປະເທດລາວ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກຜູ້ຟັງຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວວິທະຍຸກະຈາຍສຽງຫວຽດນາມເຮືອນເລກທີ 45 ຖະໜົນ ບ່າຈ້ຽວຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.comທ່ານຜູ້ຟັງກໍ່ສາມາດ Comment ໃນເວັບໄຊ vovworld.vn ຂອງພວກເຮົາ.

(ແຫຼ່ງຄັດຈາກ VOV)


top