ຂ່າວສານ

ການ​ເຄື່ອນ​ໄຫວ​ຕ້ອນ​ຮັບ​ບຸນ​ເຕັດ​ຂອງ​ຊາວ​ຫວຽດ​ນາມ​ຢູ່​ແຂວງ​ຈຳ​ປາ​ສັກ​ລາວ

ວັນທີ 1 ກຸມພາ 2022 ສະຖານກົງສູນໃຫຍ່ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ປະຈຳ ນະຄອນ ປາກເຊ ໄດ້ສົມທົບກັບສະມາຊິກ ຊາວຫວຽດນາມ ຢູ່ແຂວງ ຈຳປາສັກຈັດພິທີເຄົາລົບທຸງຊາດ ຕ້ອນຮັບລະດູບານໃໝ່ປີຂານ 2022.

ວັນທີ 1 ກຸມພາ 2022 (ກົງກັບວັນທີ 1 ບຸນເຕັດ) ສະຖານກົງສູນໃຫຍ່ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ປະຈຳ ນະຄອນ ປາກເຊ ໄດ້ສົມທົບກັບສະມາຊິກ ຊາວຫວຽດນາມ ຢູ່ແຂວງ ຈຳປາສັກຈັດພິທີເຄົາລົບທຸງຊາດ ຕ້ອນຮັບລະດູບານໃໝ່ປີຂານ 2022.

ທ່ານ ຫງວຽນວັນຈຸງ ຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ນະຄອນປາກເຊ ກ່າວຄຳເຫັນທີ່ພິທີ (ພາບ: thoidai.com.vn)

ອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວຫຼາຍສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກຫຼາຍປະເທດໃນໂລກຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ ແລະ ລາວ... ໃນນັ້ນ, ມີທ່ານຜູ້ຟັງລາວຫຼາຍຄົນ ໄດ້ສົ່ງຈົດໝາຍມາຍັງລາຍການດ້ວຍເນື້ອໃນ ອວຍພອນປີໃໝ່, ແບ່ງປັນຄວາມຮູ້ສຶກ ແລະ ຢາກຊອກຮູ້ກ່ຽວກັບການພົວພັນລະຫວ່າງສອງປະເທດ ຫວຽດນາມ ແລະ ລາວ. ໃນລາຍການໂອ້ລົມກັບເພື່ອນລາວມືນີ້ ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ, ກໍ່ຄືຕອບບາງຄຳຖາມຂອງທ່ານຜູ້ຟັງທີ່ໄດ້ສົ່ງມາລາຍການໃນອາທິດຜ່ານມາ. ເຊີນທ່ານຕິດຕາມ ຮັບຟັງ.

ກ່ອນທີ່ຈະເລີ່ມຕົ້ນລາຍການ, ພວກຂ້າພະເຈົ້າຂໍຄັດສະເໜີຄຳອວຍພອນປີໃໝ່ຂອງທ່ານຜູ້ຟັງໃນທົ່ວໂລກ ທີ່ໄດ້ສົ່ງມາຍັງ VOV5 ໃນອາທິດຜ່ານມາ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ຫວຽດນາມ ປີຂານ 2022.

ທ່ານ José Saquimux ຜູ້ຟັງລາຍການພາສາແອັດສະປາຍ ໄດ້ຂຽນວ່າ: “ເພື່ອນໆນັກຂ່າວ, ບັນນາທິການວິທະຍຸກະຈາຍສຽງ ຫວຽດນາມ ທີ່ຮັກແພງ! ໃນໂອກາດບຸນປີໃໝ່ປະຈຳຊາດປີຂານ 2022, ຂ້າພະເຈົ້າຂໍອວຍພອນໃຫ້ທຸກຄົນ ປີໃໝ່ຈົ່ງແຕ່ມີຄວາມເບີກບານມ່ວນຊື່ນ ແລະ ຄວາມສຸກ. ຈາກ Guatemala, ຂ້າພະເຈົ້າຂໍຝາກໄປຍັງພວກເພື່ອນຄຳອວຍພອນທີ່ເຕັມໄປດ້ວຍນ້ຳໃຈຄວາມຮັກແພງ ແລະ ເຄົາລົບນັບຖືຢ່າງສູງ”.

ທ່ານ Johnny Antonio Ramírez Lopez ຢູ່ ເປຣູ ແບ່ງປັນວ່າ: ໃນຖານະແມ່ນຜູ້ຟັງ, ຂ້າພະເຈົ້າສັງເກດວ່າ ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ນຳເອົາບັນດາບົດຮຽນ, ປະສົບການອັນມີຄ່າທີ່ສຸດມາໃຫ້ຂ້າພະເຈົ້າ. ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີຂານ 2022, ຂ້າພະເຈົ້າຂໍສົ່ງຄຳອວຍພອນທີ່ດີງາມມາຍັງຖັນແຖວພະນັກງານ ຂອງ VOV ທຸກຖ້ວນໜ້າ.

ທ່ານ Kim Layheang ຢູ່ Phnompenh ຜູ້ຟັງລາຍການພາສາກຳປູເຈຍ ໄດ້ສົ່ງຄຳອວຍພອນປີໃໝ່ ປີຂານ ມາຍັງພະນັກງານ, ພາລະກອນວິທະຍຸກະຈາຍສຽງຫວຽດນາມ ທຸກຖ້ວນໜ້າ, ອວຍພອນໃຫ້ປີໃໝ່ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ, ປາດຖະໜາສິ່ງໃດຂໍໃຫ້ໄດ້ສິ່ງນັ້ນ. ເພື່ອນກໍ່ໄດ້ແບ່ງປັນວ່າ ເຖິງວ່າຄ້າງຄາກັບວຽກງານກໍ່ຕາມ ແຕ່ເພື່ອນຍັງສະຫຼະເວລາເພື່ອຮັບຟັງວິທະຍຸກະຈາຍສຽງ ຫວຽດນາມ ແລະ ຍາມໃດກໍ່ຈະສະໜັບສະໜູນ ວິທະຍຸກະຈາຍສຽງ ຫວຽດນາມ

ທ່ານ ພັນຄຳ ພວມດຳລົງຊີວິດ ແລະ ເຮັດວຽກຢູ່ແຂວງ ຫຼວງພະບາງ ໄດ້ສົ່ງຈົດໝາຍມາຍັງລາຍການດ້ວຍເນື້ອໃນຄືດັ່ງນີ້: ໃນໂອກາດບຸນປີໃໝ່ປະຈຳຊາດ, ຂ້າພະເຈົ້າຂໍສົ່ງຄຳອວຍພອນອັນດີງາມທີ່ສຸດມາຍັງວິທະຍຸກະຈາຍສຽງຫວຽດນາມ ເວົ້າລວມ ແລະ ລາຍການພາສາລາວ ເວົ້າສະເພາະ. ຕໍ່ໄປ, ຂ້າພະເຈົ້າຢາກຊອກຮູ້ກ່ຽວກັບການເຄື່ອນໄຫວຕ້ອນຮັບບຸນເຕັດຫວຽດນາມ ຢູ່ ລາວ ທີ່ໄດ້ດຳເນີນໃນອາທິດຜ່ານມາ. ຂໍຂອບໃຈ.

ເພື່ອນ ພັນຄຳທີ່ຮັກແພງ, ພວກຂ້າພະເຈົ້າດີໃຈຫຼາຍ ເມື່ອໄດ້ຮັບຄຳອວຍພອນຂອງເພື່ອນເນື່ອງໃນໂອກາດຕົ້ນປີໃໝ່, ໃນໂອກາດນີ້ ພວກຂ້າພະເຈົ້າກໍ່ຂໍອວຍພອນໃຫ້ເພື່ອນຈົ່ງມີສຸຂະພາບທີ່ແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດຫຼາຍຢ່າງໃນປີໃໝ່ນີ້. ຍ້ອນເວລາອອກອາກາດຂອງລາຍການແມ່ນບໍ່ມີຫຼາຍ, ສະນັ້ນພວກຂ້າພະເຈົ້າຂໍແນະນຳການເຄື່ອນໄຫວຕ້ອນຮັບບຸນເຕັດຂອງຊາວຫວຽດນາມ ຢູ່ແຂວງຈຳປາສັກ ໃຫ້ເພື່ອນຮັບຊາບ:

ວັນທີ 1 ກຸມພາ 2022 (ກົງກັບວັນທີ 1 ບຸນເຕັດ) ສະຖານກົງສູນໃຫຍ່ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ປະຈຳ ນະຄອນ ປາກເຊ ໄດ້ສົມທົບກັບສະມາຄົມ ຊາວຫວຽດນາມ ຢູ່ແຂວງ ຈຳປາສັກຈັດພິທີເຄົາລົບທຸງຊາດ ຕ້ອນຮັບລະດູບານໃໝ່ປີຂານ 2022. ນີ້ແມ່ນການເຄື່ອນໄຫວປະຈຳປີທີ່ມີຄວາມໝາຍ, ປຸກລະດົມຄວາມເອກອ້າງທະນົງໃຈຕໍ່ປະເທດຊາດ, ພ້ອມທັງຕັກເຕືອນພໍ່ແມ່ປະຊາຊົນຊາວຫວຽດນາມເຖິງວ່າຢູ່ໃສ ຍາມໃດເຂົາເຈົ້າກໍ່ອ່ວຍໜ້າເມື່ອຫາບ້ານເກີດເມືອງນອນ, ມີຄວາມຮັກແພງ, ສາມັກຄີຊ່ວຍເຫຼືອເຊິ່ງກັນແລະກັນ ພ້ອມກັນພັດທະນາ. ເຂົ້າຮ່ວມພິທີມີທ່ານ ໄຊທອງ ໄຊຍາວົງ, ຮອງເລຂາຄະນະພັກແຂວງ ປະທານສະພາປະຊາຊົນແຂວງຈຳປາສັກ, ທ່ານນາງ ວາດສະໜາ ຊີນີມາ, ກຳມະການປະຈຳພັກແຂວງ ປະທານແນວລາວສ້າງຊາດ ແຂວງ ຈຳປາສັກ...

ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນວັນຈຸງ ຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ນະຄອນປາກເຊ ໄດ້ຫວນຄືນບາງໝາກຜົນທີ່ພົ້ນເດັ່ນໃນການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ລາວ. ໃນໂອກາດບຸນປີໃໝ່ປະຈຳຊາດປີຂານ 2022, ທ່ານ ຫງວຽນວັນຈຸງ ຫົວໜ້າສະຖານກົງສູນໃຫຍ່ ໄດ້ສົ່ງຄຳອວຍພອນອັນດີງາມທີ່ສຸດໄປຍັງປະຊາຄົມຊາວຫວຽດນາມ ຢູ່ແຂວງ ຈຳປາສັກ ປີໃໝ່ຈົ່ງມີສຸຂະພາບເຂັ້ມແຂງ, ສະຫງົບສຸກ, ມີຄວາມຜາສຸກ, ປະສົບຜົນສຳເລັດ.

ເພື່ອນຄຳນ້ອຍ ໄດ້ສົ່ງຂໍ້ຄວາມມາຍັງລາຍການດ້ວຍເນື້ອໃນຢາກຊອກຮູ້ກ່ຽວກັບການເຄື່ອນໄຫວຈັດຕັ້ງການຕ້ອນຮັບບຸນປີໃໝ່ປະຈຳຊາດ ຫວຽດນາມ ໃຫ້ແກ່ນັກສຶກສາລາວ ຢູ່ແຂວງ ເງະອານໃນອາທິດຜ່ານມາ.

ເພື່ອນຄຳນ້ອຍທີ່ຮັກແພງ! ເນື່ອງໃນໂອກາດບຸນເຕັດ ແຂວງ ເງະອານ ຫາກໍ່ຈັດຕັ້ງການພົບປະແລກປ່ຽນມິດຕະພາບ ໂດຍມີການເຂົ້າຮ່ວມຂອງນັກສຶກສາລາວ 150 ຄົນ ທີ່ຕາງໜ້າໃຫ້ນັກສຶກສາ ລາວ 430 ຄົນ ທີ່ພວມຕ້ອນຮັບບຸນເຕັດຢູ່ ຫວຽດນາມ, ຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ - 19. ເຫດການມີການເຂົ້າຮ່ວມຂອງ ຜູ້ຕາງໜ້າການນຳແຂວງເງະອານ, ແນວໂຮມປະເທດຊາດ ແຂວງ ພ້ອມກັບການນຳ 4 ມະຫາວິທະຍາໄລໃນບໍລິເວນ ໄດ້ເຂົ້າຮ່ວມຕ້ອນຮັບບຸນເຕັດພ້ອມກັບນັກສຶກສາລາວ. ນະທີ່ນີ້, ບັນດານັກສຶກສາລາວ ໄດ້ເຂົ້າຮ່ວມງານລ້ຽງ ໂດຍມີເຍື່ອງອາຫານພື້ນເມືອງ ຂອງ ຫວຽດນາມ ຫຼາຍເຍື່ອງທີ່ແຊບນົວຄື: ເຂົ້າຕົ້ມ, ເຂົ້າໜົມ. ນອກນັ້ນ ບັນດານັກສຶກສາລາວ ຍັງໄດ້ຮັບຊົມລາຍການສະແດງສິລະປະກ່ຽວກັບຄວາມສາມັກຄີ ຫວຽດນາມ - ລາວທີ່ສັດຊື່ບໍລິສຸດ. ໄປຄຽງຄູ່ກັນນັ້ນ, ພວກນ້ອງນັກສຶກສາ ຍັງໄດ້ຮັບຂອງຂວັນບຸນເຕັດ, ອັງເປົາ ໃຫ້ແກ່ເພື່ອນໆ 430 ຄົນ ພວມຢູ່ຫໍພັກນັກສຶກສາ ທີ່ບໍ່ໄດ້ມາເຂົ້າຮ່ວມງານພົບປະແລກປ່ຽນ.

ທ່ານນາງ ວໍທິມິງຊີງ, ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ເງະອານ ຖືວ່າ: ນີ້ແມ່ນການເຄື່ອນໄຫວນອນໃນບັນດາການເຄື່ອນໄຫວເຊິ່ງແຂວງ ເງະອານ ມຸ່ງໄປເຖິງ ເພື່ອແນໃສ່ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ 2 ປະເທດ ຫວຽດນາມ - ລາວ ແລະ ສະເຫຼີມສະຫຼອງ 40 ປີແຫ່ງວັນເຊັນສັນຍາຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ລາວ. ການຈັດຕັ້ງບຸນປີໃໝ່ປະຈຳຊາດ ຫວຽດນາມ ແມ່ນເພື່ອໃຫ້ບັນດານັກສຶກສາລາວມີຄວາມເຂົ້າໃຈຕື່ມອີກກ່ຽວກັບຮີບຄອງປະເພນີ, ວັດທະນະທຳຊາວຫວຽດນາມ ໃນໂອກາດພິເສດຄື ບຸນປີໃໝ່ປະຈຳຊາດ. ຜ່ານນັ້ນ, ບັນດາລາຍການນີ້ຍັງປະກອບສ່ວນສ້າງຄວາມຜູກພັນລະຫວ່າງບັນດານັກສຶກສາລາວດ້ວຍກັນ, ປະກອບສ່ວນຮັດແໜ້ນ ນ້ຳໃຈສາມັກຄີສະໜິດແໜ້ນ ລະຫວ່າງສອງປະເທດໃຫ້ຫຼາຍກ່ວາອີກ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com.

(ແຫຼ່ງຄັດຈາກ VOV)


top