ຂ່າວສານ

ການ​ເຄື່ອນ​ໄຫວ​ຕ່າງໆ​ເພື່ອ​ສະ​ເຫຼີມ​ສະຫຼອງ ວັນ​ຄ້າຍ​ວັນ​ເກີດ​ປະ​ທານ​ໂຮ່​ຈີ​ມິນ

ໂດຍມຸ່ງໄປເຖິງການສະເຫຼີມສະຫຼອງ 133 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນຢູ່ຫວຽດນາມ ຈັດຫຼາຍເຫດການໃນທຸແຖບຖິ່ນຂອງ ປະທານເທດຊາດ, ພົ້ນເດັ່ນແມ່ນ ໃນລະຫວ່າງວັນທີ 4 – 31 ພຶດສະພາຢູ່ໝູ່ບ້ານວັດທະນະທຳ - ການທ່ອງທ່ຽວບັນດາເຜົ່າ ຫວຽດນາມ (ດົງໂມ, ເຊີນໄຕ, ຮ່າໂນ້ຍ) ກໍ່ໄດ້ມີການເຄື່ອນໄຫວວັດທະນະທຳຫຼາຍຢ່າງດ້ວຍຫົວຂໍ້ວ່າ “ເດືອນພຶດສະພາຄິດຮອດລຸງໂຮ່”.
  ພໍ່ແມ່ປະຊາຊົນບັນດາເຜົ່າ ນັ່ງນຳກັນເພື່ອເລົາເລື່ອງລາວຕ່າງໆກ່ຽວກັບລຸງໂຮ່ (ພາບ: cand.com.vn)  

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 319 ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ 34 ປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ…ໃນນັ້ນ ລາຍການພາກພາສາ ລາວ ມີ 22 ສະບັບ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ. ເຊີນທ່ານຕິດຕາມຮັບຟັງ.

ທ່ານຜູ້ຟັງ Johnny Antonio Ramírez Lopez, ຢູ່ Lima, Peru ຕີລາຄາ: “ຊາວຫວຽດນາມ ໄດ້ວາງແຜນກຳນົດ ແລະ ຕີລາຄາຄວາມຄືບໜ້າໃນການປະຕິບັດວຽກງານຢ່າງເຄັ່ງຄັດ, ນັ້ນແມ່ນສາຍເຫດທີ່ເປັນຫຍັງຈິ່ງມີບັນດາແບບຢ່າງທີ່ປະສົບຜົນສຳເລັດໃນການສ້າງແຜນໃຫ້ອະນາຄົດ ແລະ ຜ່ານຜ່າຄວາມຫຍຸ້ງຍາກຄື Vinfast, ກໍ່ຄືການແບ່ງປັນອຸດົມການ ແລະ ວິໄສທັດຄື ດາວທຽມ NanoDragon ຂອງເຂົາເຈົ້າ. ອີກຫຼັກຖານໜຶ່ງນັ້ນແມ່ນ ເລື່ອງວິທະຍຸກະຈາຍສຽງ ຫວຽດນາມ, ເຊິ່ງແມ່ນສະຖານີວິທະຍຸກະຈາຍສຽງທີ່ຮຽກຮ້ອງໃຫ້ພວກເຮົາຈົ່ງຄິດເຖິງການສ້າງໂລກແຫ່ງມະນຸດສາດ, ສວຍສົດງົດງາມ ແລະ ມີຄວາມສະເໝີພາບກວ່າ ຕາມອຸດົມການອັນຍິ່ງໃຫຍ່ຂອງ ປະທານໂຮ່ຈີມິນ”.

ທ່ານຜູ້ຟັງ Juan Franco Crespo, ຊາວແອັດສະປາຍ ຂຽນວ່າ: ເມື່ອຂ້າພະເຈົ້າໄດ້ຮັບຟັງຜ່ານສະຖານີວິທະຍຸກະຈາຍສຽງ ຫວຽດນາມ ກ່ຽວກັບຂໍ້ສະດວກ ແລະ ສະຫວັດດີການສັງຄົມ ເຊິ່ງພົນລະເມືອງ ຫວຽດນາມ ພວມໄດ້ຮັບ, ຂ້າພະເຈົ້າຮູ້ສຶກດີໃຈ ແລະ ມີຄວາມສຸກ ຍ້ອນວ່າ ມີແຫ່ງໜຶ່ງໃນໂລກ ຢູ່ປະເທດນັ້ນປະຊາຊົນພວມເດີນຕາມເສັ້ນທາງຕ່າງ ແລະ ເຂົາເຈົ້າໄດ້ດຳລົງຊີວິດທີ່ມີຄວາມຜາສຸກກ່ວາ.

ທ່ານຜູ້ຟັງ ຊິງລູ ຢູ່ ແຂວງ ຈາງຊູ, ປະເທດຈີນ, ໄດ້ສົ່ງຈົດໝາຍໂດຍເຕື້ອງເຖິງຄວາມໝາຍຂອງໄຊຊະນະປະຫວັດສາດ ວັນທີ 30 ເມສາ ປີ 1975, ເພື່ອນກໍ່ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາຂອງ ພັກກອມມູນິດ ຫວຽດນາມ, ອະນາຄົດຂອງ ຫວຽດນາມ ຈະນັບມື້ນັບສົດໃສ, ບັນລຸໄດ້ຜົນສຳເລັດຫຼາຍຢ່າງ, ການດຳລົງຊີວິດຂອງປະຊາຊົນກໍ່ນັບມື້ນັບໄດ້ຮັບການຍົກສູງຂຶ້ນ. ຂໍອວຍພອນໃຫ້ນ້ຳໃຈມິດຕະພາບລະຫວ່າງ ຫວຽດນາມ ແລະ ຈີນ ຍືນຍົງຄົງຕົວຊົ່ວກາລະນານ. ແລະໃນໂອກາດວັນກຳມະກອນສາກົນ 1 ພຶດສະພາ ເພື່ອນກໍ່ສົ່ງຄຳອວຍພອນເນື່ອງໃນ ໄປຍັງພະນັກງານ, ລັດຖະກອນສະຖານີວິທະຍຸກະຈາຍສຽງຫວຽດນາມໝົດທຸກຄົນ.

ເພື່ອນ ຕາແກ້ວ ໄດ້ສົ່ງອີເມວມາຍັງລາຍການດ້ວຍເນື້ອໃນທີ່ວ່າ: ອາທິດຜ່ານມາ, ພວກຂ້າພະເຈົ້າຮັບຟັງລາຍການພາກພາສາລາວ ແນະນຳກ່ຽວກັບຊີວິດການເປັນຢູ່ ແລະ ພາລະກິດແຫ່ງການປະຕິວັດປົດປ່ອຍຊາດ ຫວຽດນາມ ຂອງປະທານໂຮ່ຈີມິນ. ເນື່ອງໃນໂອກາດສະເຫຼີມສະຫຼອງ 133 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ (19/5/1890 - 19/5/2023), ຂ້າພະເຈົ້າ ຢາກຮູ້ວ່າ ຫວຽດນາມ ຈະຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງຄືແນວໃດ ແລະ ຢູ່ສະຖານທີ່ໃດແດ່?

ເພື່ອນ ຕາແກ້ວ ທີ່ຮັກແພງ, ໂດຍມຸ່ງໄປເຖິງການສະເຫຼີມສະຫຼອງ 133 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນຢູ່ຫວຽດນາມ ຈັດຫຼາຍເຫດການໃນທຸແຖບຖິ່ນຂອງ ປະທານເທດຊາດ, ພົ້ນເດັ່ນແມ່ນ ໃນລະຫວ່າງວັນທີ 4 – 31 ພຶດສະພາຢູ່ໝູ່ບ້ານວັດທະນະທຳ - ການທ່ອງທ່ຽວບັນດາເຜົ່າ ຫວຽດນາມ (ດົງໂມ, ເຊີນໄຕ, ຮ່າໂນ້ຍ) ກໍ່ໄດ້ມີການເຄື່ອນໄຫວວັດທະນະທຳຫຼາຍຢ່າງດ້ວຍຫົວຂໍ້ວ່າ “ເດືອນພຶດສະພາຄິດຮອດລຸງໂຮ່”. ການເຄື່ອນໄຫວດັ່ງກ່າວໂດຍມີການເຂົ້າຮ່ວມຂອງພໍ່ແມ່ປະຊາຊົນເກືອບ 100 ຄົນຂອງ 15 ຊົນເຜົ່າ (ຄື: ນຸ່ງ, ໄຕ່, ມົ້ງ, ຢ້າວ, ເມື່ອງ, ຜູ້ໄທ, ເຄີມູ....) ທີ່ມາຈາກ 12 ທ້ອງຖິ່ນໃນທົ່ວປະເທດ. ສິ່ງທີ່ພົ້ນເດັ່ນຂອງລາຍການ ແມ່ນບັນດາການເຄື່ອນໄຫວສະແດງນ້ຳໃຈຄວາມຮັກແພງຂອງພໍ່ແມ່ປະຊາຊົນບັນດາເຜົ່າຢູ່ໝູ່ບ້ານເວົ້າສະເພາະ ກໍ່ຄືປະຊາຊົນໃນທົ່ວປະເທດ ເວົ້າລວມທີ່ມີຕໍ່ລຸງໂຮ່. ທີ່ເຫດການ, ພໍ່ແມ່ປະຊາຊົນບັນດາເຜົ່າພາກເໜືອ ຈະເລົ່າສູ່ກັນຟັງກ່ຽວກັບບັນດາເລື່ອງລາວກ່ຽວກັບລຸງໂຮ່ ເມື່ອເພິ່ນມາກາວບັ່ງ ເຄື່ອນໄຫວການປະຕິວັດ ແລະ ສ້າງຕັ້ງຖານທີ່ໝັ້ນປະຕິວັດຢູ່ບັນດາແຂວງເຂດພູສູງທາງພາກເໜືອ.

ຢູ່ເງະອານ, ວັນບຸນໝູ່ບ້ານແຊນ (ດອກບົວ) ປີ 2023 ຈະດຳເນີນໃນລະຫວ່າງວັນທີ 12 – 19 ພຶດສະພາ. ໃນນັ້ນ ຈະມີບັນດາການເຄື່ອນໄຫວຄື: ລາຍການໄຂວັນບຸນ ໝູ່ບ້ານດອກບົວ ສົມທົບກັບລາຍການສະແດງສິລະປະ “ຜູ້ເປັນແມ່ຂອງໝູ່ບ້ານດອກບົວ” ເນື່ອງໃນໂອກາດສະເຫຼີມສະຫຼອງ 155 ປີແຫ່ງວັນຄ້າຍວັນເກີດຂອງທ່ານນາງ ຮ່ວາງທິລວານ, 133 ປີແຫ່ງວັນຄ້າຍວັນເກີດຂອງປະທານໂຮ່ຈີມິນ ເຊິ່ງຈະດຳເນີນໃນຕອນຄ່ຳວັນທີ 12 ພຶດສະພາ ຢູ່ສະໜາມຫຼວງ ໂຮ່ຈີມິນ, ພິທີຍ່າງແຫ່ຂະບວນຈະດຳເນີນແຕ່ສະໜາມຫຼວງ ໂຮ່ຈີມິນ ໄປຍັງ ບ້ານເກີດເມືອງນອນຂອງລຸງໂຮ່ ໃນວັນທີ 12 ພຶດສະພາ, ລາຍການອັດວັນບຸນໝູ່ບ້ານແຊນ  ຈະດຳເນີນໃນຕອນຄ່ຳວັນທີ 19 ພຶດສະພາ ຢູ່ສະໜາມຫຼວງ ໂຮ່ຈີມິນ.

ເພື່ອນ Kim Samnang, ຢູ່ກຳປູເຈຍ ຢາກຊອກຮູ້ກ່ຽວກັບຮູບແບບໂຄສະນາການທ່ອງທ່ຽວ ຫວຽດນາມ ຜ່ານຮູບເງົາ.

ເພື່ອນ Kim Samnang ທີ່ຮັກແພງ! ໃນໄລຍະຜ່ານມາ, ພາບພົດຂອງ ປະເທດຊາດ ແລະ ຊາວ ຫວຽດນາມ ນັບມື້ນັບໄດ້ປະກົດຂຶ້ນໃນຫຼາຍຮູບເງົາສາກົນ, ໂດຍນຳມາເຊິ່ງຄວາມປະທັບໃຈຫຼາຍຢ່າງຕໍ່ເພື່ອນມິດສາກົນ. ສິ່ງນີ້ອາດຈະເປີດກາລະໂອກາດໃໝ່ເພື່ອໂຄສະນາກ່ຽວກັບ ຫວຽດນາມ ກັບເພື່ອນມິດສາກົນຢ່າງງ່າຍດາຍກ່ວາອີກ. ຍົກຕົວຢ່າງຄື: ຮູບເງົາ Kong - Skull Island ແມ່ນໜຶ່ງໃນບັນດາຮູບເງົາທີ່ສ້າງຂີດໝາຍຢ່າງແຮງທີ່ສຸດ ເມື່ອໄດ້ຖ່າຍທຳຢູ່ ຫວຽດນາມ. ການຖ່າຍວີດີໂອຢູ່ຫຼາຍສະຖານທີ່ຂອງ ຫວຽດນາມ ດ້ວຍທິວທັດທຳມະຊາດທີ່ເປັນເອກະລັກສະເພາະ ໄດ້ສ້າງຄວາມປະທັບໃຈຢ່າງແຮງຕໍ່ສື່ມວນຊົນສາກົນ ເມື່ອຮູບເງົາໄດ້ອອກສາຍ.

ຄວາມງາມຂອງ ຫວຽດນາມ ໃນບັນດາຮູບເງົາຂອງ Hollywood ກໍ່ນຳມາເຊິ່ງຜົນກະທົບທີ່ຕັ້ງໜ້າໃຫ້ແກ່ການທ່ອງທ່ຽວຢູ່ບັນດາສະຖານທີ່ຖ່າຍທຳຮູບເງົາ, ເປີດເສັ້ນທາງໃຫ້ແກ່ບັນດາຜົນງານທາງດ້ານຮູບເງົາຕ່າງໆຂອງສາກົນ ມາຖ່າຍຢູ່ ຫວຽດນາມ. ຫວ່າງມໍ່ໆມານີ້ ແມ່ນຮູບເງົາ A Tourist's Guide to love ກໍ່ສ້າງຄວາມປະທັບໃຈເມື່ອຖ່າຍຢູ່ບັນດາສະຖານທີ່ທີ່ມີຊື່ສຽງ, ກໍ່ຄືວັດທະນະທຳທາງດ້ານຄວາມເຊື່ອຖືທາງສາສະໜາ ຢູ່ ຫວຽດນາມ... ເລື່ອງທີ່ຮູບເງົາບັນລຸໄດ້ຜົນງານໃນລະດັບສູງ ພາຍຫຼັງການສາຍຮູບເງົາ ຢູ່ ຫວຽດນາມ, ອາເມລິກາ ແລະ ຫຼາຍປະເທດໃນໂລກ ກໍ່ສະແດງໃຫ້ເຫັນຄວາມສາມາດບົ່ມຊ້ອນໃນການໂຄສະນາການທ່ອງທ່ຽວຂອງບັນດາຮູບເງົາຕໍ່ກັບຜູ້ຊົມສາກົນ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ Comment ໃນເວັບໄຊ vovworld.vn ຂອງພວກເຮົາໄດ້.


top