ຂ່າວສານ

ການ​ເຄື່ອນ​ໄຫວ​ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຢູ່ ມາ​ເລ​ເຊຍ

ທ່ານ ເຈິ່ນແທັງເໝີ້ນ ໄດ້ຕີລາຄາສູງການປະກອບສ່ວນອັນຕັ້ງໜ້າຂອງ Petronas ໃນຫຼາຍປີຜ່ານມາຕໍ່ຄວາມໝັ້ນຄົງພະລັງງານຂອງ ຫວຽດນາມ ກໍ່ຄືການພັດທະນາລວມຂອງການພົວພັນ ຫວຽດນາມ-ມາເລເຊຍ.

ຕອນເຊົ້າວັນທີ 17 ກັນຍາ, ຢູ່ນະຄອນຫຼວງ ກົວລາລຳເປີ, ມາເລເຊຍ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ເຂົ້າຮ່ວມວາລະປະຊຸມຄະນະບໍລິຫານງານ ກອງປະຊຸມສະມັດຊາໃຫ່ຍລະຫວ່າງລັດຖະສະພາ ອາຊຽນ ຄັ້ງທີ 46 (AIPA-46).

  ກ່າວຄຳເຫັນນະທີ່ນີ້,  ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໄດ້ຕີລາຄາສູງວຽກງານກະກຽມຂອງ ມາເລເຊຍ ພ້ອມທັງຢືນຢັນວ່າ, ຫວຽດນາມ ສະໜັບສະໜູນ, ຮ່ວມມືຢ່າງແໜ້ນແຟ້ນກັບສະພາແຫ່ງຊາດ ມາເລເຊຍ ແລະ ບັນດາສະພາແຫ່ງຊາດສະມາຊິກ AIPA ຕັ້ງໜ້າປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງກອງປະຊຸມສະມັດຊາໃຫ່ຍ AIPA-46, ປະກອບສ່ວນຊຸກຍູ້ການພັດທະນາກວມລວມ ແລະ ຍືນຍົງຢູ່ພາກພື້ນ. ທ່ານຍັງໄດ້ຕີລາຄາສູງການສະໜັບສະໜູນຂອງບັນດາສະພາແຫ່ງຊາດສະມາຊິກ AIPA ສຳລັບຮ່າງມະຕິໂດຍ ຫວຽດນາມ ຍື່ນສະເໜີຕໍ່ກອງປະຊຸມສະມັດຊາໃຫ່ຍ AIPA-46 ຮັບຮອງເອົາ ແນໃສ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດບຸລິມະສິດ.

  ໃນຕອນບ່າຍຂອງວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບການນຳກຸ່ມບໍລິສັດນ້ຳມັນອາແກດແຫ່ງຊາດ ມາເລເຊຍ Petronas Twin Tower ຢູ່ນະຄອນຫຼວງ ກົວລາລຳເປີ. ທ່ານໄດ້ຕີລາຄາສູງການປະກອບສ່ວນອັນຕັ້ງໜ້າຂອງ Petronas ໃນຫຼາຍປີຜ່ານມາຕໍ່ຄວາມໝັ້ນຄົງພະລັງງານຂອງ ຫວຽດນາມ ກໍ່ຄືການພັດທະນາລວມຂອງການພົວພັນ ຫວຽດນາມ-ມາເລເຊຍ.


top