ຂ່າວສານ

ການ​ເຄື່ອນ​ໄຫວ​ຂອງ​ການ​ນຳ​ພັກ, ລັດ ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ ວັນ​ສື່ມວນ​ຊົນ​ປະ​ຕິ​ວັດ ຫວຽດ​ນາມ

ເນື່ອງໃນໂອກາດສະເຫຼີມສະຫຼອງ 91 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ, ທ່ານລັດຖະມົນຕີ ຫງວຽນແມັງຮຸ່ງໄດ້ສົ່ງຄຳອວຍພອນອັນປະເສີດຕໍ່ການນຳ, ພະນັກງານ, ນັກຂ່າວ ຂອງ VOV ແລະ ຫວັງວ່າ VOV ຈະບັນລຸບາດກ້າວໃໝ່.
  ທ່ານນາງ ເລິມທິເຟືອງແທັງ, ຮອງຫົວໜ້າຫ້ອງວ່າການສູນກາງກອມມູນິດ ຫວຽດນາມ ມາອວຍພອນ VOV  

ເນື່ອງໃນໂອກາດສະເຫຼີມສະຫຼອງ 97 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ (21 ມິຖຸນາ 1925 – 21 ມິຖຸນາ 2022), ວັນທີ 20 ມີຖຸນາ, ຢູ່ນະຄອນໂຮ່ຈີມິນ, ການນຳນະຄອນໄດ້ພົບປະກັບຜູ້ຕາງໜ້າງອົງການສື່ມວນຊົນ. ທ່ານປະທານະເທດວຽດນາມ ຫງວຽນຊວັນຝຸກ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ການພົບປະ.

ທ່ານປະທານະເທດວຽດນາມ ຫງວຽນຊວັນຝຸກ ໄດ້ຍ້ອງຍໍຊົມເຊີຍກຳລັງສື່ມວນຊົນ ທີ່ບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກ, ອັນຕະລາຍ, ໄດ້ນຳໜ້າໃນການຕ້ານໂລກລະບາດໂຄວິດ 19 ທັງວັນ ແລະ ຄືນ. ສື່ມວນຊົນໄດ້ຍົກອອກຫຼາຍແບບຢ່າງດີເດັ່ນໃນການຕ້ານໂລກລະບາດ, ປະກອບສ່ວນແຜ່ຂະຫຍາຍກຳລັງແຮງສາມັກຄີຕ້ານໂລກລະບາດ.

ທ່ານປະທານະເທດວຽດນາມ ຫງວຽນຊວັນຝຸກ ສະເໜີໃຫ້ກຳລັງສື່ມວນຊົນທົ່ວປະເທດ ຈົ່ງສືບຕໍ່ສ່ອງແສງຢ່າງເລິກເຊິ່ງ, ຈິງໃຈ, ທັນການ ບັນດາການຜັນແປສຳຄັນໃນຊີວິດການເມືອງ, ເສດຖະກິດ, ສັງຄົມ. ໃນຖານະເປັນຫົວໜ້າຄະນຊີ້ນຳການສ້າງແຜນຮ່າງ “ຍຸດທະສາດສ້າງລັດແຫ່ງນິຕິບັດຍັດສັງຄົມນິຍົມຮອດປີ 2030, ການກຳນົດທິດຮອດປີ 2045 ໃຫ້ສົມບູນແບບ” ນັ້ນ, ທ່ານປະທານະເທດ ສະເໜີໃຫ້ບັນດາອົງການສື່ມວນຊົນ ຕ້ອງສ້າງບັນດາຄໍລຳສະເພາະ ເພື່ອໃຫ້ບັນດານັກຂ່າວ, ຜູ້ຮ່ວມງານ ແລະ ປຊຊ ເຂົ້າຮ່ວມປະກອບຄວາມເຫັນຢ່າງຕັ້ງໜ້າ.

 ໃນຕອນເຊົ້າຂອງວັນດຽວກັນ, ທ່ານນາງ ເລິມທິເຟືອງແທັງ, ຮອງຫົວໜ້າຫ້ອງວ່າການສູນກາງກອມມູນິດ ຫວຽດນາມ ແລະ ທ່ານ ຫງວຽນແມັງຮຸ່ງ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງ, ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ໄດ້ໄປຢ້ຽມຢາມວິທະຍຸກະຈາຍສຽງ ຫວຽດນາມ (VOV).

 ທ່ານນາງເລິມທິເຟືອງແທັງ ໄດ້ສົ່ງຄຳອວຍພອນອັນດີງາມທີ່ສຸດໄປຍັງຄະນະນຳ,ພະນັກງານ, ນັກຂ່າວ, ຂອງວິທະຍຸກະຈາຍສຽງ ຫວຽດນາມ. ທ່ານນາງໃຫ້ຮູ້ວ່າ:

ຫ້ອງວ່າການສູນກາງພັກ, ຂໍຂອບໃຈບັນດານັກຂ່າວ VOV ທີ່ສຸດ ເຊິ່ງຍາມໃດກໍ່ຮ່ວມເດີນທາງ, ສະໜິດຕິດພັນກັບວຽກງານຖະແຫຼງຂ່າວ, ໂຄສະນາ, ເວົ້າລວມແມ່ນຮັບໃຊ້ການນຳພັກ, ລັດ, ພິເສດແມ່ນການເຄື່ອນໄຫວຂອງບັນດາທ່ານຜູ້ນຳພັກ, ລັດ, ກົມການເມືອງ, ຄະນະເລຂາ. ກົມການເມືອງ, ຄະນະເລຂາ, ພິເສດແມ່ນທ່ານເລຂາທິການໃຫຍ່, ຄະນະປະຈຳຄະນະເລຂາ ມີຄວາມເອົາໃຈໃສ່ທີ່ສຸດຕໍ່ບົດບາດ, ພາລະໜ້າທີ່ຂອງອົງການຖະແຫຼງຂ່າວເວົ້າລວມ ແລະ ພິເສດແມ່ນ VOV.

ເນື່ອງໃນໂອກາດສະເຫຼີມສະຫຼອງ 91 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ, ທ່ານລັດຖະມົນຕີ ຫງວຽນແມັງຮຸ່ງ ໄດ້ສົ່ງຄຳອວຍພອນອັນປະເສີດຕໍ່ການນຳ, ພະນັກງານ, ນັກຂ່າວ ຂອງ VOV  ແລະ ຫວັງວ່າ VOV ຈະບັນລຸບາດກ້າວໃໝ່.

ໂດຍຕາງໜ້າໃຫ້ການນຳ, ພະນັກງານ, ນັກຂ່າວ, ບັນນາທິການ, ທ່ານໂດຕຽນຊີ, ຜູ້ອຳນວຍການໃຫຍ່ VOV ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ນ້ຳໃຈໂດຍຫ້ອງວ່າການສູນການພັກ, ກະຊວງຖະແຫຼງຂ່າວ ແລະ ສື່ສານສະຫງວນໃຫ້ແກ່ VOV.


top