ຂ່າວສານ

ການ​ຮ່ວມ​ສຳ​ພັນ​ເຂດ, ກຳ​ລັງ​ໜູນ​ນຳ​ແຂວງ ກວາ​ບັ່ງ, ລ້າງ​ເຊີນ ແລະ ຖາຍງວຽນ ບຸກ​ທະ​ລຸ

ຕອນບ່າຍວັນທີ 9 ມັງກອນ, ຢູ່ແຂວງ ກາວບັ່ງ ໄດ້ດຳເນີນກອງປະຊຸມແລກປ່ຽນວຽກງານຮ່ວມສຳພັນເຂດລະຫວ່າງ 3 ແຂວງ ກວາບັ່ງ - ຖາຍງວຽນ ແລະ ລ້າງເຊີນ.
ບັນຍາກາດຂອງກອງປະຊຸມ

ໃນກອງປະຊຸມ, ຜູ້ແທນ 3 ແຂວງ ໄດ້ສຸມໃສ່ປຶກສາຫາລືກ່ຽວກັບບັນດາກຳນົດທິດທີ່ຮ່ວມສຳພັນໃນອະນາຄົດ ເຊັ່ນ ກ່ຽວກັບໂຄງລ່າງຍຸດທະສາດ, ຈຸດສຸມແມ່ນບັນດາເສັ້ນທາງຄວາມໄວສູງ ດົ່ງດັງ - ຈ່າຫຼີ້ງ, ບັກກ້ານ - ກາວບັ່ງ, ຖາຍງວຽນ - ລ້າງເຊີນ; ຮ່ວມສຳພັນພັດທະນາເສດຖະກິດບົນພື້ນຖານເສີມຂະຫຍາຍທ່າໄດ້ປຽບ, ທ່າແຮງ, ຂໍ້ຈຳກັດຂອງແຕ່ລະແຂວງເພື່ອສ້າງລະບົບມູນຄ່າທີ່ເສີມສ້າງເຊິ່ງກັນ ແລະ ກັນ.

        ກາວບັ່ງ, ລ້າງເຊີນ ແລະ ຖາຍງວຽນ ແມ່ນ 3 ທ້ອງຖິ່ນທີ່ມີຫຼາຍຈຸດຄ້າຍຄືກັນ. ໃນສະພາບການພັດທະນາເສດຖະກິດ - ສັງຄົມໃນປັດຈຸບັນ, ການເພີ່ມທະວີການຮ່ວມສຳພັນຮ່ວມມືລະຫວ່າງບັນດາທ້ອງຖິ່ນນີ້ ບໍ່ພຽງແຕ່ແມ່ນຄຳຮຽກຮ້ອງທີຈຳເປັນເທົ່ານັ້ນ ຫາກຍັງແມ່ນມາດຕະການສຳຄັນເພື່ອແກ້ໄຂຂໍ້ຈຳກັດກ່ຽວກັບໂຄງລ່າງ, ຂອບຂະໜາດຕະຫຼາດ, ແຫຼ່ງກຳລັງ, ເສີມຂະຫຍາຍທ່າໄດ້ປຽບຂອງທ້ອງຖິ່ນໄດ້ຢ່າງສຸດຂີດ, ເປີດກວ້າງພື້ນທີ່ພັດທະນາ, ມຸ່ງໄປເຖິງການພັດທະນາຢ່າງວ່ອງໄວ ແລະ ຍືນຍົງໃຫ້ແກ່ທັງເຂດອີກດ້ວຍ.

 

top