ຂ່າວສານ

ການ​ຮ່ວມ​ມື​ລະ​ຫວ່າງ​ຊາວ​ໜຸ່ມ​ສອງ​ປະ​ເທດ ຫວຽດ​ນາມ - ລາວ ນັບ​ມື້​ນັບ​ແໜ້ນ​ແຟ້ນ​ຍິ່ງ​ຂຶ້ນ

 ຕອນເຊົ້າວັນທີ 9 ມີນາ, ທ່ານ ຫງວຽນງອກເລືອງ ເລຂາສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ, ປະທານສະພາ ເຍົາວະຊົນສູນກາງ ໄດ້ມີການເຮັດວຽກກັບທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ປະຈຳ ຫວຽດນາມ ກ່ຽວກັບໂຄງການຮ່ວມມືລະຫວ່າງ ຊາວໜຸ່ມສອງປະເທດ.
ທ່ານ ຫງວຽນງອກເລືອງ ເລຂາສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ເຮັດວຽກກັບທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ 

ໃນໄລຍະຜ່ານມາ, ການພົວພັນຮ່ວມມື, ນ້ຳໃຈສາມັກຄີ, ມິດຕະພາບລະຫວ່າງຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ແລະ ຄະນະຊາວໜຸ່ມ ປະຊາຊົນປະຕິວັດ ລາວ ກໍຄື ຊາວໜຸ່ມ, ເຍົາວະຊົນ, ອະນຸຊົນລະຫວ່າງສອງປະເທດ ຫວຽດນາມ - ລາວ ນັບມື້ໄດ້ຮັບການເພີ່ມພູນຄູນສ້າງ, ມີປະສິດທິຜົນ ແລະ ເຂົ້າສູ່ລວງເລິກ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາການພົວພັນ “ມິດຕະພາບອັນຍິ່ງໃຫຍ່, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ” ລະຫວ່າງ ຫວຽດນາມ - ລາວ.

        ທ່ານ ຫງວຽນງອັກເລືອງ ສະເໜີໃຫ້ ສະຖານທູດ ລາວ ສົມທົບກັບສູນກາງຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ເພື່ອຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນໃນຈຸດເວລາທີ່ເໝາະສົມ ຢູ່ ຫວຽດນາມ ໃນປີ 2021 ໃນສະພາບການທີ່ໂລກລະບາດຍັງສືບຕໍ່ມີການຜັນແປຢ່າງສັບສົນ, ການໄປມາລະຫວ່າງສອງປະເທດຍັງບໍ່ທັນໄດ້ການເຊື່ອມຕໍ່ຄືນໃໝ່ຢ່າງເປັນທາງການ.

        ທີ່ການເຮັດວຽກ, ທ່ານເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງ ສປປ. ລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ ປາດຖະໜາວ່າ ຄະນະຊາວໜຸ່ມສອງປະເທດ ຫວຽດນາມ - ລາວ ຈະສືບຕໍ່ສະໜິດຕິດພັນ, ຊ່ວຍເຫຼືອ, ແບ່ງປັນນຳກັນ. ທ່ານເຊື່ອໝັ້ນວ່າ ຊາວໜຸ່ມສອງປະເທດ ຫວຽດນາມ - ລາວ ຈະສືບຕໍ່ເສີມຂະຫຍາຍນ້ຳໃຈສາມັກຄີແບບພິເສດນີ້ໃຫ້ນັບມື້ນັບພັດທະນາ.

(ແຫຼ່ງຄັດຈາກ VOV)


top