ຂ່າວສານ

ການ​ຮ່ວມ​ມື​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ເຂດ​ຊາຍ​ແດນ ຫວຽດ​ນາມ-ລາວ

ໃນວັນທີ 2 ຕຸລາ, ຢູ່ນະຄອນດຽນບຽນຟູ, ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ສົມທົບກັບຄະນະກຳມະການປະຊາຊົນແຂວງດຽນບຽນ ຮ່ວມກັນຈັດຕັ້ງກອງປະຊຸມສຳມະນາຮ່ວມສຳພັນ, ຮ່ວມມືພັດທະນາການທ່ອງທ່ຽວເຂດຊາຍແດນ ຫວຽດນາມ-ລາວ.

ໃນວັນທີ 2 ຕຸລາ, ຢູ່ນະຄອນດຽນບຽນຟູ, ກະຊວງວັດທະນະທຳ,  ກິລາ ແລະ ການທ່ອງທ່ຽວ ສົມທົບກັບຄະນະກຳມະການປະຊາຊົນແຂວງດຽນບຽນ ຮ່ວມກັນຈັດຕັ້ງກອງປະຊຸມສຳມະນາຮ່ວມສຳພັນ, ຮ່ວມມືພັດທະນາການທ່ອງທ່ຽວເຂດຊາຍແດນ ຫວຽດນາມ-ລາວ. 

   

ກອງປະຊຸມສຳມະນາ

ເຂົ້າຮ່ວມກອງປະຊຸມ ມີຜູ້ຕາງໜ້າ 20 ແຂວງ ທີ່ມີຊາຍແດນ ຫວຽດນາມ-ລາວຕິດຈອດກັນ ແລະ ບັນດາວິສາຫະກິດພັດທະນາການທ່ອງທ່ຽວ.

        ຢູ່ທີ່ກອງປະຊຸມສຳມະນາ, ຕາງໜ້າຂອງຫົວໜ້າກົມໃຫຍ່ການທ່ອງທ່ຽວຫວຽດນາມ, ກົມພັດທະນາການທ່ອງທ່ຽວລາວ ແລະ ບັນດາທ້ອງຖີ່ນໄດ້ຮ່ວມປຶກສາຫາລື, ເພື່ອສະເໜີວິທີແກ້ໄຂພັດທະນາການທ່ອງທ່ຽວເຂດຊາຍແດນ ຫວຽດນາມ-ລາວ. ສະນັ້ນ ວຽກງານການພັດທະນາການທ່ອງທ່ຽວເຂດຊາຍແດນ ຫວຽດນາມ-ລາວ ຈິ່ງຕ້ອງການ ມີການສົມທົບກັນພັດທະນາການທ່ອງທ່ຽວ ໃຫ້ສອດຄ່ອງກັບການພັດທະນາເສດຖະກິດຂອງບັນດາທ້ອງຖິ່ນຊາຍແດນ; ຫັນລະບຽບຂັ້ນຕອນບໍລິຫານ, ພາສີໃຫ້ງ່າຍດາຍ, ເພີ່ມທະວີການຮ່ວມມືພັດທະນາຜະລິດຕະພັນການທ່ອງທ່ຽວ, ຫັນປະເພດການທ່ອງທ່ຽວໃຫ້ເປັນຫຼາຍຮູບແບບ.

(ແຫຼ່ງຄັດຈາກ VOV)


top