ຂ່າວສານ

ການ​ຮ່ວມ​ມື​ດ້ານ​ສຶກ​ສາ ລະ​ຫວ່າງ ສອງ​ປະ​ເທດ ຫວຽດ​ນາມ - ລາວ

ປີ 2022 ມີນັກສຶກສາລາວ 2.151 ຄົນຮຽນຢູ່ ຫວຽດນາມ ຈົບກັບເມືອປະເທດ, ສະເພາະເຂດພາກເໜືືອມີ 1.166 ຄົນ, ເຂດພາກກາງມີ 967 ຄົນ ແລະ ພາກໃຕ້ມີ 18 ຄົນ.
  ກອງປະຊຸມສະຫຼຸບວຽກງານບຳລຸງສ້າງ ແລະ ຄຸ້ມຄອງນັກສຶກສາ ລາວ ປີ 2020 – 2021, 2021 – 2022 ແລະ ການກຳນົດທິດແຜນການປີ 2023   

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບຈົດໝາຍ, ອີເມວ 401 ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ບັນດາປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ…ໃນນັ້ນ, ພາກພາສາ ລາວ ມີ 25 ສະບັບ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາ VOV5 ແລະ ລາຍການພາກພາສາລາວ ໃນອາທິດຜ່ານມາ. ເຊີນທ່ານຕິດຕາມຮັບຟັງ.

ທ່ານຜູ້ຟັງ José Moacir Portera de Melo ສົ່ງຈົດໝາຍມາຈາກ ບຣາຊິນ ດ້ວຍເນື້ອໃນທີ່ວ່າ: ພາຍຫຼັງການຮັບຟັງບັນດາລາຍການຂອງສະຖານີວິທະຍຸກະຈາຍສຽງ ຫວຽດນາມ ແຕ່ ປີ 1992 ໄດ້ຊ່ວຍໃຫ້ຂ້າພະເຈົ້າມີຄວາມເຂົ້າໃຈກ່ວາອີກກ່ຽວກັບປະເທດນີ້. ຂ້າພະເຈົ້າໄດ້ຮູ້ຈັກເຖິງຫວຽດນາມ ຜ່ານສື່ມວນຊົນໂລກ ໃນໄລຍະປີເກີດສົງຄາມຢູ່ປະເທດນີ້, ຊຸມປີ 1960 ແລະ 1970. ຫຼັງຈາກນັ້ນ, ຂ້າພະເຈົ້າ ບໍ່ຮູ້ຫຍັງອີກກ່ຽວກັບ ຫວຽດນາມ. ແຕ່ຜ່ານບັນດາລາຍການອອກອາກາດຂອງ VOV, ຂ້າພະເຈົ້າໄດ້ຮູ້ກ່ຽວກັບຫວຽດນາມ ຫຼາຍກ່ວາອີກ. ຂໍຂອບໃຈ VOV.

ຈາກ Santander, ປະເທດແອັດສະປາຍ, ທ່ານ Juan Diez ໃຫ້ຂໍ້ສັງເກດວ່າ: ພິທີຊັກທຸງຂຶ້ນເສົາຄັ້ງທຳອິດຂອງປະເທດ ສ.Dominicana ຢູ່ຮ່າໂນ້ຍ ແມ່ນເຫດການປະຫວັດສາດທີ່ມີຄຸນຄ່າອັນຍິ່ງໃຫຍ່ສຳລັບບັນດາປະເທດອາເມລິກາລາຕິນ. ເຫດການນີ້ກົງກັບໂອກາດສະເຫຼີມສະຫຼອງ 179 ປີແຫ່ງວັນຊາດປະເທດ ສ.Dominicana, ໃນໂອກາດນີ້ ຂ້າພະເຈົ້າຂໍສະແດງຄວາມອວຍພອນຕໍ່ປະຊາຊົນ ແລະ ລັດຖະບານ Dominicana ແລະ ຂໍອວຍພອນໃຫ້ປະເທດ Dominicana ມີການພົວພັນອັນດີງາມກັບ ຫວຽດນາມ. ອວຍພອນໃຫ້ສອງປະເທດຍາມໃດກໍ່ສາມັກຄີກັນເພື່ອສັນຕິພາບ ແລະ ສິດຜົນປະໂຫຍດຂອງປະຊາຊົນ.

ສ່ວນທ່ານຜູ້ຟັງ ໜູເພັດ ປັດຈຸບັນພວມເຮັດວຽກ ຢູ່ນະຄອນຫຼວງ ວຽງຈັນ ໄດ້ສົ່ງ ອີເມວມາຍັງລາຍການດ້ວຍເນື້ອໃນວ່າ: ຕາມຂ້າພະເຈົ້າໄດ້ຮູ້, ການສຶກສາໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາຂົງເຂດບັນລຸໄດ້ຜົນສຳເລັດຫຼາຍທີ່ສຸດໃນການຮ່ວມມືລະຫວ່າງສອງປະເທດ ຫວຽດນາມ ແລະ ລາວ. ພິເສດແມ່ນໃນຊຸມປີມໍ່ໆມານີ້, ຈຳນວນນັກສຶກສາລາວ ມາຮຽນຢູ່ ຫວຽດນາມນັບມື້ນັບເພີ່ມຂຶ້ນ. ຂ້າພະເຈົ້າຢາກຮູ້ລະອຽດກ່ຽວກັບຈຳນວນນັກສຶກສາລາວ ມາຮຽນ ແລະ ຮຽນຈົບຢູ່ ຫວຽດນາມ ກໍ່ຄືຄຸນນະພາບຂອງນັກສຶກສາໃນສົກປີຜ່ານມາ, ຫວັງວ່າບັນດາບັນນາທິການຈະສະໜອງຂໍ້ມູນໃຫ້ແກ່ຂ້າພະເຈົ້າຕື່ມອີກ. ຂໍຂອບໃຈ.

ເພື່ອນ ໜູເພັດ ທີ່ຮັກແພງ! ຕາມຕົວເລກບົດລາຍງານ ຢູ່ກອງປະຊຸມສະຫຼຸບວຽກງານບຳລຸງສ້າງ ແລະ ຄຸ້ມຄອງນັກສຶກສາ ລາວ ປີ 2020 – 2021, 2021 – 2022 ແລະ ການກຳນົດທິດແຜນການປີ 2023 ທີ່ໄດ້ຈັດຂຶ້ນຢູ່ມະຫາວິທະຍາໄລ ວິງ. ປີ 2022 ມີນັກສຶກສາລາວ 2.151 ຄົນຮຽນຢູ່ ຫວຽດນາມ ຈົບກັບເມືອປະເທດ, ສະເພາະເຂດພາກເໜືືອມີ 1.166 ຄົນ, ເຂດພາກກາງມີ 967 ຄົນ ແລະ ພາກໃຕ້ມີ 18 ຄົນ.

ນອກຈາກນັ້ນ ປີ 2022 ມີນັກສຶກສາລາວ 200 ຄົນໄດ້ຮັບທຶນສົ່ງເສີມການສຶກສາຈາກສະມາຄົມສົ່ງເສີມການສຶກສາ ຫວຽດນາມ. ໃນ 2 ປີຜ່ານມາ, ມີນັກສຶກສາລະດັບເກັ່ງ 143 ຄົນ, ນຶກສາສາລະດັບດີ 224 ຄົນ, ເຊິ່ງໄດ້ຮັບໃບຍ້ອງຍໍຈາກສະຖານທູດ ລາວ, ມີນັກສຶກສາລາວ 1 ຄົນຄ້ວາໄດ້ລາງວັນທີໜຶ່ງໃນການສອບເສັງ Olympic ຟີຊິກຊາດທົ່ວປະເທດ ຄັ້ງທີ 14 ປີ 2022 ແລະ ໄດ້ຮັບໃບຍ້ອງຍໍຈາກຄະນະຈັດຕັ້ງການສອບເສັງ.

ປີ 2022 – 2023 ແມ່ນປີທີ 3 ທີ່ປະຕິບັດ ແຜນຮ່າງ “ຍົກສູງຄຸນນະພາບ ແລະ ປະສິດທິຜົນການຮ່ວມມື ຫວຽດນາມ - ລາວ ໃນຂົງເຂດການສຶກສາ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດໄລຍະ 2021 – 2030”, ສະຖານທູດ ສປປ.ລາວ ປະຈຳ ຫວຽດນາມ ໄດ້ກຳນົດສືບຕໍ່ສົມທົບກັບກະຊວງສຶກສາທິການ ແລະ ກິລາ ລາວ, ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ແລະ ບັນດາກະຊວງ, ຄະນະ, ຂະແໜງການທີ່ກ່ຽວຂ້ອງຢ່າງເປັນປະຈຳເພື່ອປະຕິບັດແຜນຮ່າງເປັນຢ່າງດີ, ສົມທົບກັບບັນດາໂຮງຮຽນກວດກາ, ຊຸກຍູ້ສະພາບການຮ່ຳຮຽນ, ດຳລົງຊີວິດຂອງນັກສຶກສາລາວ ແລະ ມີວິທີການແກ້ໄຂບັນດາບັນຫາທີ່ເກີດຂຶ້ນໃໝ່ໂດຍໄວ, ໄປຄຽງຄູ່ກັນນັ້ນ, ກໍ່ສືບຕໍ່ຝືກຝົນຫຼໍ່ຫຼອມໃຫ້ແກ່ນັກສຶກສາລາວມີສະຕິຕໍ່ການປະຕິບັດກົດລະບຽບຢ່າງເຂັ້ມງວດ ແລະ ຕ້ານໄພຫຍໍ້ທໍ້ໃນການຮຽນ ແລະ ການດຳລົງຊີວິດ.

ທ່ານຜູ້ຟັງ Heng Dina, ຊາວກຳປູເຈຍ ຢາກຊອກຮູ້ກ່ຽວກັບຖະໜົນຍ່າງ ຫງວຽນເຫວະ ຢູ່ນະຄອນໂຮ່ຈີມິນ

ເພື່ອນ Heng Dina ທີ່ຮັກແພງ! ຖະໜົນຍ່າງ ຫງວຽນເຫວະມີຄວາມຍາວ 670 ແມັດ, ກວ້າງ 64 ແມັດ ດ້ວຍງົບປະມານກໍ່ສ້າງເກືອບ 430 ຕື້ດົ່ງ ລວມມີສອງສ່ວນ: ອະນຸສາວາລີຮູບປັ້ນປະທານໂຮ່ຈີມິນ ຈາກຖະໜົນເລແທັ້ງໂຕນ (ຕໍ່ໜ້າສຳນັກງານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ) ໄປຮອດຖະໜົນເລເລິຍ ແລະ ສະໜາມຫຼວງ ຫງວຽນເຫວະ ແຕ່ຖະໜົນເລເລິຍ ຮອດຖະໜົນຕົນດຶກທັງ. ແຕ່ດົນນານມາແລ້ວ, ຖະໜົນຫງວຽນເຫວະ ແມ່ນເສັ້ນທາງຫຼັກຂອງໃຈກາງນະຄອນ. ພິເສດເມື່ອບຸນເຕັດວຽນມາ, ສະຖານທີ່ແຫ່ງນີ້ ກໍ່ໄດ້ຈັດຕັ້ງງານວາງສະແດງຖະໜົນດອກໄມ້ເຊິ່ງໄດ້ຮັບຄວາມນິຍົມຊົບຊອບຈາກຊາວນະຄອນ, ແລະ ປັດຈຸບັນຖະໜົນດັ່ງກ່າວໄດ້ກາຍເປັນຖະໜົນຍ່າງທີ່ມີຫຼາຍກິດຈະກຳຮັບໃຊ້ຄວາມຕ້ອງການຮັບຊົມ, ລະຫຼິ້ນຂອງປະຊາຊົນທີ່ສຸດບໍ່ພຽງແຕ່ໃນໂອກາດບຸນເຕັດເທົ່ານັ້ນ ຫາກຍັງໃນຊຸມວັນບຸນໃນປີອີກດ້ວຍ. ແຕ່ດົນນານມາແລ້ວ, ຖະໜົນຍ່າງຫງວຽນເຫວະ ໄດ້ກາຍເປັນສັນຍາລັກການທ່ອງທ່ຽວຂອງນະຄອນໂຮ່ຈີມິນ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ Comment ໃນເວັບໄຊ vovworld.vn ຂອງພວກເຮົາໄດ້.


top