ຂ່າວສານ

ການ​ຮ່ວມ​ມີ​ດ້ານ​ການ​ສຶກ​ສາ​ຫວຽດ​ນາມ-ອີ​ຕາ​ລີ

ຕອນເຊົ້າວັນທີ 6 ມິຖຸນາ, ຢູ່ຮ່າໂນ້ຍ, ຜູ້ຕາງໜ້າລັດຖະບານຫວຽດນາມ ແລະ ອີຕາລີ ໄດ້ເຊັນໂຄງການດຳເນີນງານກ່ຽວກັບການຮ່ວມມືດ້ານການສຶກສາໄລຍະ 2019-2022. ຕາມນັ້ນແລ້ວ, ຫວຽດນາມ ແລະ ອີຕາລີ ຈະຮ່ວມມືພັດທະນາດ້ານພາສາ, ຮ່ວມມືໃນຂົງເຂດການສຶກສາ ແລະ ສະໜອງທຶນສຶກສາ.

ພິທີເຊັນໂຄງການດຳເນີນງານກ່ຽວກັບການຮ່ວມມືດ້ານການສຶກສາຫວຽດນາມ-ອີຕາລີ
 

ສອງຝ່າຍຈະສົ່ງເສີມການພັດທະນາດ້ານພາສາ ແລະ ວັດທະນະທຳຂອງແຕ່ລະປະເທດ. ສອງຝ່າຍກໍ່ຈະພິຈາລະນາຊຸກຍູ້ການສອນທົດລອງພາສາອີຕາລີ ຢູ່ໂຮງຮຽນສາມັນແຫ່ງ 1 ຂອງຫວຽດນາມ ຊື່ງໃນນັ້ນຝ່າຍອີຕາລີ ຈະພິຈາລະນາການສະໜອງບັນດາລາຍການສິດສອນ, ໜູນຊ່ວຍການສ້າງປື້ມຕຳລາການສອນ ແລະ ຄ່າໃຊ້ຈ່າຍຕ່າງໆໃຫ້ແກ່ອາຈານສອນພາສາອີຕາລີ.

   ໃນຂອບເຂດລາຍການຮ່ວມມື, ຝາ່ຍອີຕາລີ ຈະສະໜອງທຶນສຶກສາປະຈຳປີໃຫ້ພົນລະເມືອງຫວຽດນາມ.  ແລະກົງກັນຂ້າມ, ເພື່ອໃຫ້ພົນລະເມືອງຂອງສອງປະເທດໄດ້ຮຽນພາສາຂອງກັນ ແລະ ກັນດ້ວຍຮູບການຮຽນໄລຍະສັ້ນ, ຝຶກອົບຮົມແບບທັງຮຽນທັງເຮັດວຽກ.

(ແຫຼ່ງຄັດຈາກ VOV)


top