ຂ່າວສານ

ການ​ຮ່ວມມື, ພັດ​ທະ​ນາ​ລະ​ບົບ​ປະ​ກັນ​ສຸ​ຂະ​ພາບ​ຢູ່ ຫວຽດ​ນາມ​ໃຫ້​ຍືນ​ຍົງ

ຕອນຄ່ຳວັນທີ 9 ມີນາ, ອົງການປະກັນສັງຄົມ ຫວຽດນາມ ແລະ ສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືໃນຂົງເຂດປະຕິບັດນະໂຍບາຍປະກັນສຸຂະພາບ.

ຕອນຄ່ຳວັນທີ 9 ມີນາ, ອົງການປະກັນສັງຄົມ ຫວຽດນາມ ແລະ ສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືໃນຂົງເຂດປະຕິບັດນະໂຍບາຍປະກັນສຸຂະພາບ.

    

ພິທີລົງນາມ

ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຂອງຄະນະຜູ້ແທນຂັ້ນສູງ ສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC), ຕອນຄ່ຳວັນທີ 9 ມີນາ, ອົງການປະກັນສັງຄົມ ຫວຽດນາມ ແລະ ສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືໃນຂົງເຂດປະຕິບັດນະໂຍບາຍປະກັນສຸຂະພາບ. ບົດບັນທຶກສະບັບດັ່ງກ່າວຈະມີຜົນສັກສິດໃນຮອບເວລາ 5 ປີ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

     ຕາມເນື້ອໃນຂອງບົດບັນທຶກຊ່ວຍຈຳສະບັບດັ່ງກ່າວ, ສອງຝ່າຍໄດ້ສຸມໃສ່ຮ່ວມມືໃນບັນດາຂົງເຂດກ່ຽວກັບການປະຕິບັດການປະກັນສຸຂະພາບຄື: ພັດທະນາການປະກັນສຸຂະພາບທົ່ວປວງຊົນແບບຍືນຍົງ; ສ້າງວິທີການຕີລາຄາຄຸນນະພາບ, ຄ່າໃຊ້ຈ່າຍ, ຄ່າອຸປະກອນການແພດ, ການບໍລິການສາທາລະນະສຸກ; ອຸປະກອນການແພດ ແລະ ຢຸກຢາ ເຂົ້າໃນການຊຳລະປະກັນສຸຂະພາບ; ປະຕິບັດການກວດກາການຊຳລະປະກັນສຸຂະພາບ. ພ້ອມດຽວກັນນັ້ນແມ່ນ ຄົ້ນຫາເນື້ອໃນທີ່ສອງຝ່າຍສາມາດຮ່ວມມືກັນໄດ້ຄື: ໝູນໃຊ້ເຕັກໂນໂລຢີດີຈີຕອນເຂົ້າໃນຂົງເຂດປະກັນສຸຂະພາບ; ການໃຫ້ຄຳປຶກສາກ່ຽວກັບການຊ່ວຍໜູນສັງຄົມ; ລົງທຶນໃສ່ກອງທຶນ ແລະ ເນື້ອໃນອື່ນໆທີ່ມີຄວາມສາມາດບົ່ມຊ້ອນ ເຊິ່ງສອງຝ່າຍສາມາດພັດທະນາໃນອະນາຄົດ.

(ແຫຼ່ງຄັດຈາກ VOV)


top