ຂ່າວສານ

ການ​ຮັບ​ມື​ ແລະ ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຂອງ​ໂລກ​ລະ​ບາດ​ໂຄວິດ - 19 ແມ່ນ​ສອງ​ບຸ​ລິ​ມະ​ສິດ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ໃນ​ອາ​ຍຸ​ການ​ທີ 2

ສະພາຄວາມໝັ້ນຄົງ, ສປຊ ໄດ້ຮັບຮອງເອົາມະຕິເລກທີ 2580 ກ່ຽວກັບເລື່ອງສະເໜີສະພາຄວາມໝັ້ນຄົງ ສປຊ ແຕ່ງຕັ້ງທ່ານ António Guterres ເລຂາທິການໃຫຍ່ ສປຊ ຄົນປັດຈຸບັນ ເປັນເລຂາທິການໃຫຍ່ ສປຊ ອາຍຸການທີ 2 ນັບແຕ່ວັນທີ 01 ກັນຍາ 2022 ຮອດວັນທີ 31 ທັນວາ 2026.
ທ່ານ António Guterres ເລຂາທິການໃຫຍ່ ສປຊ (ພາບ: TTXVN)

ວັນທີ 8 ມິຖຸນາ, ສະພາຄວາມໝັ້ນຄົງ, ສປຊ ໄດ້ຮັບຮອງເອົາມະຕິເລກທີ 2580 ກ່ຽວກັບເລື່ອງສະເໜີສະພາຄວາມໝັ້ນຄົງ ສປຊ ແຕ່ງຕັ້ງທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ຄົນປັດຈຸບັນ ເປັນເລຂາທິການໃຫຍ່ ສປຊ ອາຍຸການທີ 2 ນັບແຕ່ວັນທີ 01 ກັນຍາ 2022 ຮອດວັນທີ 31 ທັນວາ 2026. ກໍທີ່ກອງປະຊຸມ, ສະພາຄວາມໝັ້ນຄົງ ໄດ້ຮັບຮອງເອົາຖະແຫຼງການກ່ຽວກັບມະຕິແຕ່ງຕັ້ງເລຂາທິການໃຫຍ່ ສປຊ ຢ່າງເປັນທາງການ.

        ໃນບົດກ່າວປາໄສຂອງຕົນ, ທ່ານ Antonio Guterres ເນັ້ນໜັກວ່າ ບັນດາບຸລິມະສິດໃນອາຍຸການຕໍ່ໄປລວມມີ ສືບຕໍ່ຮັບມືກັບໂລກລະບາດໂຄວິດ - 19 ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໂລກລະບາດດັ່ງກ່າວ.

        ທ່ານກໍໃຫ້ຮູ້ວ່າ ຈະມານະພະຍາຍາມຊຸກຍູ້ສັນຕິພາບ ແລະ ຄວາມໝັ້ນຄົງ, ໃນນັ້ນ ສຸມໃສ່ການປຸກລະດົມການສະໜັບສະໜູນຕໍ່ບັນດາມາດຕະການດ້ານການເມືອງ ໃຫ້ແກ່ການປະທະກັນຕ່າງໆທີ່ໄດ້ແກ່ຍາວມາຮອດປັດຈຸບັນ; ພ້ອມທັງຊຸກຍູ້ການສ້າງວິໄສທັດໃໝ່ໃຫ້ແກ່ການເຄື່ອນໄຫວສັນຕິພາບ, ເພີ່ມທະວີການເຄື່ອນໄຫວປົກປັກຮັກສາສັນຕິພາບ ແລະ ປົກປ້ອງສາມັນຊົນ. ທ່ານໃຫ້ຄຳໝັ້ນສັນຍາວ່າ, ຈະສືບຕໍ່ຊຸກຍູ້ການປົກປັກຮັກສາສິ່ງແວດລ້ອມ ແລະ ເພີ່ມທະວີບັນດາມາດຕະການແກ້ໄຂການປ່ຽນແປງຂອງດິນຟ້າອາກາດ. 

(ແຫຼ່ງຄັດຈາກ VOV)


top