ຂ່າວສານ

ການ​ຫັນ​ເປັນ​ດີ​ຈີ​ຕອນ​ຢູ່​ບັນ​ດາ​ໝູ່​ບ້ານ​ອາຊີບທີ່ເປັນມູນ​ເຊື້ອ

ການນຳໃຊ້ສື່ສັງຄົມອອນໄລ, ສ້າງເວັບໄຊ, ເຂົ້າຮ່ວມຕະຫຼາດຄ້າຂາຍທາງເອເລັກໂຕນິກ… ໄດ້ເປີດປະຕູ ເພື່ອໃຫ້ໝູ່ບ້ານອາຊີບໂຄສະນາ, ແນະນຳ, ຊອກຫາຕະຫຼາດໃຫ້ແກ່ຜະລິດຕະພັນທີ່ເປັນມູນເຊື້ອ. ທ່າອ່ຽງທີ່ຈຳເປັນນີ້ໂດຍຫຼາຍໝູ່ບ້ານຢູ່ ຫວຽດນາມ ໝູນໃຊ້, ເສີມຂະຫຍາຍຢ່າງມີປະສິດທິຜົນ.
ຢໍ່ ເອືອກເລ

ເອື້ອນ ຫງວຽນທິຮ່າ ແລະ ອ້າຍ ຮວ່າງຊວັນຕວານ ແມ່ນເຈົ້າຂອງຮາກຖານຜະລິດຢໍ່ຢູ່ໝູ່ບ້ານອາຊີບທີ່ເປັນມູນເຊື້ອ ຢໍ່ ເອືອກເລ ຂອງນະຄອນຮ່າໂນ້ຍ ໃຫ້ຮູ້ວ່າ, ແຕ່ລະວັນ, ຮາກຖານໄດ້ປະຕິບັດການ livestream ຂາຍເຄື່ອງເປັນສອງຄັ້ງ. ໃນຊຸມວັນມີເທດສະການ, ມື້ທີ່ໄດ້ຂາຍດີ, ຮາກຖານຢໍ່ຂອງຄອບຄົວເອື້ອຍ ຮ່າ ໄດ້ມີໃບສັ່ງຊື້ເກືອບ 300 ໃບ ເຊິ່ງສົ່ງໄປຍັງຫຼາຍສະຖານທີ່ໃນນະຄອນ. ໄປຄຽງຄູ່ກັບການເພີ່ມທະວີການຂາຍເຄື່ອງແບບທາງໄກ, ອ້າຍເອື້ອຍຍັງສ້າງເຄື່ອງໝາຍການຄ້າສະເພາະໃຫ້ແກ່ຜະລິດຕະພັນໝູ່ບ້ານອາຊີບ. ເອື້ອຍ ຫງວຽນທິຮ່າ ແລະ ອ້າຍ ຮວ່າງຊວັນຕວ່ານ ແບ່ງປັນວ່າ:

ບໍ່ພຽງແຕ່ livestream ເທົ່ານັ້ນ, ພວກນ້ອງຍັງນຳໃຊ້ບັນດາຮູບແບບອື່ນໆຄື: ການຄ້າເອເລັກໂຕນິກ, ເພື່ອໂຄສະນາກ່ຽວກັບຜະລິດຕະພັນຕື່ມອີກ.

ແຕ່ລະຄັ້ງທີ່ livestream, ພວກຂ້າພະເຈົ້າສາມາດຂາຍເຄື່ອງໄດ້ນັບໂຕນ. ແຕ່ລະວັນ ພວກຂ້າພະເຈົ້າສາມາດສະໜອງສິນຄ້າໄດ້ແຕ່ 8 – 10 ໂຕນ.

ກໍ່ຄ້າຍຄືກັນ, ໂດຍເປັນໝູ່ບ້ານອາຊີບທີ່ສ່ວນຫຼາຍແມ່ນຜະລິດສິນຄ້າໃຫ້ແກ່ບັນດາພໍ່ຄ້າຊາວຂາຍ, ພຽງແຕ່ເຮັດວຽກຕາມລະດູການ, ແຕ່ຊຸມປີມໍ່ໆມານີ້, ໝູ່ບ້ານສາດຜື ຢູ່ຕາແສງ ອານຫວູ, ເມືອງ ກວິ່ງຝູ, ແຂວງ ທ້າຍບິ່ງ ໄດ້ເປັນເຈົ້າການນຳຜະລິດຕະພັນລົງບັນດາແອັບ (APP) ການຄ້າເອເລັກໂຕນິກ ຄື Shopee, TikTok, Tiki, Lazada. ລາຍຮັບໃນການຂາຍຜະລິດຕະພັນໃນປັດຈຸບັນໄດ້ລື່ນກາຍເວລາທີ່ມີແຕ່ຜະລິດ ຫຼືຂາຍແບບດັ້ງເດີມ. ປັດຈຸບັນ, ລູກຄ້າຂອງໝູ່ບ້ານສາດຜື ອານຫວູ ບໍ່ພຽງແຕ່ແມ່ນປະຊາຊົນໃນແຂວງ ທ້າຍບິ່ງເທົ່ານັ້ນ ຫາກຍັງແມ່ນໃນທົ່ວປະເທດອີກດ້ວຍ. ການເສີມຂະຫຍາຍບັນດາທ່າໄດ້ປຽບຢູ່ບັນດາແອັບການຄ້າເອເລັກໂຕນິກ, ສື່ສັງຄົມໃຫ້ໄດ້ຫຼາຍທີ່ສຸດ ໄດ້ຊ່ວຍໝູ່ບ້ານສາດຜື ອານຫວູ ພັດທະນາແບບຍືນຍົງ, ປະຊາຊົນໃນໝູ່ບ້ານມີວຽກເຮັດງານທຳຕະຫຼອດປີ, ເປັນເຈົ້າການວາງແຜນການຜະລິດ ໂດຍແມ່ນສິ່ງທີ່ໃນເມື່ອກ່ອນເຂົາເຈົ້າບໍ່ກ້າຄິດເຖິງເລີຍ. ທ່ານ ຫງວຽນວັນຕວັນ, ຜູ້ອຳນວຍການຝ່າຍ Marketing ບໍລິສັດ ສາດຜື ເທິນວຸຍ ຈຳກັດ, ແບ່ງປັນກ່ຽວກັບວິວັດການນຳຜະລິດຕະພັນ ສາດຜື ອານຫວູ, ທ້າຍບິ່ງ ລົງສື່ສັງຄົມອອນໄລ, ແອັບການຄ້າເອເລັກໂຕນິກວ່າ:

ໝູ່ບ້ານມີບັນດາຜະລິດຕະພັນງາມຕາ, ໂດຍນັກສິລະປະການເຮັດຢ່າງລະອຽດລະອໍ ແຕ່ບໍ່ສາມາດຂາຍໂດຍກົງໃຫ້ແກ່ຜູ້ບໍລິໂພກ. ພໍ່ຄ້າແມ່ຄ້າ ພັດກົດລາຄາຕ່ຳ, ຫຼັງຈາກນັ້ນ ເອົາໄປຂາຍກໍ່ໄດ້ລາຄາທົບສາມເທົ່າ, ເຮັດໃຫ້ທັງຜູ້ຜະລິດສາດ ກັບລູກຄ້າ ເສຍປຽບ. ການນຳຜະລິດຕະພັນໝູ່ບ້ານອາຊີບລົງສື່ສັງຄົມອອນໄລ, ຍ້ອນການເຊື່ອມຕໍ່ກັບຜູ້ຊື້ຢ່າງໂດຍກົງ, ຂ້າພະເຈົ້າສາມາດຂາຍສາດໄດ້ເຖິງ 30.000 ຜືນ ລື່ນກາຍກະໂດດຂັ້ນເມື່ອທຽບໃສ່ເມື່ອກ່ອນ.

ຕາມການສະຖິຕິຂອງສະມາຄົມໝູ່ບ້ານອາຊີບ ຫວຽດນາມ, ປັດຈຸບັນໃນທົ່ວປະເທດມີໝູ່ບ້ານອາຊີບກ່ວາ 5.400 ແຫ່ງ. ຮ່າໂນ້ຍ ມີຈຳນວນໝູ່ບ້ານອາຊີບ, ນັກສິລະປະການຫຼາຍທີ່ສຸດ ດ້ວຍໝູ່ບ້ານກ່ວາ 1.350 ແຫ່ງ, ໃນນັ້ນມີໝູ່ບ້ານອາຊີບທີ່ເປັນມູນເຊື້ອ 308 ແຫ່ງ. ໃນທ່າອ່ຽງເຊື່ອມໂຍງເຂົ້າກັບສາກົນ, ການຄ້າເອເລັກໂຕນິກແມ່ນຊ່ອງທາງໂຄສະນາທີ່ມີປະສິດທິຜົນທີ່ສຸດ, ນຳບັນດາຜະລິດຕະພັນໝູ່ບ້ານທີ່ເປັນມູນເຊື້ອຂອງ ຫວຽດນາມ ອອກສູ່ຕະຫຼາດ. ທ່ານນາງ ຫງວຽນທິເຮືອງ, ຮອງປະທານສະມາຄົມໝູ່ບ້ານອາຊີບ ຫວຽດນາມ ໃຫ້ຮູ້ວ່າ:

ສຳລັບວິວັດການຫັນເປັນດີຈີຕອນໃນຂົງເຂດຂາຍເຄື່ອງ, ປັດຈຸບັນມີຫຼາຍພື້ນຖານ, ແອັບເພື່ອຂາຍເຄື່ອງຄື: Alibaba, Amazon, Shopee… ຊ່ວຍໃຫ້ຜູ້ບໍລິໂພກອາດສາມາດເຂົ້າເຖິງບັນດາຜະລິດຕະພັນຂອງບັນດາໝູ່ບ້ານອາຊີບ. ນອກຈາກນັ້ນ, ຢູ່ ຫວຽດນາມ ປັດຈຸບັນກໍ່ມີແອັບທີ່ມີຊື່ວ່າ ເຈີເກວ (ຕະຫຼາດບ້ານໆ) ເຄີຍນຳໃຊ້ໃຫ້ສຳລັບເຂດໝູ່ບ້ານອາຊີບ. ພວກຂ້າພະເຈົ້າປາດຖະໜາຢາກໃຫ້ບັນດາບໍລິສັດເຕັກໂນໂລຢີ ອາດສາມາດເຊື່ອມຕໍ່ກັບສະມາຄົມເພື່ອຊ່ວຍໃຫ້ບັນດາໝູ່ບ້ານອາຊີບເລືອກໃຊ້ບັນດາແອັບເຕັກໂນໂລຢີທີ່ເໝາະສົມ.

ສຳລັບລູກຄ້າ, ການພັດທະນາຂອງເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ, ບັນດາພື້ນຖານດີຈີຕອນ ໄດ້ ແລະ ພວມຊ່ວຍໃຫ້ລູກຄ້າໄດ້ເຂົ້າເຖິງຫຼາຍແອັບຊື້ເຄື່ອງທາງໄກ ໃນຂະນະທີ່ສາມາດເລືອກເອົາຜະລິດຕະພັນ ກໍ່ຄືຍົກສູງການລົງພຶດຕິກຳຕົວຈິງຜ່ານບັນດາການບໍລິການບຸລິມະສິດພິເສດ, ການບໍລິການລູກຄ້າຫຼັງການຂາຍ…ທ່ານ ຫງວຽນເລິມແທັງ, ຜູ້ອຳນວຍການຝ່າຍນະໂຍບາຍ TikTok ຫວຽດນາມ ໃຫ້ຮູ້ວ່າ:

ບັນດາຜະລິດຕະພັນ, ສິນພິເສດຂອງບັນດາທ້ອງຖິ່ນຍັງບໍ່ມີແຫຼ່ງກຳລັງຢ່າງພຽງພໍ. ເພາະສະນັ້ນ, ນັບແຕ່ເວລາກ້າວເຂົ້າສູ່ຕະຫຼາດ, tiktok ໄດ້ຜັນຂະຫຍາຍບັນດາຍຸດທະສາດ, ລາຍການເພື່ອໜູນຊ່ວຍເຂດຊົນນະບົດພັດທະນາ. ພວກຂ້າພະເຈົ້າໄດ້ບຳລຸງສ້າງລົງເລິກ ໃຫ້ແກ່ກຳລັງແຮງງານ, ນັບແຕ່ບັນດາເຈົ້າຂອງທຳການຜະລິດຕະຫຼອດຮອດຜູ້ຂາຍເຄື່ອງ, ຜູ້ຜະລິດເນື້ອໃນ. ເຮັດແນວໃດເພື່ອໃຫ້ພວກເຮົາອາດສາມາດໝູນໃຊ້ບັນດາແອັບການຄ້າເອເລັກໂຕນິກ ກໍ່ຄືພື້ນຖານດີຈີຕອນອື່ນໆ, ຊ່ວຍໃຫ້ບັນດາຜະລິດຕະພັນການບໍລິການ ແລະ ວັດທະນະທຳທ້ອງຖິ່ນແຜ່ຂະຫຍາຍອອກໄປກວ້າງ.

ບັນດາແອັບການຄ້າເອເລັກໂຕນິກ, ສື່ສັງຄົມບໍ່ພຽງແຕ່ຊ່ວຍອະນຸລັກຮັກສາບັນດາຄຸນຄ່າຂອງໝູ່ບ້ານອາຊີບ ຫວຽດນາມ ເທົ່ານັ້ນ ຫາກຍັງຊ່ວຍພັດທະນາອີກດ້ວຍ. ປັດຈຸບັນ, ປະຊາຊົນໝູ່ບ້ານອາຊີບກໍ່ໝັ້ນໃຈໂຄສະນາ, ດຳລົງຊີວິດດ້ວຍອາຊີບທີ່ນຳໃຊ້ໃນສະພາບແວດລ້ອມອິນເຕີເນັດ.


top