ຂ່າວສານ

ການ​ສົ່ງ​ອອກ​ສິນ​ໃນ​ນ້ຳ​ຫວຽດ​ນາມ​ສູ້​ຊົນ​ບັນ​ລຸ 8,9 ຕື້ USD

ປັດຈຸບັນ, ກຸ້ງແມ່ນປະເພດສິນຄ້າ ພວມມີບັນດາເງື່ອນໄຂສະດວກຂະນະທີ່ໄດ້ເພີ່ມທັງດ້ານສະມັດຕະພາບ ແລະ ລາຄາ.   ຕາມສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳຫວຽດນາມ (VASEP) ແລ້ວ, 5 ຕະຫຼາດຕົ້ນຕໍທີ່ນຳເຂົ້າກຸ້ງຈາກຫວຽດນາມແມ່ນ ອາເມລິກາ, ຍີ່ປຸ່ນ, ຈີນ, EU ແລະ ສ.ເກົາຫຼີ.

ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຟຸ່ງດຶກຕຽນກ່າວຄຳເຫັນທີ່ກອງປະຊຸມ

ຮອດທ້າຍເດືອນສິງຫາປີ 2020, ການສົ່ງອອກສິນໃນນ້ຳຂອງຫວຽດນາມ ບັນລຸໄດ້ 5,4 ຕື້ USD, ສູ້ຊົນໝົດປີບັນລຸໄດ້ 8,9 ຕື້ USD. ນີ້ແມ່ນຄຳຢັ້ງຢືນຂອງທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຟຸ່ງດຶກຕຽນ ຢູ່ກອງປະຊຸມຮັບປະກັນຄຸນນະພາບສຸຂະອະນາໄມດ້ານສະບຽງອາຫານ, ຄວາມປອດໄພໃນໄລຍະເກີດໂລກລະບາດ ເພື່ອຊຸກຍູ້ການຜະລິດ, ຈຳໜ່າຍສິນໃນນ້ຳໂດຍກະຊວງກະສິກຳ ແລະ ພັດທະນາຊົນນະບົດຈັດຕັ້ງຂຶ້ນໃນວັນທີ 19 ກັນຍາ ຢູ່ເກິ່ນເທີ.

ປັດຈຸບັນ, ກຸ້ງແມ່ນປະເພດສິນຄ້າ ພວມມີບັນດາເງື່ອນໄຂສະດວກຂະນະທີ່ໄດ້ເພີ່ມທັງດ້ານສະມັດຕະພາບ ແລະ ລາຄາ.   ຕາມສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳຫວຽດນາມ (VASEP) ແລ້ວ, 5 ຕະຫຼາດຕົ້ນຕໍທີ່ນຳເຂົ້າກຸ້ງຈາກຫວຽດນາມແມ່ນ ອາເມລິກາ, ຍີ່ປຸ່ນ, ຈີນ, EU ແລະ ສ.ເກົາຫຼີ.

(ແຫຼ່ງຄັດຈາກ VOV)


top