ຂ່າວສານ

ການ​ສົ່ງ​ອອກ​ສິນ​ໃນ​ນ້ຳ​ຂອງ ຫວຽດ​ນາມ ມີ​ການ​ເຕີມ​ໂຕ​ຢ່າງ​ແຮງ

ດ້ວຍສັນຍານທີ່ຕັ້ງໜ້ານີ້, ສະຫະພັນປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳ ຫວຽດນາມ ຄາດວ່າ ເປັນຄັ້ງທຳອິດ, ການສົ່ງອອກສິນໃນນ້ຳ ຈະຂຶ້ນເຖິງ 10 ຕື້ USD ໃນປີນີ້.
  ພາບປະກອບ: vasep  

 ຕາມຕົວເລກຫຼ້າສຸດຂອງສະຫະພັນການປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳ ຫວຽດນາມ, 6 ເດືອນຕົ້ນປີ 2022, ການສົ່ງອອກສິນໃນນ້ຳຂອງ ຫວຽດນາມ ບັນລຸ 5,8 ຕື້ USD, ເພີ່ມຂຶ້ນເກືອບ 41% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ນີ້ແມ່ນລະດັບການເຕີບໂຕບັນລຸລະດັບສະຖິຕິຂອງຂະແໜງສິນໃນນ້ຳ. ໃນນັ້ນ, ຜະລິດຕະພັນ 2 ປະເພດແມ່ນ ກຸ້ງ ແລະ ປາຈາ ໄດ້ຮັບການຊົມໃຊ້ຫຼາຍທີ່ສຸດ. ການສົ່ງອອກມີສັນຍານທີ່ຕັ້ງໜ້າ ດັ່ງນັ້ນມີວິສາຫະກິດສິນໃນນ້ຳຫຼາຍແຫ່ງພວມມີຄວາມປະເອີບໃຈຕໍ່ການຕະຫຼາດ.

ດ້ວຍສັນຍານທີ່ຕັ້ງໜ້ານີ້, ສະຫະພັນປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳ ຫວຽດນາມ ຄາດວ່າ ເປັນຄັ້ງທຳອິດ, ການສົ່ງອອກສິນໃນນ້ຳ ຈະຂຶ້ນເຖິງ 10 ຕື້ USD ໃນປີນີ້. ໃນຂະນະນັ້ນ, ຄາດວ່າການສົ່ງອອກກຸ້ງໃນປີນີ້ ສາມາດລື່ນກາຍລະດັບ 4 ຕື້ USD. ໂດຍສະເພາະການສົ່ງອອກປ່າຈາ ກໍ່ຮັບຮູ້ການເຕີບໂຕບັນລຸລະດັບສະຖິຕິ, ບັນລຸ 1,4 ຕື້ USD ໃນ 6 ເດືອນຕົ້ນປີ.


top