ຂ່າວສານ

ການ​ສົ່ງ​ອອກ​ຂອງ​ຂະ​ແໜງ​ຕ່ຳແຜ່ນ​ຕັດ​ຫຍິບ ວາງ​ຄາດ​ໝາຍ ​ບັນ​ລຸ​ມູນ​ຄ່າ 48 ຕື້ USD ໃນ​ປີ 2023

ດ້ວຍການຄາດຄະເນຄວາມຕ້ອງການທັງໝົດຂອງເຄື່ອງຕ່ຳແຜ່ນຕັດຫຍິບທົ່ວໂລກທຈະຟື້ນຟູໃນໄລຍະ 6 ເດືອນທ້າຍປີ 2023, ຂະແໜງເຄື່ອງຕໍ່າແຜ່ນຕັດຫຍິບ ຫວຽດນາມ ວາງຄາດໝາຍບັນລຸວົງເງິນສົ່ງອອກທັງປີ 48 ຕື້ USD, ເພີ່ມຂຶ້ນປະມານ 10% ເມື່ອທຽບໃສ່ ປີ 2022.
  (ພາບປະກອບ: congthuong.vn)  

ທ່ານ ເລຕຽນເຈື່ອງ, ປະທານສະພາບໍລິຫານ ກຸ່ມບໍລິສັດ ເຄື່ອງຕ່ຳແຜ່ນຕັດຫຍິບ ຫວຽດນາມ ໃຫ້ຮູ້ວ່າ:

“ປີ 2023 ສ່ວນໃຫຍ່ຈະອີງໃສ່ສັນຍານເສດຖະກິດໂລກໃນໄຕມາດ 1. ເຖິງຢ່າງໃດກໍຕາມ, ປັດຈຸບັນ ຄວາມຕ້ອງການຕ່ຳ ແມ່ນຖືກຜົນກະທົບຈາກປັດໄຈບໍລິໂພກຫຼາຍທີ່ສຸດ. ດັ່ງນັ້ນ, ພວກຂ້າພະເຈົ້າຫວັງຢ່າງຍິງວ່າ ເສດຖະກິດຈະກັບມາຟື້ນຟູໂດຍໄວ ເພາະວ່ານີ້ແມ່ນບັນຫາທາງຈິດໃຈ”.

ປັດໄຈສຳຄັນອີກອັນໜຶ່ງ ທີ່ເປັນພື້ນຖານໃຫ້ຂະແໜງເຄື່ອງຕ່ຳແຜ່ນຕັດຫຍິບເຕີບໂຕ ນັ້ນແມ່ນກຳລັງຄວາມສາມາດເປັນເຈົ້າການສະໜອງວັດຖຸດິບຢູ່ພາຍໃນປະເທດ.ປັດຈຸບັນ, ຂະແໜງດັ່ງກ່າວ ໄດ້ເປັນເຈົ້າການສະໜອງວັດຖຸດິບປະມານ 50%.

ຫວ່າງມໍ່ໆມານີ້, ນາຍົກລັດຖະມົນຕີໄດ້ອະນຸມັດຜ່ານ “ແຜນຍຸດທະສາດພັດທະນາຂະແໜງເຄື່ອງຕ່ຳແຜ່ນຕັດຫຍິບ ແລະ ເກີບໜັງ ຫວຽດນາມ ຮອດປີ 2030, ວິໄສທັດຮອດປີ 2035”. ເປົ້າໝາຍລວມແມ່ນພັດທະນາຂະແໜງເຄື່ອງ ເຄື່ອງຕ່ຳແຜ່ນຕັດຫຍິບ ແລະ ເກີບໜັງ ໃຫ້ເປັນຂະແໜງຫຼັກແຫຼ່ງກ່ຽວກັບການສົ່ງອອກຂອງພື້ນຖານເສດຖະກິດ. ນີ້ຈະເປັນກຳລັງໜູນ ເພື່ອໃຫ້ຂະແໜງ ເຄື່ອງຕ່ຳແຜ່ນຕັດຫຍິບ ຍູ້ແຮງການຜະລິດຜະລິດຕະພັນທີ່ມີຄຸນນະພາບ, ມີກຳລັງຄວາມສາມາດແກ້ງແຍ້ງສູງ; ຮັກສາທີ່ຕັ້ງໃນກຸ່ມບັນດາປະເທດຜະລິດ ແລະ ສົ່ງອອກຜະລິດຕະພັນເຄື່ອງຕ່ຳແຜ່ນຕັດຫຍິບ ແລະ ເກີບໜັງ ແຖວໜ້າໂລກ.

 


top