ຂ່າວສານ

ການ​ວາງ​ແຜນຜັງ​ຕົວ​ເມືອງ​ຕ້ອງ​ຖື​ມະ​ນຸດ ແລະ ຄຸນ​ນະ​ພາບ​ຊີ​ວິດ​ເປັນ​ໃຈ​ກາງ

ທ່ານ ຫວໍ້ວັນເຖືອງ, ຜູ້ປະຈຳການຄະນະເລຂາ ໄດ້ເນັ້ນໜັກເຖິງການປ່ຽນແປງໃໝ່ຈິນຕະນາການທິດສະດີ ແລະ ວິທີການວາງແຜນກຳນົດຕົວເມືອງ, ຮັບປະກັນການວາງແຜນຜັງຕົວເມືອງ ຕ້ອງມີວິໄສທັດໄລຍະຍາວ, ຄົບຊຸດ ແລະ ທັນສະໄໝ, ຖືມະນຸດ ແລະ ຄຸນນະພາບຊີວິດເປັນໃຈກາງ.

ທ່ານ ຫວໍ້ວັນເຖືອງ, ຜູ້ປະຈຳການຄະນະເລຂາ ໄດ້ເນັ້ນໜັກເຖິງການປ່ຽນແປງໃໝ່ຈິນຕະນາການທິດສະດີ ແລະ ວິທີການວາງແຜນກຳນົດຕົວເມືອງ, ຮັບປະກັນການວາງແຜນຜັງຕົວເມືອງ ຕ້ອງມີວິໄສທັດໄລຍະຍາວ, ຄົບຊຸດ ແລະ ທັນສະໄໝ, ຖືມະນຸດ ແລະ ຄຸນນະພາບຊີວິດເປັນໃຈກາງ.

    

ຕອນເຊົ້າວັນທີ 18 ພຶດສະພາ, ຄະນະເລຂາສູນກາງພັກກອມມູນິດຫວຽດນາມ ໄດ້ຈັດກອງປະຊຸມທົ່ວປະເທດ ຊາບຊຶມ ແລະ ຜັນຂະຫຍາຍການປະຕິບັດມະຕິເລກທີ 06 ຂອງກົມການເມືອງ ກ່ຽວກັບການວາງແຜນຜັງ, ກໍ່ສ້າງ, ຄຸ້ມຄອງ ແລະ ພັດທະນາຕົວເມືອງຫວຽດນາມ ແບບຍືນຍົງຮອດປີ 2030, ວິໄສທັດຮອດປີ 2045.

   ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫວໍ້ວັນເຖືອງ, ຜູ້ປະຈຳການຄະນະເລຂາ ໄດ້ເນັ້ນໜັກເຖິງການປ່ຽນແປງໃໝ່ຈິນຕະນາການທິດສະດີ ແລະ ວິທີການວາງແຜນກຳນົດຕົວເມືອງ, ຮັບປະກັນການວາງແຜນຜັງຕົວເມືອງ ຕ້ອງມີວິໄສທັດໄລຍະຍາວ, ຄົບຊຸດ ແລະ ທັນສະໄໝ, ຖືມະນຸດ ແລະ ຄຸນນະພາບຊີວິດເປັນໃຈກາງ, ວັດທະນະທຳ ແລະ ຄວາມສີວິໄລຕົວເມືອງເປັນພື້ນຖານພັດທະນາ:

   ໃນໄລຍະສັ້ນ ຫວຽດນາມ ສາມາດກໍ່ສ້າງນະຄອນແຫ່ງໜຶ່ງທີ່ມີພື້ນຖານດ້ານວັດຖຸທີ່ທັນສະໄໝທີ່ສຸດ ແຕ່ເພື່ອຫັນປ່ຽນຈິນຕະນາການຮັບຮູ້ຂອງຜູ້ທີ່ເຄີຍດຳລົງຊີວິດຢູ່ເຂດຊົນນະບົດ ສອດຄ່ອງກັບການດຳລົງຊີວິດຢູ່ຕົວເມືອງ ແມ່ນຕ້ອງມີເວລາຍາວນານ. ສະນັ້ນ ຕ້ອງສົມທົບສັງລວມຫຼາຍມາດຕະການ. ຄວນສຸມໃສ່ໜ້າທີ່ສຳຄັນ ນັ້ນແມ່ນສ້າງລະບົບກົດໝາຍໃຫ້ສົມບູນແບບ ແລະ ປະກາດໃຊ້ບັນດາກົນໄກ, ນະໂຍບາຍທີ່ມີລັກສະນະກະໂດດຂັ້ນ ໃຫ້ແກ່ການພັດທະນາຕົວເມືອງແບບຍືນຍົງ, ຊຸກຍູ້ເສດຖະກິດເຂດຕົວເມືອງມີການຈະເລີນເຕີບໂຕໄວ ແລະ ມີປະສິດທິຜົນ.

(ແຫຼ່ງຄັດຈາກ VOV)


top