ຂ່າວສານ

ການ​ຢ້ຽມ​ຢາມ​ ສິງ​ກະ​ໂປ ຂອງ​ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ສະ​ແດງ​ໃຫ້​ເຫັນ​ຄວາມ​ສຳ​ຄັນ​ຂອງ​ການ​ພົວ​ພັນ​ສອງ​ຝ່າຍ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ ຫວຽດ​ນາມ ແລະ ສິງ​ກະ​ໂປ

ໂດຍດຳເນີນໃນສະພາບການໂລກລະບາດໂຄວິດ - 19 ຍັງມີການຜັນແປຢ່າງສັບສົນ, ການຢ້າມຢາມທາງລັດຖະກິດ ສິງກະໂປ ແຕ່ວັນທີ 24 – 26 ກຸມພາຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ສະແດງໃຫ້ເຫັນຄວາມສຳຄັນຂອງການພົວພັນສອງຝ່າຍໃນນະໂຍບາຍການຕ່າງປະເທດຂອງສອງປະເທດ.

ໂດຍດຳເນີນໃນສະພາບການໂລກລະບາດໂຄວິດ - 19 ຍັງມີການຜັນແປຢ່າງສັບສົນ, ການຢ້າມຢາມທາງລັດຖະກິດ ສິງກະໂປ ແຕ່ວັນທີ 24 – 26 ກຸມພາຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ສະແດງໃຫ້ເຫັນຄວາມສຳຄັນຂອງການພົວພັນສອງຝ່າຍໃນນະໂຍບາຍການຕ່າງປະເທດຂອງສອງປະເທດ. 

ນີ້ແມ່ນຂໍ້ສັງເກດຂອງທ່ານປະລິນຍາເອກ ເລຮົ່ງຮຽບ, ນັກຊ່ຽວຊານສັງກັດສະຖາບັນ ISEAS – Yusof Ishak, ເມື່ອແລກປ່ຽນກັບນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ສິງກະໂປ ກ່ຽວກັບຄວາມສຳຄັນຂອງການຢ້ຽມຢາມ, ການພັດທະນາຂອງການພົວພັນສອງຝ່າຍ ແລະ ບຸລິມະສິດຂອງ ສິງກະໂປ ໃນສາຍພົວພັນກັບ ຫວຽດນາມ.

    

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ (ພາບ: VOV) 

ທ່ານປະລິນຍາເອກ ເລຮົ່ງຮຽບ ຫວັງວ່າ ຈະບັນລຸໄດ້ຂໍ້ຕົກລົງ ຫຼື ຖະແຫຼງການໃນການຢ້ຽມຢາມຄັ້ງນີ້ຂອງທ່ານປະທານປະເທດ ຫງວຽນຊວັນຟຸກ ເປັນຕົ້ນແມ່ນກົນໄກໄປມາ ອີງໃສ່ປາດສະປໍສຸຂະພາບຂອງພົນລະເມືອງສອງປະເທດໃນໄລຍະຈະມາເຖິງ. ສິ່ງດັ່ງກ່າວຈະຊ່ວຍໃຫ້ສອງປະເທດຟື້ນຟູເສດຖະກິດໃນໄລຍະຫຼັງໂລກລະບາດໂຄວິດ - 19 ໄດ້ໄວກວ່າ, ແຮງກວ່າ ແລະ ພິເສດແມ່ນໃນບັນດາຂົງເຂດລົງທຶນ, ການທ່ອງທ່ຽວ ແລະ ການສຶກສາ.

     ນອກຈາກນັ້ນ, ທ່ານປະລິນຍາເອກ ເລຮົ່ງຮຽບ ກໍສະແດງຄວາມຫວັງວ່າ ສອງຝ່າຍອາດຈະບັນລຸໄດ້ຂໍ້ຕົກລົງສະບັບອື່ນໆ ແນໃສ່ພັດທະນາການພົວພັນສອງຝ່າຍໃຫ້ແທດຈິງກວ່າອີກ ເປັນຕົ້ນແມ່ນໃນຂົງເຂດເສດຖະກິດດີຈີຕອນ, ຄວາມປອດໄພທາງເຄືອຂ່າຍອິນເຕີເນັດ. ເຊິ່ງລ້ວນແຕ່ແມ່ນຂົງເຂດທີ່ມີຄວາມສຳຄັນຕໍ່ຜົນປະໂຫຍດແຫ່ງຊາດຂອງສອງປະເທດໃນໄລຍະປັດຈຸບັນກໍຄືໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)


top