ຂ່າວສານ

ການ​ພ​ົບ​ປະເຈ​ລະ​ຈາໂດຍ​ກົງ​ລະ​ຫວ່າງລັດ​ຖະ​ມົນ​ຕີກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ-ຈີນ

ທ່ານລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ Lloyd Austin ໄດ້ ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ຊ່ອງແຄບທະເລໄຕ້ຫວັນ .
  ລັດ​ຖະ​ມົນ​ຕີກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ-ຈີນໃນການ​ພ​ົບ​ປະເຈ​ລະ​ຈາໂດຍ​ກົງ​   

ວັນທີ 10 ມິຖຸນາ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ Lloyd Austin ແລະຄູ່ຮ່ວມຕຳແໜ່ງຈີນ ທ່ານ ໄກວເຟິງເຄືຍ ໄດ້ພົບປະເຈລະຈາໂດຍກົງຢູ່ສິງກະໂປ ຢູ່ນອກການເຈລະຈາ Shangri-La 2022 ຈັດຂຶ້ນຢູ່ປະເທດສິງກະໂປ ແຕ່ວັນທີ 10-12 ມິຖຸນາ.

ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຈີນ ໄກວເຟິງເຄືຍ ໄດ້ຢ້ຳຄືນຫຼັກໝັ້ນຢືດໝັ້ນຂອງປັກກິງ ທີ່ມີຕໍ່ໄຕ້ຫວັນວ່າ ເກາະແຫ່ງນີ້ ແມ່ນສ່ວນໜຶ່ງຂອງຈີນ.

ສ່ວນທ່ານລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ Lloyd Austin ໄດ້ ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ຊ່ອງແຄບທະເລໄຕ້ຫວັນ ແລະ ຮຽກຮ້ອງໃຫ້ຈີນ “ຈົ່ງລະງັບໃຈ, ຫລີກລ້ຽງບັນດາການກະທຳກໍ່ຄວາມຂາດສະຖຽນລະພາບກ່ວາອີກ”.


top