ຂ່າວສານ

ການ​ພົວ​ພັນ​ສາ​ມັກ​ຄີ​ພິ​ເສດ ສັດ​ຊື່ ສະ​ໜິດ​ຕິດ​ພັນ ຫວຽດ​ນາມ-ກຸຍ​ບາ ໄດ້​ຮັບ​ການ​ປັບ​ປຸ​ງຢ່າ​ງບໍ່​ຢຸດຢັ້ງ

ທ່ານປະທານສະພາແຫ່ງຊາດ ເນັ້ນໜັກວ່າ, ໂດຍຜ່ານໄລຍະທາງພູມສາດອັນຍາວໄກ ແລະ ທຸກຄວາມຫຍຸ້ງຍາກ, ສິ່ງງທ້າທາຍນາໆປະການ, ໃນກ່ວາ 6 ທົດສະວັດຜ່ານມາ, ການພົວພັນ ຫວຽດນາມ-ກຸຍບາ ນັບມື້ນັບເຂົ້າສູ່ລວງເລິກ ແລະ ພັດທະນາໃນທຸກຂົງເຂດ.
ປະທານສະພາແຫ່ງຊາດຫວຽດນາມ ເວືອງດິງເຫວະ ກ່າວປາໄສທີ່ການພົບປະ.

ຕອນບ່າຍວັນທີ 21 ເມສາ (ຕາມເວລາທ້ອງຖິ່ນ) ທີ່ນະຄອນຫຼວງລາຮາວານ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິງເຫວະ ໄດ້ພົບປະກັບການນຳສະຖາບັນ ກຸຍບາ ມິດຕະພາບກັບບັນດາຊົນເຜົ່າ (ICAP) ແລະ ສະມາຄົມມິດຕະພາບ ກຸຍບາ-ຫວຽດນາມ, ບັນດາໂຮງຮຽນໃສ່ຊື່ ຫວຽດນາມ ແລະ ຜູ້ຕາງໜ້າບ້ານ ເບັນແຈ. ນະທີ່ນີ້, ທ່ານ ເວືອງດິງເຫວະ ໄດ້ຢືນຢັນວ່າ ການພົວພັນສາມັກຄີພິເສດ ສັດຊື່ ສະໜິດຕິດພັນ ຫວຽດນາມ-ກຸຍບາ ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ. ທ່ານປະທານສະພາແຫ່ງຊາດ ເນັ້ນໜັກວ່າ, ໂດຍຜ່ານໄລຍະທາງພູມສາດອັນຍາວໄກ ແລະ ທຸກຄວາມຫຍຸ້ງຍາກ, ສິ່ງງທ້າທາຍນາໆປະການ, ໃນກ່ວາ 6 ທົດສະວັດຜ່ານມາ, ການພົວພັນ ຫວຽດນາມ-ກຸຍບາ ນັບມື້ນັບເຂົ້າສູ່ລວງເລິກ ແລະ ພັດທະນາໃນທຸກຂົງເຂດ:

ຂ້າພະເຈົ້າພ້ອມກັບບັນດາສະມາຊິກໃນຄະນະຜູ້ແທນ ຫວຽດນາມ ໄດ້ພົບປະໂດຍກົງກັບບັນດາເພື່ອນ ກຸຍບາ ທີ່ສະໜິດສະໜົມທີ່ສຸດ ຊື່ງໄດ້, ພວມສະໜັບສະໜູນ ຫວຽດນາມ, ສະໜັບສະໜູນການເພີ່ມທະວີສາຍພົວພັນມິດຕະພາບລະຫວ່າງ ຫວຽດນາມ-ກຸຍບາ ຢ່າງສຸດໃຈ ໃນກິດຈະການຕໍ່ສູ້ປົດປ່ອຍປະເທດຊາດໃນເມື່ອກ່ອນ ກໍ່ຄືໃນພາລະກິດສ້າງສາ ປົກປັກຮັກສາປະເທດຊາດຂອງແຕ່ລະປະເທດໃນປະຈຸບັນ.

 


top