ຂ່າວສານ

ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ລາວ ຍິ່ງ​ຫຍຸ້ງ​ຍາກ​ເທົ່າ​ໃດຍິ່ງເລິກ​ເຊິ່ງ​ເຂັ້ມ​ຂຸ້​ນເທົ່າ​ນັ້ນ

ປີ 2021, ການຜັນແປຢ່າງສັບສົນຂອງໂລກລະບາດໂຄວິດ - 19 ທັງຢູ່ຫວຽດນາມ ແລະ ລາວ ເຮັດໃຫ້ການພົວພັນຮ່ວມມືລະຫວ່າງສອງປະເທດໃນຫຼາຍຂົງເຂດຖືກຜົນສະທ້ອນ. ເຖິງຢ່າງໃດກໍ່ຕາມ, ໃນສະພາບການນັ້ນ, ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ໄດ້ຊ່ວຍເຫຼືອເຊິ່ງກັນ ແລະ ກັນຢ່າງທັນການ ແລະ ມີປະສິດທິຜົນ, ແບ່ງປັນນຳກັນ, ພ້ອມກັນຜ່ານຜ່າບັນດາຄວາມຫຍຸ້ງຍາກລຳບາກ ຈາກໂລກລະບາດໂຄວິດ - 19 ກໍ່ຄືສືບຕໍ່ພັດທະນາການພົວພັນໄມຕິຈິດມິດຕະພາບອັນດີງາມລະຫວ່າງສອງປະເທດໃຫ້ດີກ່ວາອີກ. ບົດຂຽນຂອງນັກຂ່າວ ແທັງນາມ “ການພົວພັນຫວຽດນາມ - ລາວຍິ່ງຫຍຸ້ງຍາກເທົ່າໃດຍິ່ງເລິກເຊິ່ງເຂັ້ມຂຸ້ນເທົ່ານັ້ນ”.

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ (ພາບ: TTXVN)

ໃນໄລຍະຕ່າງໆຂອງໂລກລະບາດໂຄວິດ - 19, ເຖິງວ່າຕ້ອງມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອປະເຊີນໜ້າກັບການແຜ່ລະບາດຮອບຕ່າງໆຂອງ ເຊື້ອໄວຣັດໂຄວິດ - 19 ສານພັນຕ່າງໆ, ເຊິ່ງກໍ່ຜົນເສຍຫາຍຢ່າງໜັກໜ່ວງເຖິງການພັດທະນາເສດຖະກິດ ສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນກໍ່ຕາມ, ແຕ່ພາຍຫຼັງໄດ້ຮັບຂ່າວວ່າ ລາວຕ້ອງປະເຊີນໜ້າກັບໂລກລະບາດໂຄວິດ - 19, ໃນທັນໃດທັນທີນັ້ນ, ຫວຽດນາມ ໄດ້ຈັດຖ້ຽວບິນພິເສດຂົນສົ່ງຜູ້ຊ່ຽວຊານພ້ອມກັບວັດຖຸອຸປະກອນການແພດ ໄປຍັງ ລາວ ເພື່ອປະກອບສ່ວນເຂົ້າໃນພາລະກິດແຫ່ງການປ້ອງກັນຕ້ານໂລກລະບາດໂຄວິດ - 19. ໄປຄຽງຄູ່ກັນນັ້ນ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆໃນທົ່ວປະເທດ ຫວຽດນາມ ກໍ່ຕັ້ງໜ້າແຜ່ບໍລິຈາກ, ສະໜັບສະໜູນຊ່ວຍເຫຼືອເງິນ ແລະ ວັດຖຸອຸປະກອນການແພດທີ່ມີມູນຄ່ານັບລ້ານ USD ໃຫ້ແກ່ລາວ.

ສ່ວນຝ່າຍລາວ, ເຖິງວ່າປະສົບກັບຄວາມຫຍຸ້ງຍາກຫຼາຍກ່ວາຝ່າຍ ຫວຽດນາມກໍ່ຕາມ, ແຕ່ກໍ່ຍັງປຸກລະດົມຂົນຂວາຍເພື່ອໜູນຊ່ວຍ ຫວຽດນາມ ຮັບມືກັບການແຜ່ລະບາດຮອບທີ 4 ຂອງໂລກລະບາດໂຄວິດ - 19. ທ່ານ ຫງວຽນບ໊າຮຸ່ງ, ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ສສ.ຫວຽດນາມ ປະຈຳ ລາວ ໃຫ້ຮູ້ວ່າ, ມາຮອດປັດຈຸບັນ, ບັນດາອົງການຈັດຕັ້ງ, ຄະນະ, ຂະແໜງການ, ທ້ອງຖິ່ນ ແລະ ວິສາຫະກິດຂອງ ລາວ ໄດ້ສະໜັບສະໜູນ ກອງທຶນປ້ອງກັນ, ຕ້ານໂຄວິດ - 19 ຂອງ ຫວຽດນາມເປັນເງິນຂຶ້ນເຖິງ1,2 ລ້ານ US. ທ່ານໃຫ້ຮູ້ວ່າ:

ໃນໄລຍະຜ່ານມາ, ຫວຽດນາມ ໄດ້ຈັດສົ່ງ ນັກຊ່ຽວຊາຍມີຫຼາຍຄະນະ, ເຊິ່ງລ້ວນແຕ່ແມ່ນນັກຊ່ຽວຊານແຖວໜ້າຂອງ ຫວຽດນາມ ໄປຍັງ ລາວ ເພື່ອໜູນຊ່ວຍລາວ ແລະ ຝ່າຍລາວໄດ້ຕີລາຄາສູງ. ລາວກໍ່ມີຄວາມປາດຖະໜາວ່າ ໃນໄລຍະຈະມາເຖິງ, ເມື່ອຄວບຄຸມ ໂລກລະບາດໂຄວິດ - 19 ໄດ້ດີກ່ວານັ້ນ, ທາງລັດຖະບານ ຫວຽດນາມ ຈະສືບຕໍ່ຈັດສົ່ງນັກຊ່ຽວຊານໄປຊ່ວຍເຫຼືອລາວຕື່ມອີກ.

ໃນການພົວພັນດ້ານການເມືອງ, ໂດຍບໍ່ຫົວຊາຕໍ່ໂລກລະບາດໂຄວິດ - 19 ໄດ້ກໍ່ຜົນສະທ້ອນຢ່າງໜັກໜ່ວງຕໍ່ທຸກການເຄື່ອນໄຫວ, ແຕ່ຂົງເຂດການເມືອງ ຍັງສືບຕໍ່ໄດ້ຮັດແໜ້ນ, ການນຳສອງປະເທດ ຍັງດຳເນີນການພົບປະຂັ້ນສູງຕາມຮູບແບບທີ່ເໝາະສົມຢ່າງເປັນປະຈຳ. ການຮ່ວມມືໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ໄດ້ເພີ່ມຂຶ້ນ ແລະ ນັບມື້ນັບມີປະສິດທິຜົນ, ການຮ່ວມມືໃນຂົງເຂດການສຶກສາ ນັບມື້ນັບໄດ້ຍົກສູງທາງດ້ານຄຸນນະພາບ… ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຢັ້ງຢືນວ່າ:

ບົນພື້ນຖານດ້ານການເມືອງອັນໝັ້ນແກ່ນ, ພວກເຮົາຕ້ອງສືບຕໍ່ປັບປຸງເສົາຫຼັກໃນການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ມານະພະຍາຍາມຍົກສູງປະສິດທິຜົນການຮ່ວມມືໃນຂົງເຂດສຶກສາບຳລຸງສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດ. ສອງຝ່າຍພວກເຮົາ ຖືເອົາການສຶກສາໃນການບຳລຸງສ້າງພັດທະນາແຫຼ່ງຊັບພະຍາກອນມະນຸດ ແມ່ນຂົງເຂດການຮ່ວມມືຍຸດທະສາດທີ່ມີລັກສະນະບຸກທະລຸ, ບໍ່ພຽງແຕ່ຮັບໃຊ້ໃຫ້ແກ່ຄວາມຕ້ອງການ ພັດທະນາຂອງແຕ່ລະປະເທດເທົ່ານັ້ນ, ຫາກຍັງປະກອບສ່ວນຮັດແໜ້ນນ້ຳໃຈສະໜິດຕິດພັນ ແລະ ຄວາມສາມັກຄີ ລະຫວ່າງສອງປະເທດອີກດ້ວຍ. ຫວຽດນາມ ພ້ອມແລ້ວທີ່ຈະເປີດກ້ວາງການໜູນຊ່ວຍລາວ ໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ທັງໄລຍະຍາວ ແລະ ໄລຍະສັ້ນ ດ້ວຍໂຄງປະກອບຂະແໜງວິຊາຊີບ ແລະ ຂັ້ນລະດັບຫຼາຍຫຼາຍ, ໄປຄຽງຄູ່ກັບການເພີ່ມທະວີຈຳນວນ ແລະ ລະບອບທຶນການສຶກສາໃນໄລຍະຈະມາເຖິງ, ສອງຝ່າຍຄວນສົມທົບກັນຢ່າງແໜ້ນແຟ້ນ ເພື່ອຍົກສູງລະດັບຄວາມຮູ້ໃນການຄັດເລືອກນັກສຶກສາ, ການຮຽນ ການສອນ ເພື່ອແນໃສ່ຕອບສະໜອງຄວາມຕ້ອງການໃນຕະຫຼາດແຮງງານຂອງລາວ ໃຫ້ດີກ່ວາອີກ.

ໃນການຮ່ວມມືດ້ານເສດຖະກິດ, ປັດຈຸບັນ, ຫວຽດນາມ ແມ່ນໜຶ່ງໃນ3ນັກລົງທຶນໃຫຍ່ທີ່ສຸດຢູ່ ລາວ. ເພື່ອເພີ່ມທະວີການໜູນຊ່ວຍເຊິ່ງກັນແລະກັນ, ພ້ອມກັນພັດທະນາ, ສອງປະເທດກໍ່ພວມຊຸກຍູ້ບັນດາໂຄງການເຊື່ອມຕໍ່ດ້ານເສດຖະກິດ ແລະ ຄົມມະນາຄົມຄືໂຄງການກໍ່ສ້າງເສັ້ນທາງດ່ວນ ວຽງຈັນ - ຮ່າໂນ້ຍ, ໂຄງການເສັ້ນທາງລົດໄຟ ຄຳມ່ວນ - ຫວູ໊ງອ໊າງ…ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ, ໃນສະພາບການເກີດໂລກລະບາດໂຄວິດ - 19, ວົງເງິນການຄ້າສອງຝ່າຍ ລະຫວ່າງ ຫວຽດນາມ - ລາວ ໃນ 10 ເດືອນຕົ້ນປີ 2021 ບັນລຸໄດ້ 1,062 ຕື້ USD, ເພີ່ມຂຶ້ນ 30,1% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2020, ຫວຽດນາມ ສືບຕໍ່ຮັກສາລະດັບທີ 3 ກ່ຽວກັບການລົງທຶນຢູ່ ລາວ ດ້ວຍ 209 ໂຄງການດ້ວຍທຶນຈົດທະບຽນທັງໝົດ5,18 ຕື້ USD. ໃນປີ 2021 ມີໂຄງການໃໝ່ຕື່ມອີກ 3 ໂຄງການ, 2 ໂຄງການດັດປັບເພີ່ນເງິນລົງທຶນດ້ວຍທຶນຈົດທະບຽນແມ່ນ 47,84 ລ້ານ USD. ທ່ານ ຫງວຽນບ້າຮຸງ ເອກອັກຄະລັດຖະທູດ ຫວຽດນາມ ໃຫ້ຮູ້ຕື່ມອີກວ່າ:

ອາດເວົ້າໄດ້ວ່າ ມີພຽງແຕ່ຫວຽດນາມ ເລີ່ມຕົ້ນດ້ວຍນ້ຳໃຈສັດຊື່ບໍລິສຸດ, ສະໜິດຕິດພັນໄດ້ສະຫງວນໃຫ້ລາວ ນຳໃຊ້ສ່ວນໜຶ່ງທ່າກຳປັ່ນ ຫວູ໊ງອ໊າງ. ສິ່ງນີ້ບໍ່ເຄີຍມີມາກ່ອນ ໃນ ການພົວພັນ ລະຫວ່າງສອງປະເທດໃນໂລກ, ອະນຸຍາດໃຫ້ປະເທດເພື່ອນນຳໃຊ້ສ່ວນໜຶ່ງຂອງທ່າກຳປັ່ນຂອງຕົນ ເພື່ອແນໃສ່ພັດທະນາເສດຖະກິດ - ສັງຄົມຂອງປະເທດເພື່ອນ. ນີ້ແມ່ນສິ່ງທີ່ພັກປະຊາຊົນປະຕິວັດລາວ, ພະນັກງານກໍ່ຄືປະຊາຊົນ ລາວບັນດາເຜົ່າໃຫ້ຄວາມເຄົາລົບນັບຖືເປັນຢ່າງຍິ່ງ.

ບໍ່ພຽງແຕ່ປະເຊີນໜ້າກັບໂລກລະບາດໂຄວິດ - 19 ເທົ່ານັ້ນ, ການພົວພັນລະຫວ່າງສອງປະເທດ ຫວຽດນາມ - ລາວ, ລາວ - ຫວຽດນາມ ຍັງຕ້ອງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງຍ້ອນການຜັນແປຢ່າງສັບສົນ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ກ່ຽວກັບສະພາບການໃນໂລກ ແລະ ພາກພື້ນ, ການແກ້ງແຍ່ງກັນລະຫວ່າງບັນດາປະເທດມະຫາອຳນາດໃນໂລກ, ໂດຍຮັບຮູ້ໄດ້ສິ່ງທ້າທາຍນັ້ນ, ສອງພັກ ແລະ ລັດ ໄດ້ຊີ້ນຳບັນດາອົງການທີ່ກ່ຽວຂ້ອງຂອງສອງປະເທດເປັນເຈົ້າການສົມທົບກັນ, ຕັ້ງໜ້າຈັດຕັ້ງຜັນຂະຫຍາຍບັນດາ ສັນຍາ, ຂໍ້ຕົກລົງ, ແຜນການຮ່ວມມື ແລະ ບັນລຸໄດ້ໝາກຜົນຫຼາຍຢ່າງທີ່ເປັນໜ້າຊື່ນຊົມ ໃນທຸກຂົງເຂດ. ການພົວພັນດ້ານການເມືອງສືບຕໍ່ໄດ້ເພີ່ມຂຶ້ນ ແລະ ນັບມື້ນັບເຂົ້າສູ່ລວງເລິກ, ສວມບົດບາດແມ່ນເສົາຄ້ຳຫຼັກກຳນົດທິດທາງ ລວມ ໃນການພົວພັນສອງປະເທດ.

ປີ 2021 ເຖິງວ່າ ແມ່ນປີທີ່ປະສົບກັບຄວາມຫຍຸ້ງຍາກລຳບາກສຳລັບທັງສອງປະເທດ ຫວຽດນາມ - ລາວ, ເມື່ອພວກເຮົາຕ້ອງປະເຊີນໜ້າກັບສິ່ງທ້າທາຍຫຼາຍເກີດໄປ, ກໍ່ຕາມແຕ່ກໍ່ສາມາດເວົ້າໄດ້ວ່ານີ້ກໍ່ແມ່ນປີທີ່ປະສົບຜົນສຳເລັດນັບທັງດ້ານການເມືອງ ແລະ ການພົວພັນທາງການທູດ ລະຫວ່າງສອງປະເທດ ຫວຽດນາມ ແລະ ລາວ. ສິ່ງນີ້ໄດ້ສະແດງໃຫ້ເຫັນຜ່ານການຢ້ຽມຢາມຂອງການນຳຂັ້ນສູງສອງປະເທດ, ການຮ່ວມມື ແລະ ຜົນງານຕ່າງໆ ເຊິ່ງສອງປະເທດບັນລຸໄດ້ໃນຫຼາຍຂົງເຂດ, ແລະ ຍິ່ງໄປກ່ວານັ້ນ ມັນແມ່ນພະຍານຫຼັກຖານໃຫ້ແກ່ການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ.

(ແຫຼ່ງຄັດຈາກ VOV)


top