ຂ່າວສານ

ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ກຳ​ປູ​ເຈຍ: ສັດ​ຍາ​ລັກ​ແຫ່ງ​ໄມ​ຕີ​ຈິດ​ມິ​ດ​ຕະ​ພາບ ແລະ ຄວາມ​ສາ​ມັກ​ຄີ

ວັນທີ 24 ມິຖຸນາ, ກ່ອນນີ້ 55 ປີ, ຫວຽດນາມ - ກຳປູເຈຍ ໄດ້ສ້າງຕັ້ງສາຍພົວພັນທາງການທູດ. ໃນຄາວນັ້ນ, ປະທານໂຮ່ຈີມິນ ໄດ້ຢັ້ງຢືນວ່າ ນີ້ແມ່ນເຫດການປະຫວັດສາດໃນການພົວພັນສອງຝ່າຍ, ເປັນປັດໄຈຕັ້ງໜ້າໃນການຮັກສາສັນຕິພາບຢູ່ອິນດູຈີນ ແລະ ອາຊີຕາເວັນອອກສ່ຽງໃຕ້. ການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ 2 ປະເທດ ແມ່ນສັນຍາລັກທີ່ຮຸ່ງເຮືອງເຫຼືອງເຫຼືອມຂອງໄມຕີຈິດມິດຕະພາບທີ່ສະໜິດສະໜົມ ແລະ ຄວາມສາມັກຄີໃນການສູ້ຮົບ. 55 ປີໄດ້ຜ່ານໄປ, ນ້ຳໃຈໄມຕີຈິດມິດຕະພາບນັ້ນ ນັບມື້ນັບພັດທະນາ, ນຳມາເຊິ່ງຜົນປະໂຫຍດຢ່າງໃຫຍ່ຫຼວງໃຫ້ແກ່ທັງສອງຊາດ.

ຫວຽດນາມ ແລະ ກຳປູເຈຍ ໄດ້ສ້າງຕັ້ງສາຍພົວພັນທາງການທູດຢ່າງເປັນທາງການໃນວັນທີ 24 ມິຖຸນາ 1967. ການພົວພັນສອງຝ່າຍໄດ້ສ້າງຂຶ້ນເປັນຮູບປະທຳ ແລະ ພັດທະນາໂດຍເລີ່ມມາຈາກຄວາມຮຽກຮ້ອງຕ້ອງການ ແລະ ຈຸດປະສົງລວມຂອງພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດຂອງທັງສອງປະເທດ. 55 ປີຜ່ານມາ ແມ່ນໄລຍະພັດທະນາທີ່ສຳຄັນຂອງການພົວພັນລະຫວ່າງ ຫວຽດນາມ - ກຳປູເຈຍ ແລະ ໄດ້ສ້າງຂີດໝາຍດ້ວຍຫຼາຍເຫດການປະຫວັດສາດທີ່ບໍ່ອາດຫຼົງລືມໄດ້.

  ພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ກຳປູເຈຍ ຄົບຮອບ 55 ປີ (ພາບ: TTXVN)  

ການຮ່ວມມືນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງ

ພາຍຫຼັງສ້າງຕັ້ງສາຍພົວພັນທາງການທູດ, ຫວຽດນາມ ແລະ ກຳປູເຈຍ ໄດ້ຮຽງບ່າຮຽງໄຫຼ່, ຍາດໄດ້ຫຼາຍໄຊຊະນະຢູ່ທັງສະໜາມຮົບການທະຫານ ແລະ ການທູດ, ພ້ອມກັນຍາດໄດ້ໄຊຊະນະປະຫວັດສາດໃນລະດູບານໃໝ່ປີ 1975. ຄວາມສາມັກຄີ, ການອູ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນລະຫວ່າງສອງຊາດນັບມື້ນັບໄດ້ສະແດງໃຫ້ເຫັນໄດ້ຊັດ ແລະ ເລິກເຊິ່ງກວ່າ ເມື່ອສອງປະເທດຮຽງບ່າຮຽງໄຫຼ່, ຮ່ວມແຮງຮ່ວມໃຈໂຄ່ນລົ້ມລະບອບດັບສູນເຊື້ອຊາດ ປອນປົດ (7/1/1979), ປົດປ່ອຍປະເທດຊາດ ແລະ ນຳປະຊາຊົນ ກຳປູເຈຍ ຫຼຸດພົ້ນອອກຈາກລະບອບດັ່ງກ່າວ. ຫຼັງຈາກນັ້ນ, ຫວຽດນາມ ໄດ້ຈັດສົ່ງນັກຊ່ຽວຊານໄປຊ່ວຍເຫຼືອ ກຳປູເຈຍ ຟື້ນຟູ ແລະ ສ້າງສາປະເທດຄືນໃໝ່ - ປະຕິບັດພັນທະສາກົນທີ່ສະຫງ່າອົງອາດ, ບໍລິສຸດຜຸດຜ່ອງ, ຫາຍາກໃນປະຫວັດສາດແຫ່ງການພົວພັນສາກົນ.

ດ້ວຍການກຳນົດທິດ ເພີ່ມທະວີ ແລະ ພັດທະນາການພົວພັນລະຫວ່າງສອງປະເທດຕາມເນື້ອໃນຈິດໃຈ “ບ້ານໃກ້ເຮືອນຄຽງ, ໄມຕີຈິດມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງ ແລະ ຍາວນານ” (ໃນການຢ້ຽມຢາມ ກຳປູເຈຍ ຂອງທ່ານເລຂາທິການໃຫຍ່ ນົງດຶກແມ້ງ ເມື່ອເດືອນ ມີນາ 2005), ການພົວພັນສອງຝ່າຍໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດ, ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ປະຊາຊົນສອງປະເທດ. ປັດຈຸບັນ, ການພົວພັນລະຫວ່າງສອງປະເທດ ໄດ້ກ້າວເຂົ້າສູ່ໄລຍະຮ່ວມມືຢ່າງຮອບດ້ານ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ນັບມື້ນັບເຂົ້າສູ່ລ່ວງເລິກ ແລະ ມີປະສິດທິຜົນກວ່າ.

ໃນການພົວພັນດ້ານການເມືອງ, ສອງຝ່າຍສືບຕໍ່ຮັກສາການພົບປະ, ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ບັນດາກົນໄກຮ່ວມມືສອງຝ່າຍໃນທຸກຊ່ອງທາງ, ນັບທັງເມື່ອໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນໃນ 2 ປີ ຜ່ານມາ. ລັດຖະບານ ແລະ ປະຊາຊົນສອງປະເທດໄດ້ສົມທົບ, ຊ່ວຍເຫຼືອເຊິ່ງກັນແລະກັນຢ່າງທັນການ ແລະ ມີປະສິດທິຜົນໃນວຽກງານປ້ອງກັນ, ຕ້ານໂລກລະບາດ.

  ທ່ານ Chay Navuth ເອກອັກຄະລັດຖະທູດ ກຳປູເຈຍ ປະຈຳ ຫວຽດນາມ  

ສອງຝ່າຍຢຶດໝັ້ນປະຕິບັດຕາມຫຼັກການ ບໍ່ອະນຸຍາດໃຫ້ບໍ່ວ່າກຳລັງທີ່ເປັນປໍລະປັກໃດນຳໃຊ້ດິນແດນຂອງປະເທດນີ້ເພື່ອກໍ່ເສຍຫາຍໃຫ້ແກ່ຄວາມໝັ້ນຄົງ ແລະ ຜົນປະໂຫຍດຂອງປະເທດນັ້ນ. ບົນພື້ນຖານສົນທິສັນຍາ, ສັນຍາ ແລະ ຂໍ້ຕົກລົງສະບັບຕ່າງໆຂອງການນຳຂັ້ນສູງສອງປະເທດ, ບັນດາອົງການມີໜ້າທີ່ຮັບຜິດຊອບ, ອຳນາດການປົກຄອງ ແລະ ປະຊາຊົນທ້ອງຖິ່ນເຂດຊາຍແດນຂອງທັງສອງຝ່າຍ ໄດ້ມານະພະຍາຍາມສ້າງເສັ້ນຊາຍແດນຮ່ວມແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ. ປີ 2019, ສອງຝ່າຍໄດ້ລົງນາມໃນເອກະສານ 2 ສະບັບເພື່ອຮັບຮູ້ຜົນງານການຂີດຂັ້ນປັກຫຼັກໝາຍຊາຍແດນປະມານ 84% ແລະ ປັດຈຸບັນ, ສອງຝ່າຍພວມສືບຕໍ່ເຈລະຈາເພື່ອແກ້ໄຂສ່ວນທີ່ຍັງເຫຼືອ 16%.

ການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນພັດທະນາຢ່າງຕັ້ງໜ້າ ແລະ ບັນລຸໄດ້ໝາກຜົນທີ່ໜ້າຊື່ນຊົມ. ວົງເງິນການຄ້າສອງຝ່າຍໃນປີ 2021 ບັນລຸ 9,54 ຕື້ USD, ເພີ່ມຂຶ້ນ 79,1% ເມື່ອທຽບໃສ່ປີ 2020; ໃນ 5 ເດືອນຕົ້ນປິ 2022 ບັນລຸ 5,44 ຕື້ USD, ເພີ່ມຂຶ້ນ 18,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ໄລ່ມາຮອດປັດຈຸບັນ, ຫວຽດນາມ ມີ 188 ໂຄງການລົງທຶນຍັງມີຜົນບັງຄັບໃຊ້ຢູ່ ກຳປູເຈຍ ດ້ວຍທຶນຈົດທະບຽນທັງໝົດ 2,8 ຕື້ USD, ສືບຕໍ່ຢືນອັນດັບໜຶ່ງໃນ ອາຊຽນ  ແລະ ໃນ TOP 5  ປະເທດທີ່ມີການລົງທຶນໂດຍກົງໃຫຍ່ທີ່ສຸດຢູ່ ກຳປູເຈຍ. ທ່ານ Chay Navuth ເອກອັກຄະລັດຖະທູດ ກຳປູເຈຍ ປະຈຳ ຫວຽດນາມ ຕີລາຄາວ່າ:

“ການພົວພັນທາງການທູດລະຫວ່າງ ຫວຽດນາມ - ກຳປູເຈຍ ພວມນັບມື້ນັບສະໜິດຕິດພັນ. ເຖິງວ່າມີກົນອຸບາຍຫວັງມ້າງເພທຳລາຍຂອງກຳລັງທີ່ເປັນປໍລະປັກ ແຕ່ພວກເຮົາຍາມໃດກໍຮັບຮູ້ວ່າ ການພົວພັນທາງການທູດ, ຄວາມສາມັກຄີທີ່ເປັນມູນເຊື້ອລະຫວ່າງສອງປະເທດ ຍັງເລິກເຊິ່ງທີ່ສຸດ. ໃນທຸກຍຸກສະໄໝ, ຍາມໃດພວກເຮົາກໍຮ່ວມແຮງຮ່ວມໃຈສາມັກຄີພ້ອມກັນພັດທະນາເພື່ອຄວາມຮຸ່ງເຮືອງສີວິໄລຂອງແຕ່ລະປະເທດ”.

ມຸ່ງໄປເຖິງເປົ້າໝາຍໃໝ່

ຫວຽດນາມ ແລະ ກຳປູເຈຍ ຈະສືບຕໍ່ພັດທະນາໃນຂົງເຂດການຮ່ວມມື ທີ່ຖືກຢຸດສະງັກມາໃນໄລຍະ 2 ປີ ຍ້ອນໂລກລະບາດໂຄວິດ - 19. ຫວ່າງມໍ່ໆມານີ້, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຫັນດີເປັນເອກະພາບເພີ່ມທະວີຍົກວົງເງິນການຄ້າສອງຝ່າຍໃຫ້ຂຶ້ນເຖິງ 10 ຕື້ USD ໃນປີ 2022. ສອງປະເທດກໍຈະສ້າງເສັ້ນຊາຍແດນຮ່ວມກັນໃຫ້ກາຍເປັນເຂດຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ຮ່ວມມື; ຮັບປະກັນການເຄື່ອນໄຫວພົວພັນແລກປ່ຽນສິນຄ້າຂອງປະຊາຊົນທີ່ດຳລົງຊີວິດຢູ່ສອງຟາກຊາຍແດນ ເພື່ອໃຫ້ບໍລິເວນດັ່ງກ່າວສືບຕໍ່ກາຍເປັນຂົງເຂດເສດຖະກິດພິເສດ, ມຸ່ງໄປເຖິງເປົ້າໝາຍລວມແມ່ນສາມັກຄີ ພ້ອມກັນພັດທະນາ.

ທັງ ຫວຽດນາມ ແລະ ກຳປູເຈຍ ລ້ວນແຕ່ແມ່ນສະມາຊິກຂອງ ອາຊຽນ. ປີ 2022 ແມ່ນປີທີ່ ກຳປູເຈຍ ເປັນປະທານ ອາຊຽນ, ສອງປະເທດໄດ້ສືບຕໍ່ໄດ້ປະກອບສ່ວນ, ສົມທົບກັນໃນທຸກບັນຫາ ເພື່ອພ້ອມກັນຮັບມືກັບສິ່ງທ້າທາຍ. ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ກຳປູເຈຍ ຄົບຮອບ 55 ປີ ໃນຕອນເຊົ້າວັນທີ 24 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຂາຍ ຢັ້ງຢືນວ່າ:

“ເຖິງວ່າສະພາບການໂລກຈະມີການປ່ຽນແປງກໍຕາມ ແຕ່ ຫວຽດນາມ - ກຳປູເຈຍ ຍັງສະເໝີຕົ້ນສະເໝີປາຍ. ຍາມໃດ ຫວຽດນາມ ກໍຖືເປັນສຳຄັນ ແລະ ເຮັດຈົນສຸດຄວາມສາມາດຂອງຕົນ ພ້ອມກັບ ກຳປູເຈຍ ຮັກສາ, ເພີ່ມພູນຄູນສ້າງສາຍພົວພັນ ຫວຽດນາມ - ກຳປູເຈຍ. ດ້ວຍຄວາມເຊື່ອໝັ້ນຢ່າງແນວແນ່ ແລະ ການພັດທະນາດີງາມຂອງການພົວພັນຖານບ້ານໃກ້ເຮືອນຄຽງ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານລະຫວ່າງສອງປະເທດ, ສອງຊາດ, ພວກເຮົາຍິ່ງມີຄວາມຕັດສິນໃຈຕື່ມອີກເພື່ອ ຮ່ວມແຮງຮ່ວມໃຈກັນຮັກສາ ແລະ ເພີ່ມພູນຄູນສ້າງນ້ຳໃຈສາມັກຄີ, ໄມຕີຈິດ ມິດຕະພາບ ຫວຽດນາມ - ກຳປູເຈຍ”.

ຫວນຄືນ 55 ປີຜ່ານມາ ເຖິງວ່າຜ່ານຜ່າຄວາມທົດສອບ ແລະ ການຜັນແປຫຼາຍຢ່າງຂອງປະຫວັດສາດກໍ່ຕາມ, ແຕ່ນ້ຳໃຈສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານອັນດີງາມລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ໄດ້ກາຍເປັນສັນຍາລັກທີ່ສັກກະລະບູຊາ, ເປັນຊັບສົມບັດອັນລ້ຳຄ່າຂອງທັງສອງປະເທດ ເຊິ່ງການນຳ ແລະ ປະຊາຊົນລຸ້ນຕ່າງໆຂອງສອງປະເທດພວມມານະພະຍາຍາມຮັກສາ ແລະ ເສີມຂະຫຍາຍໃຫ້ດີຍິ່ງໆຂຶ້ນ./.


top